郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ຄົນອື່ນດັບສູນເຮົາໄດ້, ແຕ່ບໍ່ສາມາດຊະນະໃຈເຮົາໄດ້!”

2021-10-08 11:19:21 cri

“ຄົນອື່ນດັບສູນເຮົາໄດ້, ແຕ່ບໍ່ສາມາດຊະນະໃຈເຮົາໄດ້!”_fororder_许庆

“ຄົນ​ອື່ນດັບສູນເຮົາ​ໄດ້, ແຕ່​ບໍ່​ສາ​ມາດ​ຊະ​ນະໃຈ​ເຮົາ​ໄດ້!”

ນີ້​ແມ່ນ​ປະໂຫຍກໜຶ່ງ​ທີ່​ມີ​ຊື່​ສຽງ​ໃນນະວະນິຍາຍເລື່ອງ “ຜູ້​ເຖົ້າ​ກັບ​ທະ​ເລ” ​ເຊິ່ງແມ່ນຜົນງານ​ທີ່​ມີ​ຊື່​ສຽງຂອງ​ທ່ານ  ເອີເນສ ມີນເລີ ເຮມິງເວ (Ernest Miller Hemingway) ນັກ​ປະ​ພັນ​ອາ​ເມ​ຣິ​ກາ, ມັນ​ເປັນຄະຕິເຕືອນໃຈສຳລັບ​ທ່ານ​ ສວີ​ຊີ້ງ ແຊມ​ປຽນ​ລອຍ​ນ້ຳ​ໃນງານ​ກິ​ລາ​ໂອ​ລິມ​ປິກຄົນພິການຂອງຈີນ. ຊັ້ນ ມື້ນີ້ ຈະເລົ່າ ເລື່ອງກ່ຽວກັບທ່ານ ສວີຊີ້ງ ສູ່ທ່ານຟັງ.

ສວີ​ຊີ້ງ​ເກີດ​ຢູ່​ເມືອງ​ພີງ​​ຕີງ​ຊ່ານ ທາງພາກ​ກາງປະເທດຈີນ. ເມື່ອ​ອາ​ຍຸໄດ້ 6 ປີ, ປູ່​ຍ່າ​ໄດ້ຂີ່​ລົດ​ຈັກ​ຊ້ອນ​ສວີ​ຊີ້ງ​ ອອກໄປນອກເມືອງ, ແຕ່​ໂຊກບໍ່ດີ ເກີດອຸບັດ ເຫດ. ປູ່​ເສຍ​ຊີ​ວິດ​, ສວີ​ຊີງ​ເຖິງວ່າ​ລອດ​ຊີ​ວິດມາໄດ້ແຕ່ກໍ່​ເສຍ​ແຂນ​ທັງ​ສອງ​ເບື້ອງ​.

ອຸ​ບັດ​ເຫດ​ທີ່​ເກີດຂຶ້ນຢ່າງ​ກະ​ທັນ​ຫັນ ບໍ່​ພຽງ​ແຕ່ເຮັດໃຫ້ສວີຊີ້ງເສຍແຂນທັງ​ສອງ​ເບື້ອງ​ເທົ່ານັ້ນ, ຍັງ​ເຮັດ​ໃຫ້​ລາວ​ທຸກໃຈ ຈົນກາຍເປັນຄົນບໍ່ມັກຍິ້ມມັກຫົວ. ​ລາວ​ຮູ້ສຶກນ້ອຍອົກນ້ອຍ​ໃຈທີ່ສຸດ. ລາວ​ມັກ​ລີ້​ຢູ່​ຂ້າງ​ປ່ອງ​ຢ້ຽມຄົນດຽວ, ຈອບ​ເບິ່ງພວກ​ໝູ່ເດັກ​ນ້ອ​ຍ​ທີ່ພາກັນ​ຫຼິ້ນ​ຢູ່ນອກ​ເຮືອນ, ແຕ່​ລາວບໍ່ກ້າອອກໄປນອກ ເຮືອນ. ເຖິງວ່າ​ໃນ​ລະ​ດູ​ຮ້ອນ​ທີ່ອາກາດ​ຮ້ອນອົບເອົ້າທີ່ສຸດ, ລາວ​ກໍ​ຕ້ອງນຸ່ງ​​ເສື້ອ​ແຂນ​ຍາວ ເພື່ອປົກປິດ​​ການເສຍແຂນ​ທັງ​ສອງ​ເບື້ອງຂອງຕົນ​.

