刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງກ່າວວ່າ: ປະຊາຊົນຈີນໄດ້ປະຕິບັດຕາມລັດທິຫຼາຍຝ່າຍຢ່າງສະເໝີຕົ້ນສະເໝີປາຍ, ການຮ່ວມມືລະຫວ່າງຈີນກັບອົງການ ສປຊ ກໍ່ນັບມື້ນັບເຂົ້າສູ່ລວງເລິກ

2021-10-25 16:26:34 cri

 

 

ວັນ​ທີ 25 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນໄດ້​ເຂົ້າ​ຮ່ວມ​ພິ​ທີ​ລະ​ນຶກການຟື້ນ​ຟູ​ທີ່​ນັ່ງ​​ຂອງ ​ສ​ປ​ຈີນ ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຢູ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 50 ປີ ທັງ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ.

ທ່​ານ​ສີ​ຈິ້​ນ​ຜິງ​ກ່າວ​ວ່າ: ປະ​ຊາ​ຊົນ​ຈີນ​ໄດ້​ປົກ​ປ້ອງ​ຄວາມ​ສັກ​ສິດ​ແລະ​ຖາ​ນະ​ຂອງ​ອົງ​ການ ສ​ປ​ຊ, ​ປະ​ຕິ​ບັດ​ຕາມ​ລັດ​ທິຫຼາຍ​ຝ່າຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອົງ​ການ ສ​ປ​ຊ ກໍ່ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ. ຈີນ​ປະ​ຕິ​ບັດ​ໜ້າ​ທີ່​ແລະ​ພາ​ລະ​ກຳ​ຂອງປະ​ເທດ​ສະ​ມາ​ຊິກ​ຖາ​ວອນ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ ​ອົງ​ການ ສ​ປ​ຊ ຢ່າງ​ຈິງ​ໃຈ, ຮັກ​ສາ​ຈຸດ​ປະ​ສົງ​ແລະຫຼັກ​ການ​ຕາມ​ກົດ​ບັດ ສ​ປ​ຊ, ຮັກ​ສາ​ບົດ​ບາດ​ທີ່​ເປັນ​ແກນ​ກາງ​ໃນ​ວຽກ​ງານ​ສາ​ກົນ​ຂອງ​ອົງ​ການ ສ​ປ​ຊ. ຈີນ​ໄດ້​ລິ​ເລີ່ມ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ດ້ວຍ​ວິ​ທີ​ການ​ເມືອງ​ໂດຍ​ສັນ​ຕິ​ຢ່າງ​ຕັ້ງ​ໜ້າ, ໄດ້​ສົ່ງ​ທະ​ຫານ 50.000 ກວ່າ​ຄົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ອົງ​ການ ສ​ປ​ຊ, ແມ່ນ​ປະ​ເທດ​ໃຫຍ່​ອັນ​ດັບ​ທີ​ສອງ​ທີ່​​ໄດ້ຈ່າຍ​ເງິນ​ພັນ​ທະ​ໃນ​ຖາ​ນະ​ເປັນປະ​ເທດ​ສະ​ມາ​​ຊິກ​ອົງ​ການ ສ​ປ​ຊ ທັງ​ເປັນ​ປະ​ເທດ​ໃຫຍ່​ອັນ​ດັບ​​ທີ​ສອງ​ທີ່​​ໄດ້​ຈ່າຍ​ເງິນ​ອຸດ​ໜູນ​ຕາມ​ສ່ວນ​ແບ່ງເພື່ອ​ຮັກ​ສາ​ສັນ​ຕິ​ພາບ.

ຄຳ​ເຫັນ

0