覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ປາກ​ແມ່​ນ້ຳ​ເຫຼືອງ​ທີ່​ປ່ອງ​ໃສ່​ທະ​ເລ​ຢູ່​ນະ​ຄອນ​ຕຸ່ງ​ຢິງ​ແຂວງ​ຊ່ານ​ຕຸ່ງ

2021-10-21 17:23:23 cri

ທ່ານ​ສີ​ຈິ້ນ​ຜິງ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ປາກ​ແມ່​ນ້ຳ​ເຫຼືອງ​ທີ່​ປ່ອງ​ໃສ່​ທະ​ເລ​ຢູ່​ນະ​ຄອນ​ຕຸ່ງ​ຢິງ​ແຂວງ​ຊ່ານ​ຕຸ່ງ_fororder_huanghe 1
 

ວັນ​ທີ 20 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ໄປ​ສຳຫຼວດກວດ​ກາ​ວຽກ​ງານຢູ່​ປາກ​ແມ່​ນ້ຳ​ເຫຼືອງ​ທີ່​ປ່ອງ​ໃສ່​ທະ​ເລ​ຢູ່​ນະ​ຄອນ​ຕຸ່ງ​ຢິງ​ແຂວງ​ຊ່ານ​ຕຸ່ງ. ຕອນ​ບ່າຍ​ມື້​ດຽວ​ກັນ, ທ່ານ​ໄດ້​ເດີນ​ທາງ​ໄປ​ທ່າ​ກຳ​ປັ່ນ​ທີ່​ປາກ​ແມ່​ນ້ຳ​ເຫຼືອງ​ປ່ອງ​ໃສ່​ທະ​ເລ, ສູນ​ຕິດ​ຕາມວັດ​ແທກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ເຂດ​ສາມຫຼ່ຽມ​ປາກ​ແມ່​ນ້ຳ​ເຫຼືອງ, ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ລະ​ດັບ​ຊາດຢູ່ເຂດ​ສາມຫຼ່ຽມ​ປາກ​ແມ່​ນ້ຳ​ເຫຼືອງ, ​ເພື່ອ​ສຳຫຼວດກວດ​ເບິ່ງ​ສະ​ພາບ​ນ້ຳ​ຕາມ​ລຳ​ແມ່​ນ້ຳ​ເຫຼືອງ​ແລະ​ສິ່ງ​ແວດ​ລ້ອມ​ນິ​ເວດ​ດິນທ​າມ​ຢູ່​ເຂດ​ສາມ​ຫຼ່ຽມ​ແມ່​ນ້ຳ​ເຫຼືອງ, ຮັບ​ຮູ້​ສະ​ພາບ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດຢູ່​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ, ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ​ແລະ​ອື່ນໆ.

 

ທ່ານ​ສີ​ຈິ້ນ​ຜິງ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ປາກ​ແມ່​ນ້ຳ​ເຫຼືອງ​ທີ່​ປ່ອງ​ໃສ່​ທະ​ເລ​ຢູ່​ນະ​ຄອນ​ຕຸ່ງ​ຢິງ​ແຂວງ​ຊ່ານ​ຕຸ່ງ_fororder_huanghe3
 

   ແມ່​ນ້ຳ​ເຫຼືອງ ເປັນ​ແມ່​ນ້ຳ​ທີ່​ຫຼໍ່​ລ້ຽງ​ຊົນ​ຊາດ​ຈີນ,​ມີ​ຄວາມ​ຍາວ​ທັງ​ໝົດ 5464 ກິ​ໂລ​ແມັດ, ​ມັນໄດ້​ໄຫຼ່​ປ່ອງ​ໃສ່​ທະ​ເລ​ຢູ່​ເມືອງ​ເຄີນ​ລີ້​ນະ​ຄອນ​ຕຸ່ງ​ຢິງ​ແຂວງ​ຊ່ານ​ຕຸ່ງ. ເຂດ​ສາມ​ຫຼ່ຽມ​ປາກ​ແມ່​ນ້ຳ​ເຫຼືອງ​ແມ່ນກຳ​ເນີດ​ຈາກ​ການ​​ໄຫຼ​ເຊາະ​ຂອງ​ດິນ​ທັບ​ຖົມ​ກັນຢູ່​ປາກ​ແມ່​ນ້ຳ​ເຫຼືອງ​ທີ່​ປ່ອງ​ໃສ່​ທະ​ເລ​ນັ້ນ​​ໄດ້​ກາຍເປັນ​ລະ​ບົບ​ນິ​ເວດ​ດິນ​ທາມ​ທີ່​ສົມ​ບູນ​ທີ່​ສຸດ​ຢູ່​ເຂດ​​ອົບອຸ່ນ​ຂອງ​ຈີນ. ເດືອນ​ຕຸ​ລາ​ປີ1992, ​ໄດ້​ສ້າງ​ຕັ້ງເຂດ​ສະ​ຫງວນ​ທຳ​ມະ​ຊາດ​ລະ​ດັບ​ຊາດ​ຢູ່​ເຂດ​ສາມ​ຫຼ່ຽມ​ປາກ​ແມ່​ນ້ຳ​ເຫຼືອງ​ຢ່າງ​ເປັນ​ທາງ​ການ,ກວມ​ເນື້ອ​ທີ່ 1.530 ກິ​ໂລ​ຕາ​ແມັດ.
 

ທ່ານ​ສີ​ຈິ້ນ​ຜິງ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ປາກ​ແມ່​ນ້ຳ​ເຫຼືອງ​ທີ່​ປ່ອງ​ໃສ່​ທະ​ເລ​ຢູ່​ນະ​ຄອນ​ຕຸ່ງ​ຢິງ​ແຂວງ​ຊ່ານ​ຕຸ່ງ_fororder_huanghe4

   ເຂດ​ສະ​ຫງວນ​ແຫ່ງ​ນີ້​ຖືກຂະ​ໜານ​ນາມ​ວ່າ ສະ​ໜາມ​ບິນ​ສາ​ກົນ​ສຳ​ລັບ​ນົກ, ແຕ່​ລະ​ປີ​ມັກ​ມີ​ນົກ​ຊະ​ນິດ​ຕ່າງໆຫຼາຍກວ່າ 6 ລ້ານ​ໂຕ​ ຍ້າຍ​ຖິ່ນບິນ​ມາ​ທີ່​ນີ້​,ຜ່ານ​ລະ​ດູ​ໜາວ​ຢູ່​ແຫ່ງ​ນີ້. ປັດ​ຈຸ​ບັນ, ສວນ​ສາ​ທາ​ລະ​ນະ​ແຫ່ງ​ຊາດ​ປາກ​ແມ່​ນ້ຳ​ເຫຼືອງ​ທີ່ກວມ​ເນື້ອ​ທີ່ທັງ​ໝົດ 3.523 ກິ​ໂລ​ຕາ​ແມັດ​ໄດ້​ຮຽບ​ຮຽງ​ແຜນ​ແມ່​ບົດສຳ​ເລັດ​ແລ້ວ ແລະ​ກຳ​ລັງ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ວຽກ​ງານ​ກໍ່​ສ້າງ​ຢູ່.
 

ທ່ານ​ສີ​ຈິ້ນ​ຜິງ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ປາກ​ແມ່​ນ້ຳ​ເຫຼືອງ​ທີ່​ປ່ອງ​ໃສ່​ທະ​ເລ​ຢູ່​ນະ​ຄອນ​ຕຸ່ງ​ຢິງ​ແຂວງ​ຊ່ານ​ຕຸ່ງ_fororder_huanghe5

 

ຄຳ​ເຫັນ

0