郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຈົ່ງນານສ່ານເຄີຍສ້າງສະຖິຕິໃໝ່ໃນງານກິລາແຫ່ງຊາດຈີນຫວາ?

2021-09-23 17:56:51 cri

ຕອນ​ຄ່ຳ​ວັນ​ທີ 15 ກັນ​ຍາ​ນີ້, ງານ​​ມະ​ຫາ​ກຳກິ​ລາ​ແຫ່ງ​ຊາດຈີນ​ທີ່​ຈັດ​ຂຶ້ນ 4 ປີ​ເທື່ອ​ໜຶ່ງ​​ ໄດ້​ໄຂ​ຂຶ້ນ​ຢູ່ນ​ະ​ຄອນ​ຊີ່ອ່ານເຊິ່ງ​ເປັນ​ເມືອງ​ບູ​ຮານ​ຂອງ​ຈີນ, ປີ​ນີ້​ແມ່ນ​ງານ​ກິ​ລາ​ຄັ້ງ​ທີ 14.

ນັບ​ແຕ່​ຈັດງານ​​ມະ​ຫາ​ກຳກິ​ລາ​ແຫ່ງ​ຊາດຈີນ​​ຄັ້ງ​ທີ 1 ເມື່ອ​ປີ 1959 ຈົນມາ​ຮອດ​ປັດ​ຈຸ​ບັນ, ງານ​​ມະ​ຫາ​ກຳກິ​ລາ​ແຫ່ງຊາດ ​ມີ​ປະ​ຫວັດ​ສາດມາໄດ້ 62 ປີ​ແລ້ວ,ໃນ​ໄລ​ຍະ​ນີ້ ງານ​​ມະ​ຫາ​ກຳກິ​ລາ​ແຫ່ງ​ຊາດຈີນ​ໄດ້​ພັດ​ທະ​ນາ​ຢ່າງ​ຟົດ​ຟື້ນ ໄປພ້ອມກັບ​ພາ​ລະ​ກິດ​ກິ​ລາ​ຂອງ​ປະ​ເທດສປຈີນ​ທີ່ເຕີບ​ໃຫຍ່​ຢ່າງ​ບໍ່​ຢຸດຢັ້ງ.

ແຕ່​ເລື່ອງ​ໜຶ່ງ​ທີ່ຫຼາຍໆ​ທ່ານ​ຄົງຈະ​ບໍ່​ຮູ້ນັ້ນກໍ່​​ແມ່ນ: ໃນ 62 ປີ​ກ່ອນ, ມີ​ນັກກິລາຄົນໜຶ່ງ​ໄດ້​ທຳ​ລາຍ​ສະ​ຖິ​ຕິ​​ຂອງຈີນໃນລາຍ​ການ​ແລ່ນ​ຂ້າມ​ຮົ້ວ 400 ແມັດ​ໃນ​ງານ​ກິ​ລາ​ແຫ່ງ​ຊາດ​ຈີນ​ຄັ້ງ​ທຳ​ອິດ. ປັດ​ຈຸ​ບັນ, ນັກ​ກິ​ລາ​ເກັ່ງ​ຄົນ​ນີ້​ໄດ້​ກາຍ​ເປັນ​ຜູ້​ຊ່ຽວ​ຊານ​​ພະ​ແນກ​ພາຍ​ໃນດ້ານ​ລະ​ບົບ​ຫາຍ​ໃຈ​ຂອງ​ຈີນ, ​ທັງ​ເປັນ​ບັນ​ດິດຂອງ​​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ ພ້ອມ​ທັງ​​ເປັນຜູ້​ນຳ​ໜ້າໃນການ​ຕໍ່​ຕ້ານພະ​ຍາດ SARS ແລະພະ​ຍາດ​ໂຄວິດ-19 ຂອງ​ຈີນ. ​ເພິ່ນຜູ້​ນີ້​ກໍ່​ແມ່ນ​ທ່ານ​ຈົ່ງ​ນານ​ສ່ານ.

