黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສຳ​ເລັດ​ການ​​ປະ​ຕິ​ບັດ​ກົດ​ໝາຍ ​ແລະ​ລາດ​ຕະ​ເວນຮ່ວມຕາມ​ເຂດ​ລ້ອງ​ແມ່​ນ້ຳ​ຂອງຄັ້ງ​ທີ 110

2021-10-23 15:39:21 CRI

ເວ​ລາ 12:30 ໂມງ​ຂອງວັນ​ທີ 22 ຕຸ​ລານີ້, ເຮືອ​ປະ​ຕິ​ບັດ​ກົດ​ໝາຍ​ສອງ​ລຳ​ຂອງ​ຈີນ​ທີ່​ເຂົ້າ​ຮ່ວມ​ການ​​ປະ​ຕິ​ບັດ​ກົດ​ໝາຍ ​ແລະ​ລາດ​ຕະ​ເວນ​ຮ່ວມ​ຕາມ​ເຂດ​ລ້ອງ​ແມ່​ນ້ຳ​ຂອງ​ຈີນ, ລາວ, ມຽນ​ມາ ແລະ ໄທ ໄດ້​ເດີນ​ເຮືອ​ກັບ​ແລະ​ເຂົ້າ​ທຽບ​ທ່າ​ເຮືອ​ກ່ວນ​ເຫຼີຍ ສ​ປ ຈີນ; ເຮືອ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ລາວ ແລະ ມຽນ​ມາ ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ເທື່ອນີ້ ກໍ​ໄດ້​ເດີນ​ທາງ​ກັບ​ຄືນ​ປະ​ເທດ​ຕົນ​ຢ່າງ​ສະ​ດວກ​ແລ້ວ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​​ປະ​ຕິ​ບັດ​ກົດ​ໝາຍ ​ແລະ​ລາດ​ຕະ​ເວນຮ່ວມ​ຄັ້ງ​ທີ 110 ໄດ້ສິ້ນ​ສຸດ​ລົງ​ແລ້ວ.

ຂ່າວ​ລາຍ​ງານ​ວ່າ, ການ​​ປະ​ຕິ​ບັດ​ກົດ​ໝາຍ ​ແລະ​ລາດ​ຕະ​ເວນຮ່ວມ​ເທື່ອນີ້ ໃຊ້​ເວ​ລາ 4 ວັນ 3 ຄືນ, ເດີນ​ເຮືອ 500 ກວ່າ​ກິ​ໂລ​ແມັດ, 4 ປະ​ເທດ​ດັ່ງ​ກ່າວ​ໄດ້​ສົ່ງ​ເຮືອ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ທັງ​ໝົດ 4 ລຳ, ພະ​ນັກ​ງານ​ປະ​ຕິ​ບັດ​ກົດ​ໝາຍ​ມີ 81 ຄົນ, ດຳເນີນການລາດຕະເວນຮ່ວມຕະຫຼອດສາຍນ້ຳ ແຕ່ຕາແສງຈິງຮາ ສປ ຈີນຮອດເຂດສາມຫຼ່ຽມຄຳ, ແລະຢູ່ເຂດນ້ຳຕ່າງໆ ເຊັ່ນ: ບ້ານມອມ, ບ້ານຊຽງກົກ ສປປ ລາວ ແລະເຂດນ້ຳອື່ນໆ ເພື່ອປາບປາມການກະທຳຜິດກົດໝາຍປະເພດຕ່າງໆ ແລະ ປົກປັກຮັກສາສະຖຽນລະພາບແລະຄວາມໝັ້ນຄົງຕາມເຂດລ້ອງແມ່ນ້ຳຂອງ.

ຄຳ​ເຫັນ

0