李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ໜັກ​ໜ່ວງ​ຕໍ່​ບັນ​ຫາ​ກັກ​ຕົວ​ຕາມ​ລຳ​ພັງ​ໃຈ​ຂອງ​ປະ​ເທ​ດ​ຕາ​ເວັນ​ຕົກ​ໃນ​ສະ​ພາ​ສິດ​ທິ​ມະ​ນຸດ

2021-09-25 16:20:00 cri

ຫວ່າງມໍ່ໆ​ນີ້, ກອງ​ປະ​ຊຸມ​ຄັ້ງ​ທີ 48 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຈັດ​ການ​ສົນ​ທະ​ນາ​ກັບ​ໜ່ວຍ​ງານ​ບັນ​ຫາ​ກັກ​ຕົວ​ຕາມ​ລຳ​ພັງ​ໃຈ. ທ່ານ ຈຽງ​ຢຸ້ຍ ອັກ​ຄະ​ລັດ​ຖະ​ທູດ​ຂອງ​ຄະ​ນະ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ເຊີ​ແນວ ໄດ້​ປະ​ກອບ​ຄຳ​ຄິດ​ເຫັນ ໂດຍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ໜັກ​ໜ່ວງ​ຕໍ່​ບັນ​ຫາ​ກັກ​ຕົວ​ຕາມ​ລຳ​ພັງ​ໃຈ​ຂອງປະ​ເທດ​ຕາ​ເວັນ​ຕົກ ເຊັ່ນ: ອາ​ເມ​ຣິ​ກາ, ອົ​ສ​ຕ​ຣາ​ລີ ແລະ ກາ​ນາ​ດາ​ເປັນ​ຕົ້ນ.

ທ່ານ ຈຽງຕ່ວນ ​ຊີ້​ໃຫ້​ເຫັນ​ວ່າ: ອາ​ເມ​ຣິ​ກາ​ໄດ້​ກັກ​ຕົວ​ຜູ້​ຖືກ​ສົງ​ໄສ​ກະ​ທຳ​ຜິດ​ຢູ່​ຄຸກກວນ​ຕາ​ນາ​ໂມ​ໂດ​ຍ​ບໍ່​ມີ​ເວ​ລາ​ຈຳ​ກັດ, ຜູ້​ຖືກ​ສົງ​ໄສ​ທີ່​ກ່ຽວ​ຂ້ອງ ບໍ່​ໄດ້​ຜ່ານ​ການ​ຕັດ​ສິນ​ຕາມ​ຂັ້ນ​ຕອນ​ກົດ​ໝາຍ ກໍ​ຖືກ​ກັກ​ຕົວ​ເປັນ​ເວ​ລາ​ຍາວນານ, ທັງ​ໄດ້​ຖືກ​ທໍ​ລະ​ມານ​ທັງ​ກາຍ​ແລະ​ໃຈ​ຢ່າງ​ໂຫດ​ຮ້າຍ​ແລະ​ຕໍ່​ເນື່ອງ. ລັດ​ຖະ​ບານ​ອົ​ສ​ຕ​ຣາ​ລີ ປະ​ຕິ​ບັດ​ນະ​ໂຍ​ບາຍ​ກັກ​ຕົວ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຢູ່​ນອກຝັ່ງ, ເງື່ອນ​ໄຂ​ການ​ຢູ່​ແລະ​ການ​ປິ່​ນ​ປົວ​ພະ​ຍາດ​ຂອງ​ສູນ​ກັກ​ຕົວ​ແມ່ນ​ຂີ້​ຮ້າຍ​ທີ່​ສຸດ, ຜູ້​ຖືກ​ກັກ​ຕົວ ໄດ້​ຖືກ​ທໍ​ລ​ະ​ມານ​ເປັນ​ເວ​ລາ​ຍາວ​ນານ. ສ່ວນ​ກາ​ນາ​ດາ ໄດ້​ກັກ​ຕົວ​ທ່ານ​ນາງ ເມີ້ງ​ຫວານ​ໂຈ່ວ ທີ່​ເປັນ​ພົນ​ລະ​ເມືອງ​ຂອງ​ຈີນ​ຢ່າງ​ບໍ່​ມີ​ເຫດ​ຜົນ​​ຕາມ​ລຳ​ພັງ​ໃຈເປັນ​ເວ​ລາ​ຫຼາຍກວ່າ 1000 ມື້, ທັງ​ໄດ້​ທຳ​ຮ້າຍ​ພົນ​ລະ​ເມືອງ​ຈີນ​ຜູ້​ອື່ນໆ​ໃນ​ດ້ານ​ການ​ເມືອງ ເພື່ອ​​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ​ເຕັກ​ນິກ​ສູງ​ຂອງ​ຈີນ. ຝ່າຍ​ຈີນ​ເລັ່ງ​ທວງ​ໃຫ້​ປະ​ເທດ​ເຫຼົ່າ​ນີ້​​ຈົ່ງ​ຢຸດ​ຕິ​ການ​ກະ​ທຳ​ທີ່​ລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢ່າງ​ໜັກ​ໜ່ວງ ເຊັ່ນ: ການ​ກັກ​ຕົວ​ຕາມ​ລຳ​ພັງ​ໃຈ​ເປັນ​ຕົ້ນໃນ​ທັນ​ທີ.

ຄຳ​ເຫັນ

0