覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຈ້ອງ​ເບິ່ງ​ຢູ່​ເທິງ​ພູ​ພຽງ​ດິນ​ເຫຼືອງ​ສອງ​ເທື່ອ​ຂອງ​ທ່ານ​ສີ​ຈິ້ນ​ຜິງ

2021-09-22 20:47:29 cri

ວັນ​ທີ 13 ກັນ​ຍາ​ປີ 2021, ທ່ານ​ສີ​ຈິ້​ນຜິງ ປະ​ທານ​ປະ​ເ​ທດ​ຈີນ​ໄດ້​ເດີນ​ທາງ​ໄປ​ບ້ານ​ກ່າວ​ຊີ່​ໂກ່​ແຂວງ​ສ້າ​ນ​ຊີ່​ທີ່​ຕັ້ງ​ຢູ່​ພູ​ພຽງ​ດິນ​ເຫຼືອງ​ຂອງ​ຈີນ, ເພື່ອ​ຮັບ​ຮູ້​ສະ​ພາບ​ການ​ປົວ​ແປງ​​ເຂດ​ນ້ຳ​ເຊາະ​ດິນ​ເຈື່ອນ ແລະ ການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ. ຢູ່​ເທິງ​ໂນນ​ພູ​ແຫ່ງ​ໜຶ່ງ​ຂອງ​ບ້ານ​ກ່າວ​ຊີ່​ໂກ່, ທ່ານ​ສີ​ຈິ້ນ​ຜິງ​ໄດ້​​ຈ້ອງ​ເບິ່ງ​ທາງ​ໜ້າ​ໃຕ້​ເ​ຝື້ອ​ຂາວ ແລະ ທ້ອງ​ຟ້າ​ສີ​ຄາມ, ຢູ່​ຕາມ​ຮ່ອງ​ພູ​ຕ່າງໆ​ຂອງ​ພູ​ພຽງ​ດິນ​ເຫຼືອງໄດ້​ປົກ​ຫຸ້ມ​​ໄປດ້ວຍ​ພືດ​ສີ​ຂຽວ, ປ່ຽມ​ລົ້ນ​ໄປ​ດ້ວຍ​ພະ​ລັງ​ທີ່​ມີ​ຊີ​ວິດ​ຊີ​ວາ.

 

ການຈ້ອງ​ເບິ່ງ​ຢູ່​ເທິງ​ພູ​ພຽງ​ດິນ​ເຫຼືອງ​ສອງ​ເທື່ອ​ຂອງ​ທ່ານ​ສີ​ຈິ້ນ​ຜິງ_fororder_微信图片_20210922204441
 

ວັນ​ທີ 13 ກັນ​ຍາ​ປີ 2021, ທ່ານ​ສີ​ຈິ້​ນຜິງ ປະ​ທານ​ປະ​ເ​ທດ​ຈີນ​ໄດ້​ເດີນ​ທາງ​ໄປ​ບ້ານ​ກ່າວ​ຊີ່​ໂກ່​ແຂວງ​ສ້າ​ນ​ຊີ່​ທີ່​ຕັ້ງ​ຢູ່​ພູ​ພຽງ​ດິນ​ເຫຼືອງ​ຂອງ​ຈີນ

 

