徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ຄຳ​ອວຍ​ພອນ​​ຜ່ານ​ລະ​ບົບ​ວີ​ດີ​ໂອ​ທາງ​ໄກ​ຕໍ່​ເວ​ທີ​ປຶກ​ສາ​ຫາ​ລື​ຈູ່ງ​ກວ່ນ​ຊູ່ນ2021

2021-09-25 15:37:32 cri

ຕາມ​ຂ່າວCRI:ວັນ​ທີ 24 ກັນ​ຍາ​ປີ 2021 ນີ້, ທ່ານ​ສີ​ຈິ້ນ​ຜີງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ອວຍ​ພອນ​ຜ່ານ​ລະ​ບົບ​ວີ​ດີ​ໂອ​ທາງ​ໄກ​ຕໍ່​ເວ​ທີ​ປຶກ​ສາ​ຫາ​ລື​ຈູ່ງກວ່ນ​ຊູ່ນ 2021.

 

ທ່ານ​ສີ​ຈິ້​ນ​ຜີງ​ໄດ້​ຊີ້​ອອກວ່າ, ປັດ​ຈຸ​ບັນ​ນີ້, ​ການ​ປ່ຽນ​ແປງ​ຂອງ​ໂລກ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນຮອບ 100 ປີ​ຜ່ານ​ມາ​ໄດ້​ຮັບ​ການ​ເລັ່ງ​ລັດໄວ​ເຂົ້າ, ການ​ລະ​ບາດ​ຂອງພະ​ຍາດ​ໂຄວິດ-19 ມີ​ຜົນ​ສະ​ທ້ອນ​ຢ່າງກວ້າງ​ຂວາງ​ແລະ​ເລິກ​ເຊິ່ງ, ການ​ຟື້ນ​ຕົວ​ຂຶ້ນ​ທາງດ້ານ​ເສດ​ຖະ​ກິດ​ຂອງ​ໂລກ​ປະ​ເຊີ​ນ​ໜ້າ​ກັບ​ທ້າ​ທາຍ​ທີ່​ຂ້ຽວ​ຂາດ, ແຕ່​ລະ​ປະ​ເທດ​ໃນ​ໂລກ​​ຍິ່ງຕ້ອງ​ການເພີ່ມ​ທະ​ວີ​ການ​ເປີ​ດ​ປະ​ຕູ​ສູ່​ພາຍນອກ​ແລະ​ການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ, ​ຜ່ານ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ເຕັກ​ໂນ​ໂລ​ຊີເພື່ອຮ່ວມ​ກັນ​ຄົ້ນ​ຄວ້າ​ຊ່ອງ​ທາງ​ແລະ​ວິ​ທີ​ການ​ແກ້​ໄຂ​ບັນ​ຫາລັກ​ສະ​ນະ​ທົ່ວ​ໂລກທີ່​ສຳ​ຄັນ​, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຂອງ​ຍຸກສະ​ໄໝ​, ຮ່ວມ​ກັນຊຸກ​ຍູ້​ພາ​ລະ​ກິອັນສູງ​ສົ່ງແຫ່ງ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ.

 

ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ເນັ້ນ​ວ່າ, ຈູ່ງກວ່ນ​ຊູ່ນ​ແມ່ນ​ເຂດ​ຕົວ​ແບບ​ແຫ່ງ​ການ​ເປັນ​ເຈົ້າ​ການປະ​ດິດ​ສ້າງ​ໃໝ່​ລະ​ດັບ​ຊາດແຫ່ງ​ທຳ​ອິດ​ຂອງ​ຈີນ, ເວ​ທີ​ປຶກ​ສາ​ຫາ​ລື​ຈູ່ງກວ່ນ​ຊູ່ນ​ແມ່ນ​ເວ​ທີ​ລະ​ດັບ​ຊາດ​ທີ່​ມຸ້ງ​ໜ້າ​ສູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວ​ມ​ມື​ຂອງ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ເຕັກ​ໂນ​ໂລ​ຊີ​ໃນ​ທົ່ວ​ໂລກ. ຈີ​ນ​ສະ​ໜັບ​ສະ​ໜູນ​ໃຫ້​ຈູ່ງກວ່ນ​ຊູ່ນ​ດຳ​ເນີນ​ການ​ນຳ​ໜ້າ​​ປະ​ຕິ​ຮູບຮອບ​ໃໝ່, ເລັ່ງ​ລັດ​ການ​ກໍ່​ສ້າງ​ເຂດ​ສວນ​ເຕັກ​ໂນ​ໂລ​ຊີ​ ການ​ນຳ​ໜ້າ​ໃນ​ໂລກ, ປະ​ກອບ​ສ່ວນ​ໃໝ່​ເຂົ້າ​ໃນ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ຂອງ​ການ​ປະ​ດິດ​ສ້າງ​ໃໝ່ດ້ານ​ເຕັກ​ໂນ​ໂລ​ຊີ​ຂອງ​ໂລກ.

ຄຳ​ເຫັນ

0