蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຕາງ​ໜ້າ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ​ໄດ້​ແນະ​ນຳ​ສະ​ພາບ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລະ​ການ​ຮັບ​ປະ​ກັນ​ການ​ປະ​ກອ​ບ​ອາ​ຊີບ​ໃນ​ກອງ​ປະ​ຊຸມ​ສະ​ພາ​ສິດ​ທິ​ມະ​ນຸດ

2021-09-24 14:51:00 CRI

ວັນ​ທີ 22 ກັນ​ຍາ​ນີ້, ຜູ້​ຕາງ​ໜ້າ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ​ໄດ້ປະ​ກອບ​ຄຳ​ເຫັນໃນ​ກອງ​ປະ​ຊຸມ​ສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ເພື່ອແນະ​ນຳ​ຜົນ​ສຳ​ເລັດ​ໃນ​ດ້ານ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລະ​ການ​ຮັບ​ປະ​ກັນ​ການ​ປະ​ກອ​ບ​ອາ​ຊີບ​ ທີ່​ພົວ​ພັນ​ກັບ​ປະ​ສົບ​ການ​ຂອງ​ຕົນ.

​ນາງ​ເຄີ​ມານ ຜູ້​ຕາງ​ໜ້າ​ປະ​ຊາ​ຊົນ​ເຜົ່າ​ຕາ​ກີ​ຊີ​ ທີ່​ມາ​ຈາກ​ກິ່ງ​ແຂ​ວງ​ປົກ​ຄອງ​ຕົນ​ເອງ​ກີ​ຊິນ​ຊູ ເກີ​ກິ​ສ ກ່າວ​ວ່າ: ​ເມື່ອ​ກ່ອນ, ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຢູ່​ບ້ານ​​ເກີດ​ຂອງ​ຕົນ​​ຂີ້​ຮ້າຍຫຼາຍ, ​ພື້ນ​ຖານ​ໂຄງ​ລ່າງ​ກໍ່ຫຼ້າຫຼັງ. ພາຍຫຼັງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຈັດ​ສັນ​ຍົກ​ຍ້າຍ​ປະ​ຊາ​ຊົນ​ໄປ​ດຳ​ລົງ​ຊີ​ວິດ​ຢູ່​ບ່ອນ​ທີ່​ເໝາະ​ສົມແລ້ວ, ປະ​ຊາ​ຊົນ​ໄດ້​ຢູ່​ເຮືອນ​ໃໝ່​ທີ່​ປອດ​ໂປ່ງ​ແລະ​ກວ້າງ​ຂວາງ, ມີ​ນ້ຳ​ປະ​ປາ, ອາຍ​ແກັ​ສ​​ແຕ່ງ​ກິນ ແລະ ອິນ​ເຕີ​ເນັດ. ອຳນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຍັງ​ຊ່ວຍ​ໃຫ້​ຊາວ​ກະ​ສິ​ກອນ​ແລະ​ຊາວ​ລ້ຽງ​ສັດ​​ເຮັດການ​ຜະ​ລິດ​ແລະ​ທຸ​ລະ​ກິດ. ປັດ​ຈຸ​ບັນ, ທຸກໆ​ຄອບ​ຄົວ​ລ້ວນ​ແຕ່​ມີ​ລາຍ​ຮັບ​ຄົງ​ທີ່, ຊີ​ວິດ​​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ​ທັງຫຼາຍ​​ກໍ່ນັບ​ມື້​ນັບ​ດີ​ຂຶ້ນ.

ທ້າວ​ຕູນ​ຊຸນ ຜູ້​ຕາງ​ໜ້າ​ປະ​ຊາ​ຊົນ​ເຜົ່າ​ອຸຍ​ເກີ​ຈາກ​ນະ​ຄອນ​ອັກ​ຊູ​ກ່າວ​ວ່າ: ມີ​ຄົນ​ຕ່າງ​ປະ​ເທດ​ຈຳ​ນວນ​ໜຶ່ງ​ໄດ້​ໃສ່​ຮ້າຍ​ປ້າຍ​ສີ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຂດ​ຊິນ​ຈ່ຽງ​ວ່າ “ຖືກ​ບັງ​ຄັບ​ອອກ​ແຮງ​ງານ”, ເປັນ​ຄຳ​ເວົ້າ​ທີ່​ໄຮ້​ສາ​ລະ​ທີ່​ສຸດ. ປະ​ຊາ​ຊົນ​ໄປ​ອອກ​ແຮງ​ງານ​ຢູ່​ຕ່າງ​ຖິ່ນ​​ກໍ່​ເພື່ອ​ຫາ​ເງິນ​ໃຫ້​ໄດ້ຫຼາຍກວ່າ​ເກົ່າ ແລະ ມີ​ຊີ​ວິດ​ທີ່​ດີ​ງາມກວ່າ​ເກົ່າ. ອັນ​ທີ່​ເອີ້ນ​ວ່າ “ການ​ບັງ​ຄັບ​ອອກ​ແຮງ​ງານ” ບໍ່​​ແມ່ນ​ຄວາມ​ຈິງຫຍັງ​ເລີຍ.

ຄຳ​ເຫັນ

0