ໃນ​ເມື່ອ​ກ່ອນ, ຢູ່​ບ້ານ​ກ່າວ​ຊີ່​ໂກ່​ມີ​ແຕ່​ດິນ​​ຮົກ​ເຮື້ອ​ທີ່​ຂາດ​ຄວາມ​ອຸ​ດົມ​ສົມ​ບູນ, ແລະ​ມີ​ບັນ​ຫາ​ທີ່​ນ້ຳ​ເຊາະ​ດິນ​ເຈື່ອ​ນ​ຢ່າງ​ໜັກ​ຫ​ໜ່ວງ. ​ມາ​ເຖິງ​ປະ​ຈຸ​ບັນ​ນີ້, ​ບໍ່​ພຽງ​ແຕ່ຢູ່​ບ້ານ​ກ່າວ​ຊີ່​ໂກ່​ໄດ້​ປົກ​ຫຸ້ມ​ໄປ​ດ້ວຍ​ສີ​ຂຽວ​ເພີ່ມ​ຂຶ້ນ​ເທົ່າ​ນັ້ນ, ​ຢູ່​ໃນ​ທົ່ວ​ບໍ​ລິ​ເວນພູ​ພຽງ​ດິນ​ເຫຼືອງ​ກໍ​​ປົກ​ຫຸ້ມ​ໄປດ້ວຍ​ສີ​ຂຽວ​ເພີ່ມ​ຂຶ້ນ​ເຊັ່ນ​ກັນ. ​ຄັ້ງນີ້​ແມ່ນ​ທ່ານ​ສີ​ຈິ້ນ​ຜິງ​ເດີນ​ທາງ​ໄປ​ພູ​ພຽງ​ດິນ​ເຫຼືອງ​ທາງ​ພ​​າກ​ເໜືອ​ຂອງ​ແຂວງ​ສ້ານ​ຊີ່​ ແລະ​ຈ້ອງ​ເບິ່ງດິນ​ແດນ​ແຫ່ງ​ນີ້ເປັນ​ຄັ້ງ​ທີ 2 ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18ເປັນ​ຕົ້ນ​ມາ.
 

ການຈ້ອງ​ເບິ່ງ​ຢູ່​ເທິງ​ພູ​ພຽງ​ດິນ​ເຫຼືອງ​ສອງ​ເທື່ອ​ຂອງ​ທ່ານ​ສີ​ຈິ້ນ​ຜິງ_fororder_微信图片_20210922204454
 

ປີ 2015, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກັບ​ຄືນ​ໄປ​ຢ້ຽມ​ຢາມ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ບ້ານຫຼຽງ​ເຈ່ຍ​ເຫີ.ຢູ່ລະ​ຫວ່າງ​ທາງ​ໄປ​ບ້ານຫຼຽງ​ເຈ່ຍ​ເຫີ,ທ່ານ​ລົງ​ລົດ​ແລ້ວ​ຈ້ອງ​ເບິ່ງ​ດິນ​ແດນ​ທີ່​ຕົນ​ເຄີຍ​ລົງ​ພື້ນ​ຖານ​ໃນ​ເມື່ອ​ກ່ອນ.

 

​ໃນ​ໄລ​ຍະກ່ອນ​ບຸນ​ກຸດ​ຈີນ​ປີ 2015, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກັບ​ຄືນ​ໄປ​ຢ້ຽມ​ຢາມ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ບ້ານຫຼຽງ​ເຈ່ຍ​ເຫີ. ຢູ່ລະ​ຫວ່າງ​ທາງ​ໄປ​ບ້ານຫຼຽງ​ເຈ່ຍ​ເຫີ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ບອກ​ພະ​ນັກ​ງານຈອດ​ລົດ, ທ່ານ​ລົງ​ລົດ​ແລ້ວ​ຈ້ອງ​ເບິ່ງ​ໄປ​ທາງ​ໜ້າ ແລະ​ຊີ້​ໃສ່​ເຮືອນ​ຖ້ຳ​ແຖວ​ໜຶ່ງ​ທີ່​ຢູ່​ຮ່ອມ​ພູ​ທາງ​ໄກ ແລະ​ເວົ້າ​ວ່າ: “ບ່ອນ​ນັ້ນ​ກໍ​ແມ່ນ​ບ່ອນ​ທີ່​ຂ້າ​ພ​ະ​ເຈົ້າ​ເຄີຍ​ຢູ່​ອາ​ໄສ, ກໍ​ແມ່ນ​ພູ​ສູງ​ຜາ​ຊັນ​ເຫຼົ່າ​ນີ້ ໄດ້​ຝຶກ​ຝົນຫຼໍ່ຫຼອມ​ຈິດໃຈ​ອົດ​ທົນ​ໃຫ້​ກັບ​ຂ້າ​ພະ​ເຈົ້າ.”