ທ່ານຈົ່ງນານສ່ານເຄີຍສ້າງສະຖິຕິໃໝ່ໃນງານກິລາແຫ່ງຊາດຈີນຫວາ?_fororder_1

ວັນ​ທີ 13 ກັນ​ຍາ 1959, ນັກ​ກິ​ລາ​ໄດ້​ຍ່າງ​ເຂົ້າ​ສະ​ໜາມ​ໃນ​ພິ​ທີ​ໄຂ​ງານ​ກິ​ລາ​ແຫ່ງ​ຊາດ​ຈີນ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ

ປີ 1955, ທ່ານ​ຈົ່ງ​ນານ​ສ່ານ​​ໄດ້ເສັງ​ເຂົ້າ​ວິ​ທະ​ຍ​າ​ໄລແພດສາດປັກ​ກິ່ງ, ກໍ່​ຄື​ວິ​ທະ​ຍາ​​ໄລແພດ​ສາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ໃນ​ປັດ​ຈຸ​ບັນ. ຍ້ອນຄະ​ແນນ​ດີ​ເດັ່ນໃນ​ດ້ານ​ກິ​ລາ, ທ່ານ​ຈົ່ງ​ນານ​ສ່ານ​ຈຶ່ງຖືກສົ່ງ​ໄປ​​ເຂົ້າຮ່ວມການຝຶກຊ້ອມໃນ ທີມນັກ​ກິ​ລາ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ປີ 1958 ເພື່ອ​ກະ​ກຽມ​ເຂົ້າຮ່ວມງານ​ກິ​ລາ​ແຫ່ງ​ຊາດຈີນ​ຄັ້ງ​ທຳ​ອິດ. ຫຼັງ​ຈາກ​ນັ້ນ 1 ປີ, ໃນ​ການ​ແຂ່ງ​ຂັນ​ແລ່​ນ​ຂ້າມ​ຮົ້ວ 400 ແມັດ​ເພ​ດ​ຊາຍຮອບ​ຄັດ​ເລືອກ​ຂອງ​ງານ​ກິ​ລາ​ແຫ່ງ​ຊາດ​ຈີນ​ຄັ້ງ​ທຳ​ອິດ, ທ່ານ​ຈົ່ງ​ນານ​ສ່ານ​ ເຖິງ​ຈະ​ບໍ່​ແມ່ນ​ນັກ​ກິ​ລາອາ​ຊີບ, ແຕ່ພັດ​ໄດ້​ທຳ​ລາຍ​ສະ​ຖິ​ຕິ​ລະ​ດັບ​ຊາດ​ໃນ​ລາຍ​ການແລ່ນ​ຂ້າມ​ຮົ້ວ 400 ແມັດ​ດ້ວຍ​ສະຖິຕິ 54 ວິ​ນາ​ທີ 2 ລິບ​ດາ. ຈົນ​ຮອດ​ປັດ​ຈຸ​ບັນ, ຢູ່​ວິ​ທະ​ຍາ​ໄລ​ແພດ​ສາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ ຍັງ​ມີ​ສະ​ຖິ​ຕິ​ດ້ານ​ກິ​ລາ​ຫຼາຍ​ລາຍ​ການ​ທີ່​ທ່ານ​ຈົ່ງ​ນານ​ສ່ານ​ສ້າງ​ໄວ້​ນັ້ນ ​ຍັງ​ບໍ່​​ທັນມີໃຜທຳ​ລາຍໄດ້​ເທື່ອ.

ທ່ານຈົ່ງນານສ່ານເຄີຍສ້າງສະຖິຕິໃໝ່ໃນງານກິລາແຫ່ງຊາດຈີນຫວາ?_fororder_2

ທ່ານ​ຈົ່ງ​ນານ​ຊ່ານ​ໄດ້​ທຳ​ລາຍ​ສະ​ຖິ​ຕິ​ແລ່ນຂ້າມ​ຮົ້ວ 400 ແມັດ​ທົ່ວ​ປະ​ເທດຈີນ

ທ່ານ​ຈົ່ງ​ນານ​ສ່ານບອກ​ໃຫ້​ຮູ້​ວ່າ: “ຄວາມ​ໄວ​ສູງ​ສຸດ​​ໃນການ​ແລ່ນ 100 ແມັດ​ຂອງ​ຂ້າ​ພະ​ເຈົ້າແມ່ນ 11 ວິ​ນາ​ທີ 2 ລິບ​ດາ, ໃນ​ປີ 1959.” ນ້ຳ​ໜັກ​ຫລາຍທີ່​ສຸດ​ທີ່​ເພິ່ນ​ເຄີຍ​​ຍົກ​ຂຶ້ນ​​ແມ່ນ 100 ​ກິ​ໂລ, ສ່​ວນ​ນ້ຳ​ໜັກ​ໃນທ່ານອນ ເພິ່ນ​ຍົກໄດ້​​ແມ່ນ 70 ກິ​ໂລ. ເພິ່ນກ່າວຕື່ມວ່າ “ບໍ່​ເຄີຍ​​ທົດ​ລອງວ່າ​ນ້ຳ​ໜັກສູງສຸດ​ທີ່ຕົນ​ສາ​ມາດ​ຍົກ​ຂຶ້ນ​ໄດ້​ນັ້ນ​ແມ່ນ​ເທົ່າ​ໃດ ເພາະໃນ​ເວ​ລາ​ນັ້ນ ​ການ​ຝຶກຊ້ອມ​ຍົກ​ນ້ຳ​ໜັກ ຕົ້ນ​ຕໍ​ກໍ່​ເພື່ອ​ເພີ່ມ​ກຳ​ລັງ​ແຮງ​ເພື່ອ​ເຂົ້າ​ຮ່ວມ​ກິ​ລາ​ປະ​ເພດ​ແລ່ນແລະລານ.”

