黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັກ​ຊີນ​ໂຄວິດ-19 ຈີນງວດ​ໃໝ່​ສົ່ງ​ໄປ​ເຖິງ​ນະ​ຄອນ​ຢາງ​ກຸ້ງ​ຂອງ​ມຽນ​ມາ

2021-10-23 20:53:16 cri

ວັນ​ທີ 22 ຕຸ​ລາ​ນີ້, ວັກ​ຊີນ​ໂຄວິດ-19  ​ທີ່​ຜະ​ລິດ​ໂດຍ​ບໍ​ລິ​ສັດ​ຊີ​ໂນ​ຟ​ຮມ ຈຳ​ນວນ 4 ລ້ານ​ຫຼອດ​ທີ່​ລັດ​ຖະ​ບານ​ມຽນ​ມາຈັດ​ຊື້​ຈາກ​ປະ​ເທດ​ຈີນ​ໄດ້​ສົ່ງ​ໄປ​ເຖິງ​ສະ​ໜາມ​ບິນ​ສາ​ກົນ​ຢາງ​ກຸ້ງແລ້ວ. ​ມາ​ຮອດປັດ​ຈຸ​ບັນ, ວັກ​ຊີນ​ໂຄວິດ-19 24 ລ້ານ​ຫຼອດ​ທີ່​ລັດ​ຖະ​ບານ​ມຽນ​ມາຈັດ​ຊື້​ຈາກ​ກຸ່ມ​ບໍ​ລິ​ສັດ​ຊີ​ໂນ​ຟາມ​ໄດ້​ມີ 20 ລ້ານ​ຫຼອດ​ຖືກ​ສົ່ງ​ໄປ​ເຖິງ​ມຽນ​ມາ​ແລ້ວ​ໂດຍ​​ແບ່ງເປັນ 5 ງວດ.

ພາຍ​ຫຼັງ​ມຽນ​ມາ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮອບ​ທີ 3 ເປັນ​ຕົ້ນ​ມາ, ຈີນ​ຕັ້ງ​ໜ້າ​ຊ່ວຍ​ເຫຼືອ​ມຽນ​ມາ​ຕິດ​ຕໍ່​ພົວ​ພັນ​ກັບ​ວິ​ສາ​ຫະ​ກິດ​ຜະ​ລິດ​ວັກ​ຊີນ​ໂຄວິດ-19 ຂອງ​ຈີນ, ແລະ​ສະ​ໜອງວັກ​ຊີນ​ໃຫ້​ແກ່​ມຽນ​ມາ. ນັບ​ມາ​ຮອດ​ປັດ​ຈຸ​ບັນ, ຈີນ​ສະ​ໜອງວັກ​ຊີນ​ໂຄວິດ-19ໃຫ້​ແກ່​ມຽນ​ມາ​ມີ​ລວມ​ທັງ​ໝົດ 30,6 ລ້ານ​ຫຼອດ​ແລ້ວ.

ອີ​ງ​ຕາມ​ຕົວ​ເລກ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ມຽນ​ມາ​, ນັບ​ມາ​ຮອດ​ວັນ​ທີ 19 ຕຸ​ລາ​ນີ້, ປະ​ຊາ​ຊົນ​ມຽນ​ມາ​ຫຼາຍກວ່າ 11,99 ລ້ານ​ຄົນ​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ຢ່າງ​ໜ້ອຍ 1 ເຂັມ. ໃນ​ນັ້ນ​ມີ 4,98 ລ້ານ​ຄົນ​ໄດ້​​ສັກ​ວັກ​ຊີນຄົບ​ 2 ເຂັມ.

ຄຳ​ເຫັນ

0