吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງ​ກະ​ໂປ​ຜ່ອນ​ຜັນ​ຂໍ້​ຈຳ​ກັດ​ຢູ່​ຊາຍ​ແດນ​ຕື່ມ​ອີກ​ໂດຍອະ​ນຸ​ຍາດ​ໃຫ້​ຜູ້​ໂດຍ​ສານ​ປະ​ເທດ​ອາ​ຊີ​ໃຕ້​​ຫຼາຍ​ປະ​ເທດເຂົ້າ​ເມືອງ

2021-10-24 14:57:28 CRI

   ວັນ​ທີ 23 ຕຸ​ລາ​ນີ້, ໜ່ວຍ​ງານ​ຂ້າມ​ພາກ​ສ່ວນ​ເພື່ອ​ຕ້ານ​ໂຄວິດ-19 ຂອງ​ສິງ​ກະ​ໂປ​ປະ​ກາດ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ, ​ເນື່ອງ​ຈາກ​ສະ​ພາບ​ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄວິດ-19 ຢູ່​ອິນ​ເດຍ, ບັງ​ກະ​ລາ​ເດັດ, ມຽນ​ມາ, ເນ​ປານ, ປາ​ກີ​ສະ​ຖານ ແລະ ສິງ​ລັງ​ກາ​ໄດ້​ຜ່ອນ​ຄາຍ​ລົງ, ນັບ​ແຕ່ 11 ໂມງ 59 ນາ​ທີ​​ຂອງວັນ​ທີ 26 ຕຸ​ລາ​ນີ້​ເປັນ​ຕົ້ນ​ໄປ, ຈະອະ​ນຸ​ຍາດ​​ຜູ້​ໂດຍ​ສານ​ຈາກປະ​ເທດ​ເຫຼົ່າ​ນີ້ ຫຼື ຜູ້​ໂດຍ​ສານ​ທີ່​ເຄີຍ​ໄປ​ປະ​ເທດ​ເຫຼົ່າ​ນີ້​ໃນ 14 ​ມື້​ຜ່ານ​ມາເຂົ້າ​ເມືອງ​ສິງ​ກະ​ໂປ ຫຼື ​ຕໍ່​ຍົນ​​ຢູ່ສິງ​ກະ​ໂປ. ຫຼັງ​ຈາກ​ຜູ້​ໂດຍ​ສານ​ເຫຼົ່າ​ນີ້​ເຂົ້າ​ເມືອງ​ແລ້ວ ຕ້ອງ​ກັກ​ບໍ​ລິ​ເວນ​ເປັນ​ເວ​ລາ 10 ມື້​ຢູ່​ບ່ອນ​ກຳ​ນົດ.


     ນອກ​ນີ້, ໜ່ວຍ​ງານ​ດັ່ງ​ກ່າວ​ຍັງ​ໄດ້​ປັບ​​ຄວາມ​ສ່ຽງ​ໃນ​ການ​ແຜ່​ລະ​ບາດ​ໂຄວິດ-19 ຂອງ​ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ກຳ​ປູ​ເຈຍ, ຫວຽດ​ນາມ, ມົງ​ໂກ​ຣີ, ເອ​ຢິບ ແລະ ອາ​ຟ​ຣິ​ກາ​ໃຕ້​ເປັນ​​ຂັ້ນ 3 ໂດຍອະ​ນຸ​ຍາດ​ໃຫ້​ຜູ້​ໂດຍ​ສານ​ທີ່​ມາ​ຈາກ​ປະ​ເທດ​ເຫຼົ່າ​ນີ້​ກັກ​ບໍ​ລິ​ເວນ​ໃນ​ເຮືອນຂອງ​ຕົນ.

ຄຳ​ເຫັນ

0