 

ປີ 1969, ທ່ານ​ສີ​ຈິ້ນ​ຜິງ​ມີ​ອາ​ຍຸ​ບໍ່​ຮອດ 16 ປີ​​ກໍ່ໄດ້​ໄປ​ຮອດ​ພູ​ພຽງ​ດິນ​ເຫຼືອງ, ແລະ​ຜ່ານ​ຊີ​ວິດ​ໄວ​ໜຸ່ມ 7 ປີ​ໃນ​ຖາ​ນະ​ເປັນ​ໄວ​ໜຸ່ມ​ປັນ​ຍາ​ຊົນ​ທີ່​ລົງ​ພື້ນ​ຖານ. ທ່ານ​ສີ​ຈິ້ນ​ຜິງ​​ໄດ້ຮ່ວມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຂຸດ​ນ້ຳ​ສ້າງ, ​ສ້າງ​ເຂື່ອນ​ກັ້ນ​ດິນ​ເພື່ອ​ປູກ​ຝັງ, ​ບຸກ​ເບີກນາ​ຂັ້ນ​ໄດ, ແລະ​​ສ້າງ​ອ່າງ​ແກັດ​ຊີ​ວະ​ພາບ, ເພື່ອ​ປັບ​ປຸງ​ເງື່ອນ​ໄຂ​ການ​ຜະ​ລິດ ແລະ ການ​ດຳ​ລົງ​ຊີ​ວິດ.

 

ໃນໄລ​ຍະ 2400 ກວ່າ​ມື້​ທີ່​ຢູ່​ພາກ​ເໜືອ​ແຂວງ​ສ້ານ​ຊີ່, ທ່ານ​ສີ​ຈິ້ນ​ຜິງ​ໄດ້​​ໃກ້​ຊິດ​ຕິດ​ແທດກັບ​ພໍ່​ແມ່​ປະ​ຊາ​ຊົນ, ໄດ້​​ສ້າງ​ສ​າຍ​ສຳ​ພັນ​ອັນ​ເລິກ​ເຊິ່ງ, ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ເພີ່ມ​ຂຶ້ນ, ແລະ ໄດ້​ຝຶກ​ຝົນຫຼໍ່ຫຼອມ​​ຄຸນ​ສົມ​ບັດ ແລະ​ຈິດ​ໃຈ​ອົດ​ທົນ.

 

ໃນ​ບົດ​ຄວາມ​ທີ່​ຫວນ​ຄືນ​ເຖິງ​ອະ​ດີດ, ທ່ານ​ສີ​ຈິ້ນ​ຜິງໄດ້​ລະ​ບຸວ່າ: “ພູ​ພຽງ​ພາກ​ເໜືອ​ສ້ານ​ຊີ່​ແມ່ນ​​ຮາກເຫງົ້າ​ຂອງ​ຂ້າ​ພະ​ເຈົ້າ, ເພ​ກະ​ຢູ່​​ດິນ​ແດນ​ແຫ່ງ​ນັ້ນ​ໄດ້​ຊ່ວຍ​ ​ບຳ​ລຸງ​ສ້າງ​ອຸ​ດົມ​ການ​ທີ່​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ​ໃຫ້​ກັບຂ້າ​ພະ​ເຈົ້າ, ຄື ຕ້ອງ​ເຮັດ​ວຽກເພື່ອ​ສ້າງ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ໃຫ້​ກັບ​ປະ​ຊາ​ຊົນ!” “ບໍ່​ວ່າ​ຂ້າ​ພະ​ເຈົ້າ​​ຈະໄປ​ຮອດ​ບ່ອນ​ໃດ​ກໍ​ຕາມ,​ກໍ​ຍັງ​ເປັນ​ລູກ​ຊາຍ​ຂອງ​ພູ​ພຽງ​ດິນ​ເຫຼືອງ​ຕະຫຼອດ​ໄປ.”

