蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນແມ່ນ​​ປະ​ເທດປະ​ຊາ​ທິ​ປະ​ໄຕຫຼື​ບໍ, ບໍ່​ແມ່ນອາ​ເມ​ຣິ​ກາ​ເປັນ​ຜູ້​ຕັດ​ສິນ!

2021-09-24 17:10:38 CRI

ວັ​ນ​ທີ 22 ກັ​ນ​ຍາ​ນີ້, ທ່ານ​ຊີນ​ກ່າງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ເມ​ຣິ​ກາ ໄດ້​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສົນ​ທະ​ນາ​​ທາງອອນ​ລາຍ​ທີ່​ຈັດ​ໂດຍ​ສູນ​​ຄາ​ເຕີ ແລະ​ມູນນິ​ທິ​ສາຍ​ພົວ​ພັນ​ອາ​ເມ​ຣິ​ກາ-ຈີນ​​ຈອດ ບູ​ສ໌. ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານ​ຊີນ​ກ່າງ ໄດ້​ແນະ​ນຳ​ກ່ຽວ​ກັບ​ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຈີນ​ກັບ​ປະ​ຊາ​ທິ​ປະ​ໄຕ​ຂອງ​ອາ​ເມ​ຣິ​ກາ ໂດຍ​ເບິ່ງ​ຈາກ​ແງ່​​ມູມ​ຂອງຊາວ​ຈີນ.

​ຄັນ​ຊັ້ນ, ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຈີນ​ກັບ​ປະ​ຊາ​ທິ​ປະ​ໄຕ​ຂອງ​ອາ​ເມ​ຣິ​ກາ ໃຜ​​ກັນ​ແທ້​ຈິງ​ແມ່ນ​ປະ​ຊາ​ທິ​ປະ​ໄຕ​​ຂອງ​ຈິງ?

ຕາມ​ວັດ​ຈະ​ນາ​ນຸ​ກົ​ມ​ພາ​ສາ​ຈີນ​ສະ​ໄໝໃໝ່, ຄຳ​ທີ່​ວ່າ“ປະ​ຊາ​ທິ​ປະ​ໄຕ” ໝາຍ​ເຖິງ​ສິດ​ທິ​ທີ່​ປະ​ຊາ​ຊົນ​ສາ​ມາດ​​ເຂົ້າ​ຮ່ວມການ​ຄຸ້ມ​​ຄອງວຽກ​ງານ​ລັດ ແລະ​ວຽກ​ງານ​ສັງ​ຄົມ ຫຼື​ການ​ປະ​ກອບ​ຄຳ​ເຫັນ​ຢ່າງ​​ມີ​ເສ​ລີ​ພາບ​ຕໍ່ວຽກ​ງານ​ຂອງ​ລັດ. ເວົ້າ​ງ່າຍໆ​ກໍ​ຄື ສິດ​​ເປັນ​ເຈົ້​າ​​ຂອງ​ບ້ານ​ເມືອງຂອງ​ປະ​ຊາ​ຊົ​ນ.

ປະ​ເທດ​ຈີນ​ມີ​ມູນເຊື້ອ​ປະ​ຊາ​ທິ​ປະ​ໄຕ​ຢ່າງ​ເລິກ​ເຊິ່ງ​ມາ​ແຕ່​ບູ​ຮານ​ນະ​ການ. ມາດ​ຕະ​ຖານ​ຕັດ​ສິນ​ພື້ນ​ຖານ​ທີ່​ສຸດ​ຂອງ​ປະ​ຊາ​ຊົນ​ຈີນ​ທີ່​ມີ​ຕໍ່​ປະ​ຊາ​ທິ​ປະ​ໄຕ​ນັ້ນ​ກໍ​ຄື ປະ​ຊາ​ຊົນ​ມີ​ສິດເຂົ້າ​ຮ່ວ​ມ​ການ​ຄຸ້ມ​ຄອງ​ປະ​ເທດ​ຢ່າງກວ້າງ​

ຂ​ວາງຫຼື​ບໍ, ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂ​ອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ຕອບ​ສະ​ໜອງ​ແລ້ວຫຼື​​ບໍ່, ປະ​ຊາ​ຊົນ​ມີ​ຄວາມ​ພໍ​ໃຈ ແລະ​​ມີຄວາມ​ສຸກຫຼື​ບໍ. ປະ​ຊາ​ຊົນ​ຈີນ​ໃນ​ປັດ​ຈຸ​ບັນ ມີ​ທັງ​ສິດ​ເລືອກ​ຕັ້ງ ແລະ​ສິດ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ຢ່າງກວ້າງ​ຂວາງ. ໃນ​ສາຍ​ຕາ​ຂອງ​ປະ​ຊາ​ຊົນ​ຈີນ, ເຖິງວ່າ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຈີນ​ຍັງ​ບໍ່​ທັນ​ດີ​ຄົບ​ທຸກ​​ຢ່າງ​ກໍ​ຕາມ, ​ແຕ່​ກໍ່ເປັນ​ປະ​ຊາ​ທິ​ປະ​ໄຕ​ແທ້ໆ.

