刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງກ່າວວ່າ: ໃຫ້ອົງການ ສປຊ ເສີມຂະຫຍາຍບົດບາດທີ່ຕັ້ງໜ້າກວ່າເກົ່າໃນວຽກງານອັນສູງສົ່ງເພື່ອຊຸກຍູ້ສັນຕິພາບແລະການພັດທະນາຂອງມວນມະນຸດ

2021-10-25 16:29:45 cri

ວັນ​ທີ 25 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນໄດ້​ເຂົ້າ​ຮ່ວມ​ພິ​ທີ​ລະ​ນຶກການຟື້ນ​ຟູ​ທີ່​ນັ່ງ​​ຂອງ ​ສ​ປ​ຈີນ ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຢູ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 50 ປີ ທັງ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຫຼັກ​ການ​​ສາ​ກົນ​ຕ້ອງ​ໃຫ້​ 193 ປະ​ເທດ​ສະ​ມາ​ຊິກ​ອົງ​ການ ສ​ປ​ຊ ເປັນ​ຜູ້​​ກຳ​ນົດຮ່ວມ​ກັນ, ແຕ່ບໍ່​ແມ່ນ​ຕົກ​ລົງ​ໂດຍ​ປະ​ເທດ​ໃດ​ໜຶ່ງຫຼື​ກຸ່ມ​ປະ​ເທດ​ໃດ​ໜຶ່ງ. ຫຼັກ​ການ​ສາ​ກົນ​ກໍ​ຄວນ​ໃຫ້​ 193 ປະ​ເທດ​ສະ​ມາ​ຊິກ​ອົງ​ການ ສ​ປ​ຊ ​ເຄົາລົບ​ຮ່ວມ​ກັນ, ບໍ່​ມີ ແລະ​ກໍ​ບໍ່​ຄວນ​ມີ​ປະ​ເທດ​ສະ​ມາ​ຊິກ​​ໃດ​ໜຶ່ງມີ​ສິດ​ຕ່າງ​ຫາກ. ສຳ​ລັ​ບ​ອົງ​ການ ສ​ປ​ຊ, ປະ​ເທດ​ຕ່າງໆ​ໃນ​ໂລກ​ກໍ​ຄວນ​ມີ​ທ່າ​ທີ​ທີ່​ເຄົາ​ລົບ, ​ປົກ​ປ້ອງ​ຄອບ​ຄົວ​ໃຫຍ່​ນີ້​ໃຫ້​ດີ, ບໍ່​ຄວນ​​ເຮັດ​ໃນ​ສິ່ງ​ທີ່​ຕົນ​ເຫັນ​ວ່າ​ໄດ້​ປະ​ໂຫຍດ ແລະ​ປະ​ຖິ້ມ​ໃນ​ສິ່ງ​ທີ່​ເຫັນ​ວ່າບໍ່​ໄດ້​ປະ​ໂຫຍດ​, ໃຫ້​ອົງ​ການ ສ​ປ​ຊ ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າກວ່າ​ເກົ່າ​ໃນ​ວຽກ​ງານ​ອັນ​ສູງ​ສົ່ງ​​ເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0