ພາຍ​ຫລັງ​ງານ​ກິ​ລາ​ແຫ່ງ​ຊາດ​ສິ້ນ​ສຸດ​ລົງ, ​ທ່ານ​ຈົ່ງ​ນານ​ສ່ານ​ ໄດ້​ມີໂອ​ກາດ ກາຍ​ເປັນ​ນັກ​ກິ​ລາ​ອາ​ຊີບ, ແຕ່​ຫລັງ​ຈາກ​ໄດ້​ພິ​ຈາ​ລະ​ນາ​ຫລາຍລົບຫລາຍຕ່າວ ແລ້ວ, ເພິ່ນ​ໄດ້​ເລືອກ​ກັບ​ຄືນ​ສູ່​ຂົງ​ເຂດ​ແພດສາດ, ທ່ານ​ເວົ້າ​ວ່າ: ​ຂ້າ​ພ​ະ​ເຈົ້າຮູ້​ສຶກ ວ່າ​ຫຸ່ນ​ຕົນ​ເອງ​ບໍ່​ດີ​ພໍ, ສຸ​ຂະ​ພາບ​ກໍ​ບໍ່​ປານ​ໃດ, ຢ່າງ​ເກັ່ງ​ກໍ​ຮອດ​ແຕ່​ລະ​ດັບ​ອາ​ຊີ​ເທົ່າ​ນັ້ນ, ​ບໍ່​ສາມາດທັນ​ຮອດ​ລະ​ດັບ​ໂລກໄດ້, ເປັນ​ນັກ​ກິ​ລາ​ອາ​ຊີບ​ຈະ​ບໍ່​ມີ​ອະ​ນາ​ຄົດ​. ເຖິງ​ວ່າ​ບໍ່​ໄດ້​ເປັນ​ນັກ​ກິ​ລາ​​ອາ​ຊີບ, ແຕ່​ການ​ຫລິ້ນ​ກິ​ລາ ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ ແລະ​ການ​ປ່ຽນ​ແປງ​ມາໃຫ້​ກັບ​ທ່ານ​ຈົ່ງ​ນານ​​​ສ່ານ ແລະ​ໄດ້​ຢູ່​ກັບ​ເພິ່ນຕະ​ຫລອດ​ຊີ​ວິດ.

ທ່ານຈົ່ງນານສ່ານເຄີຍສ້າງສະຖິຕິໃໝ່ໃນງານກິລາແຫ່ງຊາດຈີນຫວາ?_fororder_3

ທ່ານ​ຈົ່ງ​ນານ​ຊ່ານ​ເຄີຍ​ເວົ້າ​ວ່າ: “ການ​ຫຼິ້ນ​ກິ​ລາ​ມີ​ບົດ​ບາດສຳ​ຄັນ​ຕໍ່​ຂ້າ​ພະ​ເຈົ້າ​ໃນການເຮັດໃຫ້ສຸ​ຂະ​ພາບ​ແຂງ​ແຮງ. ເມື່ອ 70 ປີ​ກ່ອນ​ກໍ່​ມັກ​ແລ່ນ​​​ອອກ​ກຳ​ລັງ​ກາຍ​, ຍາມ​ໜຸ່ມ​ແມ່ນ​ຖື​ເອົາການ​ແລ່ນ​ເປັນ​ການ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ, ເມື່ອອາ​ຍຸ​ສູງ​ຂຶ້ນແລ້ວ ກໍ​ມັກ​ແລ່ນ​ຊ້າໆ​ເພື່ອ​ຮັກ​ສາ​ສຸ​ຂະ​ພາບ.”