ແຕ່​ຢູ່​ອາ​ເມ​ຣິ​ກາ, ​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້​ວ, ອາ​ເມ​ຣິ​ກາ​ໄດ້​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ເຜີຍ​ແຜ່​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ ໂດຍ​ເຫັນ​ວ່າ: ປະ​ຊາ​ທິ​ປະ​ໄຕ​ຂອງ​ອາ​ເມ​ຣິ​ກາ ເປັນ​ຕົວ​ແທນ​​ທີ່​ເໝາະ​ສົມ ຂອງ​​ຄວາມ​ສີ​ວິ​ໄລ ພ້ອມ​ທັງ​ອວດວ່າ​ ​ຕົນ​ເອງເປັນ “ໄຟ​ເຍືອງ​ທາງ​ແຫ່ງ​ປະ​ຊາ​ທິ​ປະ​ໄຕ ແລະ​ ເສ​ລີ​ພາບ”, ຫວັງ​ຢ​າກ​ສ້າງ​ພາບ​ພົດ​​ໃຫ້​ຕົນ​ເອ​ງ​​ວ່າ​ເປັນ​ຜູ້​​ອາ​ລັກ​ຂາ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ.

ແຕ່​ສິ່ງ​ທີ່​​ສົມ​ຄວາມ​ເຍາະ​ເຍີ້ຍ​ກໍ​ຄື ລະ​ບອບ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ອາ​ເມ​ຣິ​ກາ​ບໍ່​ແມ່ນ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ. ຖະ​ແຫຼງ​ການ​ວ່າ​ດ້ວຍ​ຄວາມເປັນ​ເອ​ກະ​ລາດ ທີ່​​ສ້າງ​ພື້ນ​ຖານ​ດ້ານ​ການ​ເມືອງ​​ໃຫ້​ອາ​ເມ​ຣິ​ກາ​ນັ້ນ ໄດ້​ສະ​ເໜີຫຼັກ​ການ​ສິດ​​ອະ​ທິ​ປະ​ໄຕ​ຂອງ​ປະ​ຊາ​ຊົນ. ແຕ່​ຍ້ອນ​ມີ​ຄວາມ​ເປັນ​ຫ່ວງວ່າ​ ການ​ປະຕິ​ບັດຫຼັກ​ການ​ປະ​ຊາ​ທິ​ປະ​ໄຕ​ຈະ​ເຮັດ​ໃຫ້​ສິດ​ຄວບ​ຄຸມ​ຂອງ​ພວກນາຍ​ທຶ​ນ​ຫຼຸດ​ລົງ, ອາ​ເມ​ຣິ​ກາຈຶ່ງ​ໄດ້​ປະ​ຕິ​ບັດ​ລະ​ບອບ​ສາ​ທາ​ລະ​ນະ​ທີ່​ສາ​ມາດຫຼີກ​ເວັ້ນ​ບໍ່​ໃຫ້​ຄົນ​ສ່ວນຫຼາຍ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ. ຈົນ​ຮອດ​​ໄລ​ຍະຫຼັງສະ​ຫະ​ລັດ​ອາ​ເມ​ຣິ​ກາ​ສະ​ຖາ​ປະ​​ນາ​​ປະ​ເທດຂຶ້ນ​​ມາ​ຄົບ​ຮອບເກືອບ 200 ປີ, ອາ​ເມ​ຣິ​ກາ​ຈຶ່ງ​ໄດ້​ຢຸດ​ຕິ​ການ​ກີດ​​ກັນປະ​ຊາ​ທິ​ປະ​ໄຕ. ພ້ອມ​ດຽວ​ກັນ​ນັ້ນ, ລັດ​ຖະ​ບານ​ກໍ່ບໍ່​ໄດ້​ສົ່ງ​ເສີມ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ພາຍ​ໃນ​ປະ​ເທດ. ​ຈົນ​ຮອດ​ປີ 1920, ​ຜູ້ຍິງ​ອາ​ເມ​ຣິ​ກາຈຶ່ງ​​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ; ເມື່ອ​ຮອດ​ຊຸມ​ປີ 60 ຂອງ​ສ​ະ​ຕະ​ວັດ​ທີ 20, ຄົນ​ຜົວ​ດຳ​ອາ​ເມ​ຣິ​ກາ​ຈຶ່ງ​ມີສິດ​ປ່ອນ​ບັດ​ເລືອກ​ຕັ້ງ. ສ່ວນ​ການ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ ໄດ້​ຄົງ​ຕົວ​ຢູ່​ຈົນ​​ມາຮອດປັດ​ຈຸ​ບັນ. ນອກ​ນີ້, ໃນ​ລະ​ບຽບ​ການເລືອກ​ຕັ້ງ​ ທີ່​ເປັນ​ຕົວ​ແທ​ນ​ໃຫ້​ແກ່​ປະ​ຊາ​ທິ​ປະ​ໄຕ​ອາ​ເມ​ຣິ​ກາ​ໄດ້​ດີ​ທີ່​ສຸດນັ້ນ, ທຸກ​ຂັ້ນ​ຕອນ​ຕ້ອງ​ກ່ຽວ​ພັນ​ກັບ​ເງິນ​. ຖ້າ​ເງິນບໍ່​ພຽງ​ພໍ, ​ກໍ​ຈະບໍ່​ມີ​ໂອ​ກາດ​​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ແມ່ນ​ແຕ່​ໜ້ອຍ​ດຽວ. ​ສະ​ນັ້ນ, ​ປະ​ຊາ​ຊົນ​ທົ່ວ​ໄປ​​ຢູ່​ອາ​ເມ​ຣິ​ກາຍາກ​ທີ່​ຈະ​ໄດ້​ຮັບ​ປະ​ຊາ​ທິ​ປ​ະ​ໄຕ​​ຢ່າງ​ແທ້​ຈິງ.

