吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂົ້າ​ເກີດ​ຕາມ​ທຳ​ມະ​ຊາດ

2021-10-14 11:22:29 cri


    ເກີດ​ຕາມ​ທຳ​ມະ​ຊາດ​ໃນ​​ທົ່ງ​ກວ້າງ​, ພັດ​ເກີດ​ມີ​ແຊນ​ທີ່​ສະຫຼັບ​ຊັ​ບ​ຊ້ອນ​ຫລາກ​ຫລາຍ​ປະ​ເ​ພດ, ເຊິ່ງ​ເຮັດ​ໃຫ້​ເຂົ້າ​ເກີດ​ຕາມ​ທຳ​ມະ​ຊາດ​ມີ​ຄວາມ​ສາ​ມາດ​ພິ​ເສດ​ທີ່​ປັບ​​ປຸງເຂົ້າທີ່​ຄົນ​ເຮົາ​ປູກ​ໃນ​ນາ​ນັ້ນ​ໃຫ້​ດີ​ຂຶ້ນ. ​ແຕ່ຄຽງ​ຄູ່​ກັບ​​ຂອບ​ເຂດ​ດິນ​ປູກ​ຝັງ​ຂອງ​ມະ​ນຸດ​ເຮົາ​ຂະ​ຫຍາຍກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ນັບ​ແຕ່​ຊຸມ​ປີ 1980 ເປັນ​ຕົ້ນ​ມາ, ຕະ​ກຸນ​ເຂົ້າ​ເກີດ​ຕາມ​ທຳ​ມະ​ຊາດ​ໄດ້​ຫລຸດ​ໜ້ອ​ຍ​ລົງ​ຢ່າງວ່ອງ​ໄວ​, ​ຈົນຜະ​ເຊີນ​ກັບ​ຄວາມ​ສ່ຽງ​ທີ່​ຈະ​ສູນ​ພັນ, ຖືກ​ປຽບ​ເໝືອນ​​ວ່າເປັນ “ໝີ​ແພນ​ດາໃນ​ປະ​ເ​ພດ​ພືດ”. 20 ກວ່າ​ປີ​ມາ​ນີ້, ທ່ານ ​ຢາງ​ຊີ້ງ​ເວີນ ນັກ​ຄົ້ນ​ຄວ້າ​ຂອງ​ສະຖາບັນຄົ້ນ​ຄວ້າວິທະຍາສາດພັນ​ພືດ​ທີ່​ສັງ​ກັດສະ​ຖາ​ບັນວິທະຍາສາດກະສິກຳຈີນໄດ້​ນຳ​ພາ​ໜ່ວຍ​ງານ​ຄົ້ນ​ຄວ້າ​ໄປ​ຊອກ​ຄົ້ນ​ຢູ່​​ທົ່ງ​ກວ້າງ, ​ໂດຍ​ໄດ້ເກັບ​ກຳ​ຂໍ້​ມູນ​ລະ​ອຽດ​ຂອງຕະ​ກຸນ​ເຂົ້າ​ເກີດ​ຕາມ​ທຳ​ມະ​ຊາດ​​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ​ຈີນ. ເພື່ອ​ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ​ແຊນ​ຂອງຕະ​ກຸນ​ເຂົ້າ​ເກີດ​ຕາມ​ທຳ​ມະ​ຊາດ​​ບໍ່​ຖືກ​ຜົນ​ກະ​ທົບຈາກເຂົ້າ​ນາ​ປູກ​ຝັງ, ​​ຄົນ​ເຮົາ​ຕ້ອງກຳ​ນົດ​ເຂດ​ສະ​ຫງວນ​ເພື່ອ​ປົກ​ປັກ​ຮັກ​ສາ​ເຂົ້າ​ເກີດ​ຕາມ​ທຳ​ມະ​ຊາດ​​.

    15.000 ປີ​ກ່ອນ, ມະ​ນຸດເຮົາ​ກໍ​ເລີ່ມ​ປູກ​ເຂົ້າ​ນາ ເຊິ່ງ​ແມ່ນ​ເລີ່ມ​ຕົ້ນ​ຈາກ​ແຂວງ​​ຮູ​ນານ​ຂອງຈີນ, ປັດ​ຈຸ​ບັນ, ປະ​ຊ​າ​ຊົນ​ຢູ່​ແຫ່ງ​ນີ້​ໄດ້​ເຊົາ​ປູກ​ເຂົ້າ​ນາ​ຢູ່​ດິນ​ທີ່​ປູກ​ຝັງ​ມາ​ເປັນ​ພັນ​ປີ, ໂດຍ​ໄດ້​ສ້າງ​ຮົ້ວ, ປັກ​ປ້າຍ​ຫ້າມ, ເພື່ອ​ປົກ​ປັກ​ຮັກ​ສາ​ເຂົ້າ​ເກີດ​ຕາມ​ທຳ​ມະ​ຊາດ​ທີ່​ຢູ່​ເຂດ​ນີ້.

    ເຂົ້າ​ເກີດ​ຕາມ​ທຳ​ມະ​ຊາດ​ທີ່ໃກ້​ຈະ​ສູນ​ພັນ​ຈຳ​ນວນ 23 ເຂດ​ທີ່​ແຈກ​ຢາຍ​ຢູ່ 7 ແຂວງ​ຂອງ​ຈີນ, ເຊັ່ນ: ແຂວງ​ຈ່ຽງ​ຊີ່, ​ຮູ​ນານ, ຟູ​ຈ້ຽນ, ກວາງ​ຕຸ້ງ, ເຂດກວາງ​ຊີ, ​ແຂວງຢູນ​ນານ ແລະ​ແຂວງ​ໄຫ​ຫລຳ ໄດ້​ຖືກ​ຈັດ​ເຂົ້າ​ໃນແຜນ​ການ​ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນຊີ​ວະ​ພາບ​ຈີນ, ​ເຊິ່ງ​ເປັນ​ຊ່ອງ​ທາງ​​ທີ່​ພຽງ​ພໍສຳ​ລັບ​ຄົນ​ເຮົາ​ເພື່ອນຳ​ໃຊ້​ເຂົ້າ​ເກີດ​ຕາມ​ທຳ​ມະ​ຊາດ​​ໃນ​ຄັ້ງ​ໜ້າ.

ຄຳ​ເຫັນ

0