ໂດຍ​ໄດ້ຮັບການແນະນຳຈາກ​ທ່ານ​ໝໍ, ແມ່​ຂອງ​ສວີ​ຊີ້ງ​ໄດ້ພາລາວໄປ​ຫາຊື້ ແຂນທຽມນຳ​ບໍ​ລິ​ສັດ​ຂາຍແຂນທຽມແຫ່ງໜຶ່ງຢູ່​ນະ​ຄອນ​ອູ​ຮັ້ນ. ຜູ້​ອຳ​ນວຍ​ການ​ຂອງ​ບໍ​ລິ​ສັດ​ແຫ່ງນັ້ນ ​ກໍ​ເປັນ​ຄົນ​ພິ​ການເຊັ່ນກັນ, ແຕ່ເພິ່ນເຄີຍ​ເປັນ​ແຊມ​ໂລກ​ໃນກິລາປະ​ເພດ​ປິ໋ງປ໋ອງຄົນ​ພິ​ການ. ເມື່ອ​ເພິ່ນ​ໄດ້​ຮູ້​ວ່າ​ສວີ​ຊີ້​ງ​ມັກ​ລອຍນ້ຳ, ເພິ່ນກໍລະ​ດົມຈິດ​ໃຈ​ສວີ​ຊີ້ງ​ໃຫ້ໄປ​ຝຶກ​ຮຽນ​ລອຍ​ນ້ຳ. ຊາ​ຕາ​ກຳຂອງ​ສວີ​ຊີ້ງ ຈຶ່ງ​ເລີ່ມມີການ​ປ່ຽນ​ແປງຈາກ​ເວລານັ້ນເປັນ​ຕົ້ນ​ມາ.

ເຖິງວ່າ​ຮ່າງ​ກາຍ​ພິ​ການ​, ແຕ່ພອນ​ສະ​ຫວັນ​ໃນ​ການ​ລອຍ​ນ້ຳ​ຂອງສວີ​ຊີ້ງ​ບໍ່ໄດ້ ຫາຍໄປໃສ. ພາຍ​ໃຕ້​ການເອົາໃຈໃສ່​ສອນຢ່າງເປັນ​ລະ​ບົບ ​ແລະ​ ໄດ້ຮັບການຊ່ວຍ​ເຫຼືອ​ຈາກ​ຄູ​ຝຶກ, ສວີ​ຊີ້ງ​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ເດັ່ນ​ຊັດທີ່ສຸດ, ແຕ່​ບັນ​ຫາດ້ານ​ຈິດ​ໃຈ​ຂອງ​ລາວ​ກໍ​ຕ້ອງໄດ້​ຮັບ​ການເອົາໃຈໃສ່​ຈາກ​ຄູຝຶກ. ສະ​ນັ້ນ ຄູ​ຝຶກຈຶ່ງ​ພາ​ສວີ​ຊີ້ງ​ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່​ທີມ​ລອຍ​ນ້ຳ​ຄົນ​ພິ​ການ​ຂັ້ນ​ແຂວງ. ເມື່ອ​ໄດ້​ເຫັນ​ນັກ​ກິ​ລາ​ທີ່​ອັບ ໂຊກຈົນພິການໃນແບບ​ຕ່າງໆເໝືອນດັ່ງ​ຕົນ​ເອງ, ແຕ່​ເຂົາເຈົ້າພັດ​ບໍ່​ມີເວລາໄປ ສົນໃຈນຳ​ຮ່າງ​ກາຍ​ພິ​ການ​ຂອງ​ຕົນ, ມີແຕ່ສຸມກຳລັງຝຶກ​ຊ້ອມ​ຢ່າງ​ຫ້າວຫັນ​ເໝືອນ​ດັ່ງ​ຄົນ​ປົກກະຕິ, ເມື່ອສວີ​ຊີ້ງ​ເຫັນແບບນັ້ນ ຈຶ່ງ​ຕັດ​ສິນ​ໃຈ​ວ່າ ຫຼັງກັບໄປບ້ານ, ຕົນ​ເອງ​ກໍ​ຈະ​ດຳ​ລົງ​ຊີ​ວິດ​ຄື​ກັນ​ກັບພວກ​ເຂົາ​ເຈົ້າ​ທີ່ເຮັດ​ປານວ່າຄົນ​ປົກ​ກະ​ຕິ.