ເມື່ອ​ເວົ້າ​ເຖິງ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຈີນ ກັບ​ປະ​ຊາ​ທິ​ປະ​ໄຕ​ຂອງ​ອາ​ເມ​ຣິ​ກາ, ທ່ານ​ກີ​ໂຊ ມາ​ບູ​ບາ​ນີ, ນັກ​ວິ​ຊາ​ການ​ສິງ​ກະ​ໂປ​ເຄີຍ​ກ່າວ​ວ່າ: ປະ​ຊາ​ທິ​ປະ​ໄຕ​ຂອງ​ອາ​ເມ​ຣິ​ກາ​ໃນ​ປັດ​ຈຸ​ບັນ, ນັບ​ມື້​ນັບ​ໄດ້​ກາຍ​ເປັນ​ການ​ເມືອງ​​ຕົວ​ແທນເສດ​ຖີ. ສ່ວນ​ຢູ່​ປະ​ເທດ​ຈີນ​ແມ່ນ​ການ​ເມືອງ​ຂອງ​ຜູ້​ທີ່​ມີ​ຄວາມ​ສາ​ມາດ​ແລະ​ຄຸນ​ສົມ​ບັດ​ດີ, ຜູ້​ທີ່​ດີ​ເດັ່ນ​ທີ່​ສຸດ​ໄດ້​​ຮັບ​ການ​ຄັດ​ເລືອກ​ໃຫ້ດຳ​ລົງ​ຕຳ​ແໜ່ງ​ຢູ່​ພະ​ແນກ​ການ​ຕ່າງໆ​ຂອງ​ລັດ​ຖະ​ບານ, ໃຫ້​ບໍ​ລິ​ການ​​ສັງ​ຄົມ. ແຕ່​ຢູ່​ອາ​ເມ​ຣິ​ກາ, ຜູ້​ມີ​ເງິນ​ສາ​ມາດ​​ຕັດ​ສິນ​ບັນ​ຫາທຸກ​ຢ່າງ​ໄດ້.

  ​ຄັນ​ຊັ້ນ, ປະ​ຊາ​ທິ​ປະ​ໄຕ​ຂອງ​ຈີນ​ແມ່ນ​ປະ​ຊາ​ທິ​ປະ​ໄຕ​ແທ້ຫຼື​ບໍ, ບໍ່​ແມ່ນ​ອາ​ເມ​ຣິ​ກາ​ເປັນ​ຜູ້​ຕັດ​ສິນ. ສ່ວນ​ອາ​ເມ​ຣິ​ກາ​ກໍ​ ​ບໍ່​ແມ່ນ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ແທ້ ພຽງ​ແຕ່​ຍົກ​ໂຕ​ເອງວ່າ​ເປັນ “ປະ​ເທດ​ປະ​ຊາ​ທິ​ປະ​ໄຕ”.

ຄຳ​ເຫັນ

0