郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ນາ​ຄານ​ກາງ​ມຽນ​ມາ​ໄດ້​ປ້ອ​ນເງິນ15ລ້ານ​ໂດ​ລາສະ​ຫະ​ລັດ​ເພື່ອ​ໃຫ້​ອັດ​ຕາ​ແລກ​ປ່ຽນ​​ມີ​ຄວາມ​ໝັ້ນ​ທ່ຽງ

2021-09-22 16:25:06 cri

ໃນ​ວັນ​ທີ20ກັນ​ຍານີ້, ທະ​ນາ​ຄານ​ກາງ​​ມຽນ​ມາ​​ໄດ້​ປ້ອ​ນເງິນ​ອີກ15ລ້ານ​ໂດ​ລາ​ສະ​ຫະ​ລັດ​ເຂົ້າ​ຕະ​ຫຼາດ​ເພື່ອ​ເຮັດ​ໃຫ້ອັດ​ຕາ​ແລກ​ປ່ຽນ​ມີ​ຄວາມ​ໝັ້ນ​ທ່ຽງ,ເຊິ່ງ​ປັດ​ຈຸ​ບັນ​ອັດ​ຕາ​ແລກ​ປ່ຽນ​ແມ່ນ1.750ຈາດຕໍ່1ໂດ​ລາ. ມາ​ຮອດ​ປັດ​ຈຸ​ບັນ, ທະ​ນາ​ຄານ​ກາງ​ມຽນ​ມາໄດ້ປ້ອນ​ເງິນ​ເຂົ້າ​ຕະ​ຫຼາດ​ແລ້ວ34ເທື່ອ ເປັນ​ວົງ​ເງິນ159,8ລ້ານ​ໂດ​ລາ​ນັບ​ແຕ່​ຕົ້ນ​ປີນີ້​ເປັນ​ຕົ້ນ​ມາ,ໃນ​ນັ້ນ​ແຕ່​ເດືອນ​ກັນ​ຍາ​ເປັນ​ຕົ້ນ​ມາ​ໄດ້​​ປ້ອນ​ເງິນ​ເຂົ້າ​ຕະ​ຫຼາດ​ແລ້ວ3ເທື່ອ ເປັນ​ເງິນ​ທັງ​ໝົດ38ລ້ານ​ໂດ​ລາ​.

ແຕ່​ເດືອນ​ກຸມ​ພາ​ປີນີ້​ເປັນ​ຕົ້ນ​ມາ,ອັດ​ຕາ​ແລກ​ປ່ຽນ​ລະ​ຫວ່າງ​ເງິ​ນ​​ຈາດ​ກັບໂດ​ລາ​ສະ​ຫະ​ລັດ​ໄດ້​​ອ່ອນ​ຄ່າ​ລົງ​ລຽນ​ຕິດ​ນັບ​ແຕ່​ລະ​ດັບ​1.330ຈາດ​ຕໍ່1ໂດ​ລາ,ເຖິງວ່າ​ທະ​ນາ​ຄານ​ກາງມຽນ​ມາ​ໄດ້​ປ້ອ​ນ​ເງິນ​ເຂົ້າ​ຕະ​ຫຼາດ​ແລ້ວ30ກວ່າ​ເທື່ອ​ເປັນ​ເງິນ​ຫຼາຍກວ່າ150ລ້ານ​ໂດ​ລາ​ເພື່ອໃຫ້​ອັດ​ຕາ​ແລກ​ປ່ຽນ​​ມີ​ຄວາມ​ໝັ້ນ​ທ່ຽງ,ແຕ່​ກໍ່​ຍັງ​ບໍ່​ສາ​ມາດ​ສະ​ກັດກັ້ນ​ທ່ວງ​ທ່າ​ທີ່​ເງິນຈາດ​ອ່ອນ​ຄ່າໄດ້. ມາ​ຮ​ອດ​ກາງ​ເດືອນ​ກັນ​ຍານີ້,ອັດ​ຕາ​ແລກ​ປ່ຽນ​ເງິນ​​ຈາດ​ຕໍ່​ໂດ​ລາ​ໃນ​ຕະ​ຫຼາດ​ມຽນ​ມາ​ແມ່ນ​ຕ່ຳ​ກວ່າ2.000ຈາດ​​ຕໍ່1ໂດ​ລາ​,ໃນ​ໄລ​ຍະ​ນີ້ ເຄີຍ​ມີສະ​ຖິ​ຕິ​ທີ່​ຄ່າ​ເງິນ​ອ່ອນ​ຄ່​າ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຫຼາຍ​ເທື່ອ. ພ້ອມ​ກັນ​ນັ້ນ ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ທີ່​ປະ​ກາດ​ໂດຍ​ທະ​ນາ​ຄານ​ກາງ​ມຽນ​ມາ ແລະ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ໃນ​ຕະ​ຫຼາດ ກໍ​ມີ​ຄວາມ​ແຕກ​ໂຕນ​ກັນ​ຫຼາຍ​ຂຶ້ນຢ່າງ​ບໍ່​ຢຸດຢັ້ງ.

ຄຳ​ເຫັນ

0