 

ເຖິງ​ຈະ​ຈາກ​ໄປ​ໄກ​ແສນ​ໄກ​ແລ້ວ​ກໍ​ຕາມ, ແຕ່​ກໍ​ຍັງ​ຄິດ​ຮອດ​ຄິດ​ເຖິງ​ທຸກ​ເວ​ລາ​ນາ​ທີ. ຫຼັງ​ຈາກ​ອຳ​ລາ​ຈາກ​ພູ​ພຽງ​ດິນ​ເຫຼືອງ​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ຄົງ​ຕິດ​ຕາມ ແລະ ​ເອົາ​ໃຈ​ໃສ່​ທຸກ​ສິ່ງ​ທຸກ​ຢ່າງ​ຢູ່​ແຫ່ງນັ້ນ, ອຸ​ດົມ​ການ​ທີ່​ເດັດ​ດ່ຽວ​ທີ່​ຢາກ​ເຮັດ​ວຽກ​ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ໃຫ້​ກັບ​ປ​ະ​ຊາ​ຊົນ​ນັ້ນ​ກໍ​ນັບ​ມື້​ນັບ​ໜັກ​ແໜ້ນ​ຂຶ້ນ.

 

ແຕ່​ປີ 1975 ຫາ​ປີ 2015, ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ໄດ້ເດີນ​ທາງ​ກັບ​ໄປບ້ານຫຼຽງ​ເຈ່ຍ​ເຫີ​ເພື່ອ​ຢ້ຽມ​ຢາມ​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ປີ 1993, ປີ 2007, ປີ 2008, ປີ 2011 ແລະ​ປີ 2014, ທ່​ານ​ໄດ້​ຂຽນ​ຈົດໝາຍ​ຕອບ​ຄືນ​​ຊາວ​ບ້ານຫຼຽງ​ເຈ່ຍ​ເຫີ 4 ເທື່ອ ເພື່ອ​ສະ​ແດງ​ຄວາມ​ຄິດ​ຮອດ​ຄິດ​ເຖິງ, ແລະ​ໃຫ້​ກຳ​ລັງ​ໃຈ​ພໍ່​ແມ່​ປະ​ຊາ​ຊົນ​ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ.

 

ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເມື່ອ​ປີ 2012 ເປັນ​ຕົ້ນ​ມາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຊ້​ເວ​ລາ ແລະ ເຫື່ອ​ແຮງ​ສະ​ຕິ​ປັນ​ຍາຫຼາຍ​ທີ່​ສຸດ​ໃນ​ພາ​ລະ​ກິດ​ລຶບ​ລ້າງ​ຄວາມ​ທຸກ​ຍາກ. ທ່ານ​ເອົາ​ໃຈ​ໃສ່​ວຽກ​ງານ​ລຶບ​ລ້າງ​ຄວາມ​ທຸກ​ຍາກ ແລະ ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ​ຖານ​ທີ່​ໝັ້ນ​ຂອງ​ການ​ປະ​ຕິ​ວັດ ເຊິ່ງ​ລວມ​ທັງ​ພາກ​ເໜືອ​ແຂວງ​ສ້ານ​ຊີ່, ໂດຍ​ໄດ້​ກ່າວ​ເນັ້ນ​ມາຫຼາຍ​ເທື່ອ​ແລ້​ວ​ວ່າ “ດື່ມ​ນ້ຳ​ຕ້ອງ​ຄິດ​ເຖິງ​ແຫຼ່ງ​ນ້ຳ, ​​ບໍ່ຄ​ວນ​ລືມ​ປະ​ຊາ​ຊົນ​ ເຂດ​ຖານ​ທີ່​ໝັ້ນ​​ຂອງ​ການປະ​ຕິ​ວັດ​ ​ຢ່າງ​ເດັດ​ຂາດ.”

 

ເດືອນ​ພຶດ​ສະ​ພາ​ປີ 2019, ດ້ວຍ​ຜົນ​ງານ​ຂອງ​ເມືອງ​ຢຽນ​ຊ່ວນ ແລະ ເມືອງ​ອີ​ຊວນ​ສາ​ມາດຫຼຸດ​ພົ້ນ​ອອກ​ຈາກ​ບັນ​ຊີ​ລາຍ​ຊື່​ເມືອງ​ທຸກ​ຍາກ, ນະ​ຄອນ​ຢຽນ​ອ່ານ​ໄດ້​ຫຼຸດພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ເດັດ​ຖານ, ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ແຫ່ງ​ນັ້ນ​ໄດ້​ບັນ​ລຸ​ຄວາມ​ໃຝ່​ຝັນ​ແບ​ບ​ລຽບ​ງ່າຍ ຄື “ຢາກ​ກິນ​ເຂົ້າ ຫຼື​ແປ້ງ​​ໝີ່ກໍ​ມີ​ກິນ​​ຕາມ​ໃຈ, ຍັງ​ສາ​ມາດ​ກິນ​ຊີ້ນ​​ໄດ້.”

