郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WIPOກ່າວ​ວ່າ: ອັນ​ດັບ​ການ​ປະ​ດິດ​ສ້າງ​ຂອງຈີນ​ໃນ​ການ​ຈັດ​ອັນ​ດັບ​ຂອງໂລກ​ໄດ້​ຖືກ​ຍົກ​​ລະ​ດັບ​ຂຶ້ນ

2021-09-23 17:23:27 cri

ວັນ​ທີ20ກັນ​ຍານີ້,ອົງ​ການ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ ຫຼື WIPO ໄດ້​ປະ​ກາດ“ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ທົ່ວ​ໂລກ​ປີ2021”ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ການ​ຈັດ​ອັນ​ດັບ​ຂອງ​ໂລກ​ໃນ​ຂົງ​ເຂດ​ການ​ປະ​​ດິດ​ສ້າງ ຈີນ​ໄດ້​ຖືກ​ຍົກ​​ລະ​ດັບ​ຂຶ້ນ​ຈາກ​ອັນ​ດັບ14ໃນ​ປີ​ກາຍຂຶ້ນຢູ່ອັນ​ດັບ 12, ຍັງ​ເປັນກຸ່ມ​ເສ​ດ​ຖະ​ກິດ​ທີ່​ມີ​ລາຍ​ຮັບ​ປານ​ກາງ​ພຽງ​​ໜຶ່ງ​ດຽວ​ໃນ30​ອັນ​ດັບ​ທຳ​ອິດ.

ບົດ​ລາຍ​ງານ​ກ່າວ​ວ່າ: ນັບ​ແຕ່​ປີ2013ເປັນ​ຕົ້ນ​ມາ ການ​ຈັດອັນ​ດັບ​ຂອງ​ຈີນ​ໄດ້​ສູງຂຶ້ນ​ເທື່ອ​ລະ​ກ້າວ​ຢ່າງ​​ຕໍ່​ເນື່ອງ, ​ຢູ່​ໃນ​ຖາ​ນະ​ຜູ້​ນຳ​ໜ້າ​​ໂລກ​ໃນ​ດ້ານ​ການ​ປະ​ດິດ​ສ້າງ,ແຕ່​ລະ​ປີ​ກໍ່​ໄດ້ຫຍັບ​ເຂົ້າໃ​ກ້​10​ອັນ​ດັບ​ທຳ​ອິດ​ຂອງໂລກ,ນີ້​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ສຳ​ຄັນ​ຈາກນະ​ໂຍ​ບາຍ​ຂອງ​ລັດ​ແລະ​ມາດ​ຕະ​ການ​ກະ​ຕຸ້ນໃນ​ການ​ຊຸກ​ຍູ້​ການ​ປະ​ດິດ​ສ້າງ​ຢ່າງ​ຕໍ່​ເນື່ອງ.

ຄຳ​ເຫັນ

0