郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ:ປະ​ເທດທີ່​ພັດ​ທະ​ນາ​ແລ້ວມີໜ້າ​ທີີ່​ຮັບ​ຜິດ​ຊອບ​ທາງ​ປະ​ຫວັດ​ສາ​ດ​ໃນ​ດ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ,ຄວນ​ແບກ​ຫາບ​ພັນ​ທະ​ກ່ອນ​ໝູ່

2021-09-24 11:06:24 cri

ວັນ​ທີ23ກັນ​ຍານີ້ ​ສະ​ພາ​ຄວາມ​ໝັ້ນ​ຄົງອົງ​ການ​ສະ​ຫະປະ​ຊາ​ຊາດ​ໄດ້​ຈັດ​ກອງ​ປະ​ຊຸມອ​ະ​ພິ​ປາຍ​ທົ່ວ​ໄປ​ກ່ຽວ​ກັບ​ບັນ​ຫາ​ດິນ​ຟ້າ​ອາ​ກາດ​ກັບ​ຄວາມ​ປອດ​ໄພ. ທ່ານ​ຈັ່ງ​ຈູ່ນ ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ​ໄດ້ຊີ້​ອອກວ່າ: ປະ​ເທດ​​ທີ່ພັດ​ທະ​ນາ​ແລ້ວມີໜ້າ​ທີີ່​ຮັບ​ຜິດ​ຊອບ​ທາງປະ​ຫວັດ​ສາ​ດ​ໃນ​ດ້ານ​​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ,ຄວນ​ແບກ​ຫາບ​ພັນ​ທະ​ກ່ອນ​ໝູ່​ທີ່​ຕ້ອງ​ຫຼຸດ​ການ​ປ່ອຍ​ກາກບອນ​ດີ​ອອກ​ຊິດ​ຢ່າງ​ຫຼວງ​ຫຼາຍ, ໃນຂະ​ນະ​ດຽວ​ກັນ​ກໍ່​ຕ້ອງ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໃຫ້​ທຶນ​ສຳ​ລັບ​ປົວ​ແປງ​ດິນ​ຟ້​າອາ​ກາດ.

ທ່ານ​ຈັ່ງ​ຈູ່ນ​ກ່າວວ່າ: ປະ​ເທດ​ທີ່ພັດ​ທະ​ນາ​ແລ້ວມີໜ້າ​ທີີ່​ຮັບ​ຜິດ​ຊອບ​ທາງປະ​ຫວັດ​ສາ​ດ​ໃນ​​ດ້ານການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ,ບໍ່​ວ່າ​ຈະ​ເປັນ​ການ​ປຶກ​ສາ​ຫາ​ລື​ບັນ​ຫາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່​ໃນ​ເວ​ທີ​ໃດ​ແລະ​ຈາກ​ແງ່​ໃດ,ກໍ​ຕ້ອງ​ຈື່​ຈຳ​ຄວາ​ມ​ເປັນ​ຈິງ​ທີ່​ເປັນ​ພື້ນ​ຖານ​ດັ່ງ​ກ່າວນີ້. ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ ຄວນ​ແບກ​ຫາບ​ພັນ​ທະ​ກ່ອນ​ໝູ່​ທີ່​ຕ້ອງ​ຫຼຸດ​ການ​ປ່ອຍກາກບອນ​ດີ​ອອກ​ຊິດ​ຢ່າງ​ຫຼວງ​ຫຼາຍ,​ໃນຂະ​ນະ​ດຽວ​ກັນ​ກໍ່​ຕ້ອງ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໃຫ້​ທຶນ​ສຳ​ລັບ​ປົວ​ແປງ​​ດິນ​ຟ້​າອາ​ກາດ,ເຊິ່ງ​ເປັນ​ຂໍ​ກະ​ແຈ​​ສຳ​ຄັນ​ເພື່ອ​ບັນ​ລຸ​ເປົ້​າ​ໝາຍ​ປອດ​ການ​ປ່ອຍ​ກາກບອນ​ດີ​ອອກ​ຊິດ​ໃນ​ທົ່ວ​ໂລກ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້. ປະ​ຊາ​ຄົມ​ໂລກ​ຄວນ​ສ້າງກົນ​ໄກ​ຕິດ​ຕາມກວດກ​າ,ເພື່ອ​ຮັບ​ປະ​ກັນ​ໃຫ້​ປະ​ເທດທີ່​​ພັດ​ທະ​ນາ​ແລ້ວ​ຈັດ​ຕັ້ງ​ປ​ະຕິ​ບັດ​ຕາມຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ຢ່າງ​ແທ້​ຈິງ.

ຄຳ​ເຫັນ

0