吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ໃຫຍ່​ອິນ​ເຕີ​ເນັດ​ໂລກ​ປີ 2021 ຈັດ​ຂຶ້ນ​ຢູ່​ເມືອງ​ອູ່​ເຈີ້ນ​ຂອງ​ຈີນ

2021-09-26 15:29:25 CRI

ກອງ​ປະ​ຊຸມ​ໃຫຍ່​ອິນ​ເຕີ​ເນັດ​ໂລກ​ປີ 2021 ຈັດ​ຂຶ້ນ​ຢູ່​ເມືອງ​ອູ່​ເຈີ້ນ​ຂອງ​ຈີນ_fororder_1127903390_16326255422611n

 

 ວັນ​ທີ 26 ກັນ​ຍາ​ນີ້, ກອງ​ປະ​ຊຸມ​ສຸດ​ຍອດ​​ຂອງກອງ​ປະ​ຊຸມ​ໃຫຍ່​ອິນ​ເຕີ​ເນັດ​ໂລກ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ອູ່​ເຈີ້ນ ນະ​ຄອນເຈ່ຍຊີ່ງ ແຂວງ​ເຈີ້​ຈ່ຽງ​​ປະ​ເທດ​ຈີນ, ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ເປັນ​ການ​ເຕົ້າ​ໂຮມ​​ຜົນ​ງານຫຼ້າ​ສຸດ​​ທາງ​ດ້ານເຕັນ​ນິກ​​ອິນ​ເຕີ​ເນັດ, ໂດຍ​ຈະສຸມ​ໃສ່​ຄວາມ​ສາ​ມາດ​ດ້ານ​ດີ​ຈີ​ຕອນ ແລະ ການ​ສ້າງ​ອະ​ນາ​ຄົດຮ່ວມ​ກັນ.

 

ກອງ​ປະ​ຊຸມ​ໃຫຍ່​ອິນ​ເຕີ​ເນັດ​ໂລກ​ປີ 2021 ຈັດ​ຂຶ້ນ​ຢູ່​ເມືອງ​ອູ່​ເຈີ້ນ​ຂອງ​ຈີນ_fororder_1127903390_16326255422971n

 

    ກອງ​ປະ​ຊຸມ​ສຸດຍອດ​ອູ່​ເຈີ້ນ​ຂອງກອງ​ປະ​ຊຸມ​ໃຫຍ່​ອິນ​ເຕີ​ເນັດ​ໂລກ​ປີ​ນີ້​ມີ​ຫົວ​ຂໍ້​ວ່າ: “ກ້າວ​ໄປ​ສູ່​ຍຸກ​ສະ​ໄໝ​ໃໝ່​ແຫ່ງ​ຄວາມ​ສິ​ວິ​ໄລ​ດ້ານ​ດີ​ຈີ​ຕອນ: ພ້ອມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ພື້ນ​ທີ່​ອິນ​ເຕີ​ເນັດ”, ກອງ​ປະ​ຊຸມ​ນີ້​ຈະ​ຈັດ​ໃຫ້​ມີ​ກອງ​ປະ​ຊຸມ​ຍ່ອຍ 20 ຄັ້ງ ໂດຍ​ຈະ​ສຸມ​ໃສ່​ທ່ວງ​ທ່າ​ໃໝ່​ໃນ​ການ​ພັດ​ທະ​ນາ​ເຕັກ​ນິກ​​ອິນ​ເຕີ​ເນັດ​ທັນ​ສະ​ໄໝ​ສຸດຂອງ​ໂລກ, ທ່ວງ​ທ່າ​ໃໝ່​ດ້ານ​ການ​ຄຸ້ມ​ຄອງ​ພື້ນ​ທີ່​ອິນ​ເຕີ​ເນັດ, ຈະ​ຈັດ​ໃຫ້​ມີ​ຫົວ​ຂໍ້​ຕ່າງໆ​ໂດຍ​ປິ່ນ​ອ້ອມ​ຫຼາຍ​ເນື້ອ​ໃນ ເຊັ່ນ: “ຊ່ວຍ​ການ​ຕ້ານ​ພະ​ຍາດ​ໂຄວິດ-19, ການ​ຟື້ນ​ຟູ​ເສ​ດ​ຖະ​ກິດ” ແລະ “ການ​ປະ​ດິດ​ສ້າງ​ໃໝ່​ຈະ​ຊ່ວຍ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ” ເປັນ​ຕົ້ນ, ນອກ​ນີ້ ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ແນວ​ຄິດ​ວົງ​ການ​ອຸດ​ສາ​ຫະ​ກຳ​ຕ່າງໆ​ທີ່​ມີ​ຕໍ່​ອະ​ນາ​ຄົດ​ການ​ພັດ​ທະ​ນາ​ອິນ​ເຕີ​ເນັດ ນຳ​ໜ້າ​ພາ​ທາງ​ໃນ​ທ່ວງ​ທ່າ​ໃໝ່​ດ້ານ​ການ​ປະ​ດິດ​ສ້າງ​ເຕັກ​ນິກ​ດີ​ຈີ​ຕອນ, ສະ​ແດງ​ໃຫ້​ເຫັນ​ແຜນ​ການ, ສະ​ຕິ​ປັນ​ຍາ​ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ຈີນ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ ແລະ ກາ​ນ​ຄຸ້ມ​ຄອງ​ອິນ​ເຕີ​ເນັດ.

 

ກອງ​ປະ​ຊຸມ​ໃຫຍ່​ອິນ​ເຕີ​ເນັດ​ໂລກ​ປີ 2021 ຈັດ​ຂຶ້ນ​ຢູ່​ເມືອງ​ອູ່​ເຈີ້ນ​ຂອງ​ຈີນ_fororder_1127903390_16326255423311n 

 

    ຜູ້​ຕາງ​ໜ້າເກືອບ 2 ພັນ​ທີ່​ມາ​ຈາກ 80 ກວ່າ​ປະ​ເທດ ແລະ ເຂດ​ແຄວ້ນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເທື່ອ​ນີ້​ດ້ວຍ​ຮູບ​ແບບ​ອອນ​ລາຍ ຫຼື ອອ​ຟ​​ລາຍ.

ຄຳ​ເຫັນ

0