ຍ້ອນວ່າໄດ້ຮັບຄະແນນດີ​ເດັ່ນ, ເຖິງວ່າຫາ​ກໍ່​ຝຶກໄດ້​ບໍ່​ຮອດ​ສອງ​ເ​ດືອນ, ສວີ​ຊີ້ງ​ກໍຍັງມີໂອກາດເຂົ້າ​ຮ່ວມງານ​ກິ​ລາ​ຄົນ​ພິ​ການ​ແຂວງເຮີນານຄັ້ງ​ທີ 4, ທັງ​ສາມາດ ຄວ້າໄດ້​ຫຼຽນ​ຄຳ 1 ຫຼຽນ, ຫຼຽນ​ເງິນ 1 ຫຼຽນ ​ແລະ​ ຫຼຽນ​ທອງ 1 ຫຼຽນ​.

“ຄົນອື່ນດັບສູນເຮົາໄດ້, ແຕ່ບໍ່ສາມາດຊະນະໃຈເຮົາໄດ້!”_fororder_许庆1

ໃນ​ງານ​ກິ​ລາ​ໂອ​ລິມ​ປິ​ກ​ຄົນ​ພິ​ການທີ່​ເອເທນປະເທດເກຣັກ​ປີ 2004, ຕອນນັ້ນ ສວີ​ຊີ້ງຫາກໍ່​ມີ​ອາ​ຍຸໄດ້ 12 ປີ​ ແລະ ກໍ່ຖືວ່າເປັນ​ນັກ​ກິ​ລາ​ໜຸ່ມກວ່າ​ໝູ່​ໃນ​ຄະ​ນະ ນັກ ກິລາ​ຈີນ, ລາວຍ່າງ​ເຂົ້າ​ສະໜາມແຂ່ງຂັນ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການເປັນຄັ້ງ ທຳອິດ, ທັງໄດ້ອັນດັບທີ 9 ຂອງການແຂ່ງຂັນ. ຕໍ່​ມາ ສວີ​ຊີ້ງ​ໄດ້​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ທີ່​ປັກ​ກິ່ງ, ລອນດອນ​ ແລະ​ ຣີໂອເດີຈາເນໂຣ​ສາມ​ເທື່ອ, ທັງ​ໄດ້​ຮັບ​ຫຼຽນ​ຄຳ 4 ຫຼຽນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິ​ກ​ຄົນ​ພິ​ການ​ລອນດອນ 2012​, ເວລາ ນັ້ນ ​ເປັນ​ໄລ​ຍະ​ທີ່ສະ​ຫງ່າ​ງາມທີ່ສຸດ​ສຳລັບ​ລາວ​.

