徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ FAO : ການ​ລະ​ບາດ​ຂອງພະ​ຍາດ​ໂຄວິດ-19 ​ເຮັດ​ໃຫ້ຄວາມຄືບ​ໜ້າ​ຂອງ​ວາ​ລະ​ປະ​ຊຸມ​ປີ 2030 ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ ຂົ່ມ​ຂູ່​ເຖິງ​ຜົນ​ສຳ​ເລັດ​ທີ່​ໄດ້​ຮັບ​ໃນ​ຫຼາຍ​ສິບ​ປີ​ຜ່ານ​ມາ

2021-09-25 15:38:10 cri

ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ມາ​ນີ້, ອົງ​ການ​ອາ​ຫານ​ແລະ​ການ​ກະ​ເສດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຫຼື ຟາວ (FAO) ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ຫຼ້າ​ສຸດ​ຊີ້​ອອກວ່າ,

​ການ​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ໄດ້​ເຮັດ​ໃຫ້​​ຄວາມ​ຄືບ​ໜ້າ​ດ້ານການ​ປະ​ຕິ​ບັດ​ວາ​ລະ​ປະ​ຊຸມ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ແບບ​ຍືນ​ຍົງໃນເປົ້າ​ໝາຍ​ການ​ພັດ​ທະ​ນາ ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ, ຂົ່ມ​ຂູ່​ເຖິງ​ຜົນ​ສຳ​ເລັດ​ທີ່ໄດ້​ຮັບ​ໃນ​ຫຼາຍ​ສິບ​ປີ​ຜ່ານ​ມາ.

 

ບົດ​ລາຍ​ງານ​ໄດ້​ຊີ້​ອອກວ່າ, ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຄາດ​ຄະ​ເນ​ວ່າ​ໄດ້​ເຮັດ​ໃຫ້​ປະ​ຊາ​ກອນ​ທີ່​ອຶດ​ຢາກ​ໃນ​ໄລ​ຍະ​ຍາວເພີ່ມ​ຂຶ້ນ 83 ລ້ານ​ຫາ 132 ລ້ານຄົນ​ໃນ​ປີ 2020, ​​ເປົ້າ​ໝາຍການ​ລົບ​ລ້າງ​ຄວາມ​ທຸກ​ຍາກແຮ່ງ​ຍາກ​ທີ່​ຈະ​ບັນ​ລຸ​ຜົນ​ເປັນ​ຈິງ; ຄວາມ​ຈຳ​ກັດ​ປະ​ເທດ​ຕ່າງໆຍ້ອນສະ​ພາບ​ພະ​ຍາດ​ແລະ​ມາດ​ຕະ​ການ​ສະ​ກັດ​ກັ້ນ​ທີ່​ກ່ຽວ​ຂ້ອງ​ເຮັດ​ໃຫ້​ການ​ເໜັງ​ຕີງ​ດ້ານ​ລາ​ຄາ​ສະ​ບຽງ​ອາ​ຫານ​ຮຸນ​ແຮງກວ່າ​ເກົ່າ; ຫຼ​າຍເຂດ​ແຄ້ວນ​ຍັງ​ຂາດ​ນ້ຳ​ຢ່າງ​ໜັກ​ໜ່ວງ, ຂົ່ມ​ຂູ່​ເຖິງ​ຄວາມ​ຄືບ​ໜ້າ​ດ້ານ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ; ຜູ້​ຜະ​ລິດ​ສະ​ບຽງ​ອາ​ຫານ​ທີ່​ມີ​ຂະ​ໜາດ​ນ້ອຍ​ຍັງ​ຢູ່​ໃນ​ຖາ​ນະ​.

 

ບົດ​ລາຍ​ງານ​ໄດ້​ກ່າວ​ເນັ້ນ​ວ່າ, ຕ້ອງ​ການ​​ເປີດກວ້າງ​ການ​ລົງ​ທຶນ​ດ້ານ​ກະ​ສິ​ກຳ; ສະ​ໜັບ​ສະ​ໜູນ​ຕໍ່​ຜູ້​ຜະ​ລິດ​ສະ​ບຽງ​ອາ​ຫານ​ທີ່​ມີ​ຂະ​ໜາດ​ນ້ອຍ;ຮັກ​ສາ​ສະ​ບຽງ​ອາ​ຫານ​ແລະ​ຊັບ​ພະ​ຍາ​ກອນ​ສັດ​ແລະ​ພືດດ້ານ​ກະ​ສິ​ກຳ; ນຳ​ໃຊ້​ມາດ​ຕະ​ການ​ເພື່ອ​ຮັບ​ມື​ກັບ​ການ​ເໜັງ​ຕີງ​ຂອງ​ລາ​ຄາ​ສະ​ບຽງ​ອາ​ຫານ, ປ້ອງ​ກັນ​ບໍ່​ໃຫ້​ເຫດ​ການ​ໄພ​ທຳ​ມະ​ຊາດທີ່​ບົ່ມ​ຊ້ອນ​ຢູ່ກາຍ​ເປັນໄພ​ພິ​ບັດ​ຢ່າງ​ຮອບ​ດ້ານ.

 

ຄຳ​ເຫັນ

0