郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ປາກຽວ​ ນັກ​ມວຍ​ເກັ່ງ​ທີ່ສຸດຂອງຟິ​ລິບ​ປິນໄດ້​ປະ​ກາດ​ເປັນ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​​ປະ​ທາ​ນາ​ທິ​ບໍ​ດີ​ຊຸດ​ໜ້າ

2021-09-23 17:37:17 cri

ວັນ​ທີ19ກັນ​ຍາ​ຜ່ານ​ມາ,ທ່ານ​ແມນ​ນີ ປາ​ກຽວ ນັກ​ມວຍ​ເກັ່ງ​ທີ່​ສຸດ​ຂອງຟິ​ລິບ​ປິນ,​​ສະ​ມາ​ຊິກ​ສະ​ພາ​ສູງ ໄດ້​ເຂົ້າ​ຮ່ວມກ​ອງ​ປະ​ຊຸມທົ່ວ​ປະ​ເທດ​ຂອງ​ພັກ​ພະ​ລັງ​ປະ​ຊາ​ຊົນ​ປະ​ຊາ​ທິ​ປະ​ໄຕ​ທີ່​ນຳ​ໂດຍ​ທ່ານ​ພີ​ເມນ​ເທວ ສະ​ມາ​ຊິກ​ສະ​ພາ​ສູງ ແລະ​ໄດ້​ຖືກ​ຮັບ​ຮອງ​ໃຫ້​ເປັນ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຊຸດ​ໜ້າໃນ​ນາມພັກ​ດັ່ງ​ກ່າວ​ແລ້ວ.

ທ່ານ​ປາ​ກຽວ ປີນີ້​ອາ​ຍຸ42ປີ ແມ່ນນັກ​ມວຍ​ເກັ່ງສຸດຍອດ​ຂອງຟິ​ລິບ​ປິນ. ປີ2010,ທ່ານ​ປາ​ກຽວ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ເທື່ອ​ທຳ​ອິດ ແລະ​ໄດ້​ດຳ​ລົງ​ຕຳ​ແໜ່ງ​​ອີກ​ສະ​ໄໝ​ໜຶ່ງ​ໃນ​ປີ2013. ປີ2016,ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ສູງ. ທ່ານ​ປາ​ກຽວ​ເຄີຍ​ເປັນ​ພັນ​ທະ​ມິດ​ກັບ​ທ່ານ​ໂຣດ​ຣີ​ໂກ ​ດູ​ເຕີ​ເຕ​ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ຄົນ​ປັດ​ຈຸ​ບັນ, ແຕ່​ສອງ​ຝ່າຍ​ໄດ້​ເກີດມີຄວາມ​ເຫັນ​ຂັດ​ແຍ້ງ​ກັນ​ໃນ​ບັນ​ຫາ​ຈຳ​ນວນ​ໜຶ່ງ.

​ພັກພະລັງ​ປະ​ຊາ​ຊົນ​ປະ​ຊາ​ທິ​ປະ​ໄຕແມ່ນ​ພັກ​ກຳ​ອຳ​ນາດ​ການ​ປົ​ກ​ຄອງ​ຂອງ​ຟິ​ລິບ​ປິນ, ປັດ​ຈຸ​ບັນ​ໄດ້​ແຕກອອກ​ເປັນ​ສອງ​ຝ່າຍ,ຝ່າຍ​ໜຶ່ງ​ນຳ​ໂດຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ, ອີກ​ຝ່າຍ​ໜຶ່ງ​ນຳ​ໂດຍທ່ານ​ປາ​ກຽວ​ແລະ​ທ່ານ​ພີ​ເມນ​ເທວ ສະ​ມາ​ຊິກ​ສະ​ພາ​ສູງ.

ຄຳ​ເຫັນ

0