“ຄົນອື່ນດັບສູນເຮົາໄດ້, ແຕ່ບໍ່ສາມາດຊະນະໃຈເຮົາໄດ້!”_fororder_许庆3-2012

​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການປີ 2016 ທີ່​ຈັດຂຶ້ນຢູ່ຣີໂອເດີຈາເນໂຣ ​ປະ​ເທດ ບ​ຣາ​ຊີນ ແມ່ນ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ຄັ້ງ​ສຸດ​ທ້າຍ​ທີ່​ສວີ​ຊີ້ງໄດ້​ເຂົ້າ​ຮ່ວມ. ກ່ອນ​ການແຂ່ງ​ຂັນ​ຮອບ​ຊີງ​ຊະ​ນະ​ເລີດ​ໃນປະ​ເພດ​ລອຍ​ນ້ຳ​ທ່າແມງ​ກະ​ເບື້ອ 50 ແມັດ S6 ເພດ​ຊ​າຍ, ສວີ​ຊີ້ງ​ເຖິງວ່າ​ເຄີຍ​ໄດ້​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການມາແລ້ວ 4 ຄັ້ງ ​​ແຕ່ກໍ່​ຍັງ​ຮູ້​ສຶກຕື່ນເຕັ້ນຫຼາຍ. ເຖິງວ່າ​ເຄີຍ​ໄດ້​ຮັບ​ຫຼຽນ​ຄຳ 4 ຫຼຽນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ມາແລ້ວກໍ​ຕາມ, ແຕ່ວ່າຄັ້ງນີ້ຈະສາ​ມາດ​ສ້າງ​ຄວາມ​ສະ​ຫງ່າ​ງາມ​ໄດ້ອີກ​ຄັ້ງ​ຫຼື​ບໍ ລາວ​ເອງ​ກໍ​ບໍ່​ມີ​ຄວາມ​ໝັ້ນ​ໃຈ​ເຕັມຮ້ອຍ.

ການ​ແຂ່ງ​ຂັນ​ໃກ້​ຈະ​ເລີ່ມຂຶ້ນ, ສວີ​ຊີ້ງ​ຢູ່​ຊ່ອງ​ລອ​ຍ​ນ້ຳ​ທີ 6. ຄູ່​ແຂ່ງ​ຂັນ​​​ທີ່​ໜ້າເກງຂາມທີ່ສຸດ​ຂອງ​ລາວ​ກໍ່ແມ່ນ​ເຈີ້ງ​ທ່າວ ນັກ​ກິ​ລາ​ຈີນ​ທີ່​ຢູ່​ຊ່ອງລອຍ​ນ້ຳ​ທີ 5. ເມື່ອ​ສຽງໝາກຫວີດ​ດັງ​ຂຶ້ນ,​ ນັກ​ກິ​ລາທັງຫຼາຍກໍ່​ພາ​ກັນ​ໂດດ​ລົງສະ​ລອຍນ້ຳ. ບໍ່​ດົນ, ນັກ​ກິ​ລາ​ຈີນສອງຄົນ​ຄື: ເຈີ້ງ​ທ່າວ​ແລະສວີ​ຊີ້ງ​ ກໍ່ໄດ້​ສະແດງຄວາມສາມາດໄດ້ຢ່າງ​ເດັ່ນ​ຊັດ, ສອງ​ຄົນລອຍ​​ສູສີກັນ​ຢ່າງ​ດຸ​ເດືອດ. ໃນ​ເວລາໃກ້ຈະຮອດເສັ້ນໄຊ, ສອງ​ຄົນ​ເກືອບເອົາຫົວ​ຕຳ​ຂອບສະລອຍນ້ຳພ້ອມກັນ.

ການແຂ່ງ​ຂັນ​ສິ້ນ​ສຸດລົງ, ສວີ​ຊີ້ງ​ສາມາດ​ເອົາ​ຊະ​ນະ​ເຈີ້ງ​ທ່າວໄດ້​ແບບວຸດວິດ, ທັງ​ໄດ້​ສ້າງ​ສະ​ຖິ​ຕິ​ໂລກ​​ອີ​ກ​ເທື່ອໜຶ່ງເຊິ່ງລອຍໄດ້ໄວ​ກວ່າສະຖິຕິໃນ​ປີ 2012 ຄື: 0,01 ວິ​ນາ​ທີ! ສວີ​ຊີ້ງ​ທີ່​ເຄີຍ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ 4 ຄັ້ງ​ໄດ້​ຮັບ​ຫຼຽນ​ຄຳ 10 ຫຼຽນ, ໄດ້​ສ້າງ​ສະ​ຖິ​ຕິ​ໂລກ 12 ເທື່ອ, ກາຍ​ເປັນ​ນັກ​ກິ​ລາ​ລອຍ​ນ້ຳ​ທີ່​ໄດ້​ຮັບ​ຫຼຽນ​ຄຳຫຼາຍກວ່າ​ໝູ່​ໃນ​ປະ​ຫວັ​ດ​ສາດ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ຂອງ​ຈີນ.

