郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ສະ​ໜອງວັກ​ຊີນ​ແລະ​ນ້ຳ​ຢາ​ຜະ​ລິດ​ວັກ​ຊີນ1,2ຕື້​ຫຼອດ​ໃຫ້​ແກ່100ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ

2021-09-24 14:25:16 cri

​ຫວ່າງ​ມໍ່ໆ​ມາ​ນີ້,ວັກ​ຊິນ​ໂຄວິດ-19ທີ່​ຈີນໄດ້​ໃຫ້​ການ​ຊ່ວຍ​ເຫຼືອນັ້ນ​ ​ກໍ່ໄດ້​ຂົນ​ສົ່ງ​ໄປ​ຮອດ​ປະ​ເທດ​ອາ​ຟ​ຣິ​ກາ​ຕ່າງໆ​ແລ້ວ ເຊັ່ນ:ບວກກີ​ນາ​ຟາ​ໂຊ,​ກົດ​ດີ​ວົວ,ເ​ຄນ​ຢາ​ເປັນ​ຕົ້ນ,ນອກນີ້ ກໍ່​ມີກຳ​ປູ​ເຈຍ ແລະ ກູ​ບາ ​ກໍ່​ໄດ້​ຮັບ​ວັດ​ຖຸອຸ​ປະ​ກອນ​ການ​ແພດ​ຂອ​ງ​ຈີນ​ແລ້ວເຊັ່ນ​ກັນ.

ວັນ​ທີ23ກັນ​ຍານີ້ ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ວ່າ: ນັບ​ມາ​ຮອດ​ປັດ​ຈຸ​ບັນນີ້,ຈີນ​ໄດ້​ສະ​ໜອງວັກ​ຊີນ​ແລະ​ນ້ຳ​ຢາ​ຜະ​ລິດ​ວັກ​ຊີນ1,2ຕື້​ຫຼອດ​ໃຫ້ແກ່100ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​,ແລະ​ສະ​ໜອງ​ວັດ​ຖຸອຸ​ປະ​ກອນ​ການ​ແພດ​​ຕ້ານ​ພະ​ຍາດ​ໂຄວິດ-19ໃຫ້​ແກ່150ກວ່າ​ປະ​ເທດ​ແລະອົງ​ການ​ຈັດ​ຕັ້ງ​ສາ​ກົນ14​ແຫ່ງ​ແລ້ວ.ຈີນ​ຍັງ​ໄດ້​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ອົງ​ການຕ່າງໆ​ຂອງ​​ອົງ​ການ​ສະ​ຫະ​ປະ​ຊາ​ຊາດເສີມ​ຂະ​ຫຍາຍ​ບົດ​ບາດ​ເທົ່າ​ທີ່​ຄວນ​ໃນ​ກາ​ນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

 ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ຕື່ມ​ວ່າ: ນີ້​ເປັນ​ສັນ​ຍະ​ລັກ​ຂອງ​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ແລະ​ຄວາມ​ຮັກ​ແພງທີ່​ເລິກ​ເຊິ່ງ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ,ທັງ​ເປັນ​ການ​ສ່ອງ​ແສງ​ໃຫ້​ເຫັນ​ຕົວ​ຈິງວ່າ: ຈີນ​ແລະບັນ​ດາ​ປະ​ເທດ​ຮ່ວມ​ທຸ​ກ​ຮ່ວມ​ສຸກ, ຮ່ວມ​ກັນຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ນາໆ.

ຄຳ​ເຫັນ

0