ປັດ​ຈຸ​ບັນ, ທ່ານ ຈົ່ງນານສ່ານ ​ຍັງສືບຕໍ່ຮັກ​ສາ​ຄວາມ​ຊີນ​ເຄີຍ​ໃນການ​ອອກ​ກຳ​ລັງ​ກາຍ​. ທ່ານ​ເວົ້າ​ວ່າ: ການ​ອອກ​ກຳ​ລັງ​ກາຍ​ມັ​ນ​ສຳ​ຄັນ​ຄື​​ກັບ​ການ​ກິນ​ເຂົ້າ. ເມື່ອ​ເລີກ​ການ​ແລ້ວ, ໃນແຕ່ລະອາທິດເພິ່ນ​ມັກ​ອອກ​ກຳ​ລັງ​ກາຍປະມານ 3-4 ມື້, ມື້ລະ ​40-50 ນາ​ທີ.

 “ສ່ວນ​ຫຼາຍ​ແມ່ນ​ຍ່າງໄວກ່ອນ​ຢູ່​ເທິງແປ້ນ​ແລ່ນ, ແລ້ວຈຶ່ງ​ແລ່ນໄວຂຶ້ນ​, ລວມທັງໝົດປະ​ມານ 25 ນາ​ທີ ເພື່ອ​ຝຶກກ້າມຂາທັງສອງເບື້ອງ ​ແລະ​ອະ​ໄວ​ຍະ​ວະ​ພາຍ​ໃນ, ຕໍ່​ມາ​ກໍ່ເຮັດທ່າໃຊ້ມືຈັບຄານຍົກໂຕຂຶ້ນ ຫຼື Tricep​ 20 ເທື່ອ, ທ່າໃຊ້ມືຈັບຄານດຶງໂຕຂຶ້ນ ຫຼື Pull up 10 ເທື່ອ, ທ່າງັດກ້າມທ້ອງ ຫຼື ຊິດອັບ ເພື່ອຝຶກກ້າມເອິກ ແລະ ແຂນສອງເບື້ອງ. ບາງ​ເທື່ອ​ ໃນໜຶ່ງຫລືສອງ​ອາ​ທິດໃດ ​ກໍ​ພາ​ຄອບ​ຄົວ​​ໄປ​ລອຍ​ນ້ຳ​ເທື່ອ​ໜຶ່ງ.” ເມື່ອ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນ, ທ່ານ​ກໍ່​ມັກ​ຫັດກາຍໃນທ່າໂປ້ມ​ດິນ ແລະ ງັດກ້າມທ້ອງໃນຫ້ອງນອນຂອງໂຮງແຮມ.

ທ່ານ​ຈົ່ງ​ນານ​ຊ່ານ​ເວົ້າ​ວ່າ: “ຍາມ​ນ້ອຍ​ຂ້າພະ​ເຈົ້າມັກ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ ກິລາ, ເວ​ລານັ້ນ​ບໍ່​ຮູ້​ວ່າການ​ອອກ​ກຳ​ລັງ​ກາຍແມ່ນຫຍັງ, ຂ້າພະເຈົ້າມັກ​ກິ​ລາ​ເກືອບ ທຸກປະເພດ, ຕົວຢ່າງຄື: ລອຍ​ນ້ຳ, ​ແລ່ນ, ເຕະ​ບານ,​ ບານ​ບ້ວງ, ແຕ່​ເກັ່ງ​ກວ່າ​ໝູ່​ແມ່ນ​ການ​ແລ່ນ.”

