ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕອນເຊົ້າວັນທີ 26 ກັນຍານີ້, ໃນພິທີສ້າງຕັ້ງກອງທຶນເພື່ອການລົງທຶນດ້ານອຸດສາຫະກຳສື່ປະສົມຂອງ CCTV ທີ່ຈັດຂຶ້ນຢູ່ນະຄອນຊຽງໄຮ, ທ່ານເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມຂອງສູນກາງພັກກອມມູນິດຈີນ, ຜູ້ອຳນວຍການໃຫຍ່ ທັງເປັນບັນນາທິການໃຫຍ່ຂອງວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ກ່າວວ່າ ການຖ່າຍທອດສົດຢູ່ CCTV ກ່ຽວກັບນາງເມີ້ງຫວານໂຈ່ນກັບຄືນປະເທດຊາດ ໄດ້ມີສຽງຕອບຮັບຢ່າງຟົດຟື້ນຫຼາຍທີ່ສຸດ, ພຽງແຕ່ຢູ່ເວທີສື່ສັງຄົມອອກລາຍຂອງ CMG ,ກໍ່ມີຈຳນວນຊາວເນັດສະແດງຄວາມຊົມເຊີຍ 400 ລ້ານເທື່ອຄົນ ເຊິ່ງຫຼາຍກວ່າຈຳນວນປະຊາກອນຂອງອາເມລິກາ ບວກກັບ ການາດາ.
“ນີ້ແມ່ນຄວາມປາຖະໜາຂອງປະຊາຊົນ, ແມ່ນກຳລັງແຮງຂອງປະຊາຊົນ!” ທ່ານເຊີ້ນໄຫຊົງກ່າວວ່າ, ນາງເມີ້ງຫວານໂຈ່ວສາມາດກັບຄືນສູ່ປະເທດຈີນ, ໄດ້ສະແດງໃຫ້ເຫັນເຖິງທັດສະນະກຳອຳນາດຂອງພັກກອມມູນິດຈີນທີ່ເຄົາລົບປະຊາຊົນຢ່າງເຕັມສ່ວນ, ເປັນແບບຢ່າງທີ່ມີຊີວິດຊີວາທີ່ສຸດຂອງແນວຄິດການພັດທະນາທີ່ຖືປະຊາຊົນເປັນສູນກາງໃນຍຸກສະໄໝໃໝ່. “ການນຳພາອັນໝັ້ນແກ່ນຂອງພັກແມ່ນເສົ້າຄ້ຳທີ່ໝັ້ນແກ່ນໃຫ້ກັບປະຊາຊົນຈຳນວນ 1,4 ຕື້ຄົນ, ປະເທດຊາດທີ່ເຂັ້ມແຂງແມ່ນເສົາຄ້ຳອັນໝັ້ນແກ່ນໃຫ້ປະຊາຊົນຈີນ.”
ຄຳເຫັນ
0