徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງ​ກະ​ໂປ​ຈະ​ຮັດ​ກຸມມາດ​ຕະ​ການ​ປ້ອງ​ກັນ​ການ​ລະ​ບາດ​ຂອງພະ​ຍາດໂຄວິດ-19​ຢ່າງ​ຮອບ​ດ້ານ ເພື່ອ​ຮັບ​ມື​ກັບ​ການພັດ​ທະ​ນາ​ຢ່າງວ່ອງ​ໄວ​ຂອງ​ການ​ລະ​ບາດ

2021-09-25 15:38:35 cri

ຕາມ​ຂ່າວCRI: ວັນ​ທີ 24 ກັນ​ຍາ​ນີ້, ໜ່ວຍ​ງານ​ຕໍ່​ຕ້ານ​ພະ​ຍາດ​ໂຄວິດ-19​ ຂອງ​ສິງ​ກະ​ໂປ​ປະ​ກາດ​ວ່າ, ຈະ​ຮັດ​ກຸມມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດໂຄວິດ-19​ຢ່າງ​ຮອບ​ດ້ານ ເພື່ອ​ຮັບ​ມື​ກັບ​ການພັດ​ທະ​ນາ​ຢ່າງວ່ອງ​ໄວ​ຂອງ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ສິງ​ກະ​ໂປ.

ທ່ານ​ໂອງ ເຢ ຄົງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ສິງ​ກະ​ໂປ​ກ່າວ​ວ່າ, ເພື່ອ​ຮັບ​ມື​ກັບ​ກໍ​ລະ​ກິດ​ຕິດ​ເຊື້ອ​ທີ່​ເພີ່ມ​ຕື່ມ​ຢ່າງວ່ອງ​ໄວ, ຈຳ​ນວນ​ຕຽງ​ຄົນ​ເຈັບ​ເພື່ອ​​ທີ່​ໂຮງ​ໝໍ​ສິງ​ກະ​ໂປ​ກຽມ​ໄວ້​ໃຫ້​ຜູ້​ຕິດ​ເຊື້ອ​ໂຄວິດ-19 ໄດ້ຈາກ 1000 ຕຽງ​ເພີ່ມ​ຂຶ້ນ​ຮອດ​ປະ​ມານ 1600 ຕຽງ. ນັບ​ແຕ່​ວັນ​ທີ 4 ຕຸ​ລາ​ໜ້າ​ນີ້​ເປັນ​ຕົ້ນ​ໄປ, ​ຈະ​ດຳ​ເນີນ​ວຽກ​ງານ​ສັກ​ຢາ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ເຂັມ​ທີ 3 ໃຫ້​ກັບ​ພົນ​ລະ​ເມືອງ​ສິງ​ກະ​ໂປ​ທີ່​ສັກ 2 ເຂັມ​ແລ້ວ​ຢ່າງ​ໜ້ອຍ 6 ເດືອນ​ແລະ​ມີ​ອາ​ຍຸ​ແຕ່ 50 ຫາ 59 ປີ..

ຫຼາຍ​ມື້​ມາ​ນີ້, ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ສິງ​ກະ​ໂປ​ໄດ້​ພັດະ​ທ​ນາຢ່າງວ່ອງ​ໄວ, ກໍ​ລະ​ນີ​ຜູ້​ຕິດ​ເຊື້ອ​ທີ່​ເພີ່ມ​ໃໝ່​ຕໍ່​ມື້​ໃນ​ວັນ​ທີ 22 ແລະວັນ​ທີ 23 ກັນ​ຍາ​ນີ້ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ເທື່ອ​ໃໝ່​ຢ່າງ​ຕໍ່​ເນື່ອງ.

ຄຳ​ເຫັນ

0