ທ່ານ​ກ່າ​ວວ່າ:  ເພື່ອນ​ຮ່ວມ​ຮຽນ​ຂອງ​ຂ້າພະເຈົ້າ ມີ​ຫລາຍ​ຄົນ ໃນເວລາ ມີອາຍຸໄລ່ເລ່ຍກັບ​​​ຂ້າ​ພ​ະ​ເຈົ້າ​, ຫຼືໃນ 10 ປີ​ກ່ອນ, ສຸ​ຂະ​ພາບ​ກໍເລີ່ມ​ອ່ອນ​ເພຍແລ້ວ​. ເຂົາ​ເຈົ້າ​ບໍ່​ຄື​​ຂ້າ​ພະ​ເຈົ້າ, ທີ່ຖື​ເອົາ​ການ​ອອກ​ກຳ​ລັງ​ກາຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ຊີ​ວິດ​, ເໝືອນ​ດັ່ງ​ການ​ກິນ​ເຂົ້າການນອນ. ​ການ​ທີ່ສືບຕໍ່ອອກ​ກຳ​ລັງ​ກາຍ​ເປັນ​ເວ​ລາ​ຫລາຍ​ສິບ​ປີ ໄດ້ເຮັດ​ໃຫ້​ທ່ານ​ຈົ່ງ​ນານ​ສ່ານ​​ມີ​ໜ້າ​ຕາ​ເບິ່ງຄືໜຸ່ມ​ກວ່າ​ອາ​ຍຸ​​ຕົວ​ຈິງຫລາຍ, ທັງບໍ່​ມີ​ບັນ​ຫາດ້ານສຸຂະພາບ​ທີ່​ຜູ້​ອາ​ຍຸ​ສູງ​ມັກ​​ເປັນ ເຊັ່ນ: ການ​ເບິ່ງເຫັນ​ການ​ຟັງ ມີບັນຫາ, ​ໄຫວພິບ​ຊ້າ​ລົງ, ຄວາມ​ຊົງ​ຈຳ​ເສື່ອມ, ເຈັບ​ແອວ​ເຈັບ​ຂາ ແລະ​ອື່ນ​ໆ. ຫຸ່ນ​ຂອງ​ເພິ່ນ​ຍັງ​ມີ​ກ້າມທີ່ງາມ​ອີກ ເຊິ່ງເຮັດ​ໃຫ້​ຄົນໜຸ່ມ​ທັງ​ຫລາຍ​ເຫັນແລ້ວຕ້ອງ ຍອມແພ້​ ແລະ ອິດສາຫຼາຍ.

ທ່ານ​ຈົ່ງ​ນານ​ຊ່ານ​ເວົ້າ​ວ່າ: “ເຖິງວ່າ​ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນໄດ້​ອີກ​ແລ້ວ, ແຕ່ຂ້າ​ພະ​ເຈົ້າ​ຍັງຮູ້​ສຶກວ່າ ອາ​ຍຸ​ສູງ ບໍ່​ມີ​ຜົນ​ກະ​ທົບ​ຫຍັງ​ຕໍ່​ຂ້າພະເຈົ້າເອງ, ປັດຈຸບັນນີ້ ຂ້າ​ພະ​ເຈົ້າ​ຍັງ​ສາ​ມາດ​ເຮັດ​ວຽກ​ປະຈຳໄດ້ຢູ່, ນີ້ກໍ່​​ຍ້ອນ​​ຍຶດໝັ້ນໃນ ການອອກ​ກຳ​ລັງ​ກາຍ.”

ວຽກງານ​ກິ​ລາ​ເຂັ້​ມ​ແຂງ, ປະ​ເທດ​ກໍ​ເຂັ້ມ​ແຂງ​ໄປ​ນຳ. ຫລາຍ​ປີ​ມໍ່ໆ​ມາ​ນີ້, ແນວ​ຄິດ​ອອກກຳລັງກາຍທົ່ວປວງຊົນ​​ ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງມວນ​ຊົນ​ຢ່າງ​ເລິກ​ເຊິ່ງ. ງານ​ກິ​ລາ​ແຫ່ງ​ຊາດ​ຈີນ​ໃນ​ປັດ​ຈຸ​ບັນ, ບໍ່​ພຽງ​ແຕ່​ເປັນ​ເວ​ທີ​ຂອງ​ຜູ້​ດີ​ເດັ່ນ​ດ້ານ​ການ​ກິ​ລາ​ເທົ່າ​ນັ້ນ, ຍັງ​ເປັນ​ງານມະຫາກຳ​​ດ້ານ​ກິ​ລາ​ຂອງ​ປະ​ຊາ​ຊົນ. ສຳ​ລັບແນວ​ຄິດ​ກ່ຽວກັບ​ການອອກກຳລັງກາຍທົ່ວປວງຊົນ​, ທ່ານຈົ່ງ​ນານ​ສ່ານ​ໄດ້​ມີຄຳ​ເຫັນ​​ວ່າ: “ຊາວ​ໜຸ່ມ​ຄວນ​ເຂົ້າ​ຮ່ວມກິລາທີ່ໃຊ້ເພື່ອ​ການ​ແຂ່ງ​ຂັນ​ຫຼາຍກວ່າ ເຊິ່ງ​ລວມ​ທັງ​ກິ​ລາ​ປະ​ເພດ​ບານ ແລະ ການ​ແລ່ນ​ເປັນ​ຕົ້ນ, ສ່ວນ​ໄວ​ກາງ​ຄົນ​ແລະ​ຜູ້​ອາຍຸສູງ ຄວນ​ຍ່າງໄວ, ລອຍ​ນ້ຳ​ແລະ​ມວຍໄທເກັກ​ຈະ​ດີກວ່າ.”

ຄຳ​ເຫັນ

0