“ຄົນອື່ນດັບສູນເຮົາໄດ້, ແຕ່ບໍ່ສາມາດຊະນະໃຈເຮົາໄດ້!”_fororder_许庆4-2016

“ຄົນອື່ນດັບສູນເຮົາໄດ້, ແຕ່ບໍ່ສາມາດຊະນະໃຈເຮົາໄດ້!”_fororder_许庆-2016

ໃນ​ພິ​ທີ​ມອບ​ລາງວັນ, ​ສວີ​ຊີ້ງ​ດີໃຈຫລາຍຈົນນ້ຳ​ຕາໄຫລ​ອາບແກ້ມທ່າມກາງ​ບັນ​ຍາ​ກາດ​ທີ່ທຸງ​​ແດງ 5 ດາວ​ໄດ້ຖືກຊັກຂຶ້ນສູ່ຍອດ​ເສົາ​ພ້ອມສຽງ​ເພງ​ຊາດ​ຈີນທີ່​ດັງສະໜັ່ນ. ເວ​ລານີ້, ລາວ​ອາດ​ຈະຄິດເຖິງ​ຍາມທີ່​ເກີດ​ອຸ​ບັດ​​ເຫດ​ເມື່ອ 18 ປີ​ກ່ອນ, ລາວອາດ​ຈະຄິດ​ເຖິງ​ຄວາມ​ເຈັບ​ປວດ​ ແລະ​ ຄວາມ​ພະ​ຍາ​ຍາມ​ຂອງ​ຕົນ​ໃນ​ການ​ຝຶກຊ້ອມ​ລອຍ​ນ້ຳ​ດ້ວຍຄວາມ​ລຳ​ບາກ, ຄິດເຖິງ​ຄອບ​ຄົວ, ຄູ​ຝຶກ ແລະ​ ໝູ່​ຮ່ວມ​ທີມ​ຂອງ​ຕົນ​ທີ່​ໄດ້​ຢູ່​ນຳ​ກັນກັບ​ລາວ​ ແລະ​ ໃຫ້​ກຳ​ລັງ​ໃຈ​ລາວ​ມາໂດຍຕະ​ຫຼອດ.

 “ຄົນ​ອື່ນດັບສູນເຮົາ​ໄດ້, ແຕ່​ບໍ່​ສາ​ມາດ​ຊະ​ນະໃຈ​ເຮົາ​ໄດ້!”

 ສວີ​ຊີ້ງ​ຂຽນ​ປະໂຫຍກນີ້ ເຊິ່ງແມ່ນປະໂຫຍກ ທີ່​ມີ​ຊື່​ສຽງ​ໃນນະວະນິຍາຍ ເລື່ອງ “ຜູ້​ເຖົ້າ​ກັບ​ທະ​ເລ” ຂອງ​ທ່ານ Ernest Miller Hemingway ນັ້ນໄວ້ໃນ​ສື່​ສັງ​ຄົມ​ອອນ​ລາຍ​ຂອງ​ຕົນ, ສວີ​ຊີ້ງ​ເວົ້າ​ວ່າ: ລາວ​ມັກຈະຄິດ​ເຖິງ​ສາກໜຶ່ງໃນນະວະ ນິຍາຍຕອນທີ່ຜູ້​ເຖົ້າ​ຄົນນັ້ນຊັກໃບ​ເຮືອ​ເກົ່າທີ່ເຄີຍຕາບຫຼາຍເທື່ອ ​ຂຶ້ນ​ສູ່ຍອດເສົາ​ອີກແລ້ວອີກຕື່ມ, ສ່ວນໃບເຮືອເກົ່ານັ້ນ ກໍປຽບ​ເໝືອນ​​ທຸງ​ຜືນ​ໜຶ່ງທີ່​ບໍ່ມີວັນປະ​ລາ​ໄຊ​​ຈັກ​ເທື່ອ.

ຄຳ​ເຫັນ

0