 

​ມີ​ຄຳ​ຖາມ​ຄື: ການ​ພັດ​ທະ​ນາ​ເພື່ອ​ໃຜ? ຈະ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ໃດ? ໃນ​ເດືອນ​ພຶດ​ສະ​ພາ​ປີ 2020, ໃນ​ໄລ​ຍະ​ທີ່​ຈັດ​ກອງ​ປະ​ຊຸມ​ສອງ​ສະ​ພາ​ທົ່ວ​ປະ​ເທດ​ຈີນ, ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ໄດ້​ກ່​າວ​ວ່າ: “ຄົນ​ລຸ້ນ​ພວກ​ເຮົາ​ມີ​ຄວາມ​ຫວັງຢ່າງ​ໜຶ່ງ, ຄື ຕ້ອງ​ຊ່ວຍ​ເຫຼືອ​ພໍ່​ແມ່​ປະ​ຊາ​ຊົນ ໂດຍ​ສະ​ເພາະ​ແມ່ນ​ຊາວ​ກະ​ສິ​ກອນ​ໃຫ້​ມີ​ການພັດ​ທະ​ນາ​ຂຶ້ນ, ຢູ່​ຕາມ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ ​ຈະ​ບໍ່​ປະ​ຖິ້ມ​ໃຜ​ແມ່ນ​ແຕ່​ຄົນ​ດຽວ, ຄົນ​ທັງຫຼາຍ​ຕ້ອງ​ເດີນ​ຕາມ​ເສັ້ນ​ທາງ​ທີ່​ຮັ່ງ​ມີ​ຮ່ວມກັນ ແລະ ບັນ​ລຸ​ເປົ້າ​ໝາຍ​ການ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ຮອບ​ດ້ານ.”

 

ປະ​ຈຸ​ບັນ​ນີ້, ພູ​ພຽງ​ດິນ​ເຫຼືອງ​ ​ມີ​ພືດ​ສີຂຽວ​ເພີ່ມຫຼາຍ​ຂຶ້ນ, ປະ​ຊາ​ຊົນ​ກໍ​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ, ຈາກ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ແລະ ກ້າວ​​ຂຶ້ນ​ສູ່​ຄວາມ​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ, ​ຈົນຮອດ​ການ​ເປີດ​ຂະ​ບວນ​ການ​ໃໝ່​​ໃນການ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ, ໃນ​ນີ້ ຄວາມ​ສຸກ​ຂອງ​ປະ​ຊາ​ຊົນ​ແມ່ນ​ຫົວ​ຂໍ້​ທີ່​ບໍ່​ເຄີຍ​ປ່ຽນ​ແປງ​ຈັກ​ເທື່ອ.

 

ພັກ​ກອມ​ມູ​ນິດ​ຈີນໄດ້​​ຍຶດ​ໝັ້ນ​ໃນ​ການກຳ​ອຳ​ນາດ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ, ຄວາມ​ມຸ່ງ​ຫວັງ​ຂອ​ງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​​ທີ່​ດີ​ງາມ​ກໍ​ແມ່ນ​ເປົ້າ​ໝາຍ​ສູ້​ຊົນ​ຂອງ​ພວກ​ເຮົາ. ທັດ​ສະ​ນະ​​ການ​ບໍ​ລິ​ຫານຂອງ​ຂ້າ​ພະ​ເຈົ້າ, ເມື່ອ​ເວົ້າ​ສະຫຼຸບ​ແລ້ວ​ກໍ​ຄື: ຮັບ​ໃຊ້​ປະ​ຊາ​ຊົນ, ແບກ​ຫາບ​​ຄວາມຮັບ​ຜິດ​ຊອບ​ຕາມ​ໜ້າ​ທີ່.

 

ຄຳ​ເຫັນ

0