吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ເທດ​ຈີນ​ໄດ້​ເຜີຍ​ແຜ່​ປື້ມ​ປົກ​ຂາວ​ກ່ຽວ​ກັບ “ການ​ພັດ​ທະ​ນາ​ປະ​ຊາ​ກອນ​ຢູ່​ເຂດ​ຊິ່ນ​ຈ່ຽງ”

2021-09-26 15:38:35 CRI

    ວັນ​ທີ 26 ກັນ​ຍາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​ໄດ້​ເຜີຍ​ແຜ່ປຶ້ມ​ປົກ​ຂາວ​ກ່ຽວ​ກັບ “ການ​ພັດ​ທະ​ນາ​ປະ​ຊາ​ກອນ​ຢູ່​ເຂດ​​ຊິ່ນ​ຈ່ຽງ”.


    ປື້ມ​ປົກ​ຂາວ​ໄດ້​ລະ​ບຸ​ວ່າ, ກ່ອນ​ການ​ສະ​ຖາ​ປະ​ນາ​ສ.ປ.ຈີນ, ການ​ພັດ​ທະ​ນາ​ເສ​ດ​ຖະ​ກິດ​ສັງ​ຄົມ​ຢູ່​ເຂດ​ຊິ່ນ​ຈ່ຽງ​ຫຼ້າ​ຫຼັງ​ຫຼາຍ, ປະ​ຊາ​ກອນ​ມີ​ຈຳ​ນວນ​ໜ້ອຍ, ​ຄຸນ​ນະ​ພາບຂອງ​ປະ​ຊາ​ກອນ​ກໍ່​ຕ່ຳ, ອາ​ຍຸ​ຍືນ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ກໍ່​​ຕ່ຳ. ຫຼັງ​ຈາກ​ການ​ສະ​ຖາ​ປະ​ນາ​ສ.ປ.ຈີນແລ້ວ, ​ຈຳ​ນວນປະ​ຊາ​ກອນ​ຢູ່​ເຂດ​ຊິ່ນ​ຈ່ຽງ ໂດຍ​ສະ​ເພາະ​ແມ່ນ​ຈຳ​ນວນ​ປະ​ຊາ​ກອນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ເພີ່ມ​ຫຼາຍ​ຂຶ້ນ​ຢ່າງວ່ອງ​ໄວ, ​ຄຸນ​ນະ​ພາບຂອງ​ປະ​ຊາ​ກອນ​​ໄດ້​ຖືກຍົກ​ສູງ​ຂຶ້ນ​ຢ່າ​ງ​ບໍ່​ຢຸດ​ຢັ້ງ, ອາ​ຍຸ​ຍືນ​ທີ່​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຍົກ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ເສ​ຖະ​ກິດສັງ​ຄົມ​ມີ​ຄວາມ​ໝັ້ນ​ຄົງ​ຢ່າງ​ຕໍ່​ເນື່ອງ, ປະ​ຊາ​ຊົນ​ ​ເຜົ່າ​ຕ່າງ​ໆ​ຢູ່​ເຢັນ​ເປັນ​ສຸກ, ການ​ພັດ​ທະ​ນາ​ປະ​ຊາ​ກອນ​ທັງ​ສະ​ໝ່ຳ​ສະ​ເໝີ​ທັງ​ປອດ​ໃສ.
     ປື້ມ​ປົກ​ຂາວ​ຍັງ​ໄດ້​ລະ​ບຸ​ອີກວ່າ: ການ​ພັດ​ທະ​ນາ​ປະ​ຊາ​ກອນ​ຢູ່​ຊິ່ນ​ຈ່ຽງ​ແມ່ນ​ກະ​ແສ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ຕ້ອງ​ເປັນ​ໄປ, ແມ່ນ​ຍຸກ​ສະ​ໄໝ​ຂອງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ຄວາມ​ທັນ​ສະ​ໄໝ​ທີ່​ຕ້ອງ​ເປັນ​ໄປ, ຍຸກ​ສະ​ໄໝ​ໃດໆ​ໃນ​ເມື່ອ​ກ່ອນ​ກໍ່​ບໍ່​ສາ​ມາດ​ປຽບ​ທຽບ​ໄດ້, ບຸກ​ຄົນ​ໃດໆ​ທີ່​ເຄົາ​ລົບ​ສະ​ພາບ​ຄວາມ​ເປັນ​ຈິງ​ກໍ່​ບໍ່​ສາ​ມາດ​ປະ​ຕິ​ເສດ​ຄວາມ​ເປັນ​ຈິງ​ນີ້​ໄດ້.

ຄຳ​ເຫັນ

0