何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຟື້ນ​ຟູ​ສິດ​ທຸກ​ຢ່າງ​ຂອງ​ສ​ປ​ຈີນ​ຢູ່​ສ​ປ​ຊ ແມ່ນ​ໄຊ​ຊະ​ນະ​ຂອງ​ປະ​ຊາ​ຊົນ​ຈີນ ທັງ​ເປັນ​ໄຊ​ຊະ​ນະ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ

2021-10-25 16:51:04 CRI

ການ​ຟື້ນ​ຟູ​ສິດ​ທຸກ​ຢ່າງ​ຂອງ​ສ​ປ​ຈີນ​ຢູ່​ສ​ປ​ຊ ແມ່ນ​ໄຊ​ຊະ​ນະ​ຂອງ​ປະ​ຊາ​ຊົນ​ຈີນ ທັງ​ເປັນ​ໄຊ​ຊະ​ນະ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ_fororder_联合国中国

ໃນ​ວັນ​ທີ 25 ຕຸ​ລາ ເມື່ອ 50 ປີ​ກ່ອນ, ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 26 ໄດ້​ຜ່ານ​ມະ​ຕິ​ 2758 ດ້ວຍ​ຄະ​ແນນ​ສຽງ​ສ່ວນຫຼາຍ​ທີ່​ສຸດ, ຕົກ​ລົງ​ຟື້ນ​ຟູ​ສິດ​ທຸກ​ຢ່າງ​ຂອງ​ສ​ປ​ຈີນ​ຢູ່​ສ​ປ​ຊ, ຮັບ​ຮອງວ່າ​ລັດ​ຖະ​ບານ​ສ​ປ​ຈີນ​ແມ່ນ​ຜູ້​ຕາງ​ໜ້າ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ພຽງ​ໜຶ່ງ​ດຽວ​ໃນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ການຟື້ນ​ຟູ​ທີ່ນັ່ງ​ຂອງ​ສ​າ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​​ຢູ່​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ເປັນ​ເຫດ​ການ​ສຳ​ຄັນ​ອັນ​ໜຶ່ງ​ຂອງ​ໂລກ ທັງ​ເປັນ​ເຫດ​ການ​ສຳ​ຄັນ​ອັນ​ໜຶ່ງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.ນີ້​ຄື​ຜົນ​ແຫ່ງ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ທຸກ​ປະ​ເທດ​ທີ່​ຮັກ​​ຫອມສັນ​ຕິ​ພາບ​ແລະ​ຍຶດ​ໝັ້ນ​ໃນຄວາມ​ເປັນ​ທຳ​ໃນ​ໂລກ. ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ຕັ້ງ​ແຕ່​ນັ້ນ​ມາ, ປະ​ຊາ​ຊົນ​ຈີນ​ທີ່ກວມ 1/4 ຂອງ​ປະ​ຊາ​ກອນ​ທັງ​ໝົດ​ຂອງ​ໂລກ​ໄດ້​ກ້າວ​ຂຶ້ນ​ສູ່​ເວ​ທີ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄືນ​ໃໝ່ ເຊິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ແລະ​ເລິກ​ເຊິ່ງ​ຍາວ​ນານ​ຕໍ່​ປະ​ເທດ​ຈີນ​ກໍ​ຄື​ຕໍ່​ໂລກ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ການ​ຟື້ນ​ຟູ​ສິດ​ທຸກ​ຢ່າງ​ຂອງ​ສ​ປ​ຈີນ​ຢູ່​ສ​ປ​ຊ ແມ່ນ​ໄຊ​ຊະ​ນະ​ຂອງ​ປະ​ຊາ​ຊົນ​ຈີນ ທັງ​ເປັນ​ໄຊ​ຊະ​ນະ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ!

ປັດ​ຈຸ​ບັນ, ສະ​ພາບ​ການ​ຂອງ​ໂລກ​​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່ຫຼວງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ100ປີ​ຜ່ານ​ມາ​ທັງ​ມີ​ການ​ປ່ຽນ​ແປງໄວ​ຂຶ້ນ, ​ກຳ​ລັງ​ແຮງ​ແຫ່ງ​ສັນ​ຕິ​ພາບ,​ການ​ພັດ​ທະ​ນາ​ແລະ​ຄວາມ​ກ້າວ​ໜ້າ​​ໄດ້​ເພີ່ມ​ຂຶ້ນ​ຢ່າງບໍ່​ຢຸດ​ຢັ້ງ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ພວກ​ເຮົາ​ຄວນກ້າວໄປ​ຕາມ​ທ່າ​ອ່ຽງ​ລວມ​ຂອງ​ປະ​ຫວັດ​ສາດ, ຍຶດ​ໝັ້ນ​ການ​ຮ່ວມ​ມື,​ບໍ່ເປັນ​ປໍ​ລະ​ປັກ​ກັນ,ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ,ບໍ່​ປິດ​ປະ​ຕູ, ຍຶດ​ໝັ້ນ​ໃນຫຼັກ​ການຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ​ບໍ່​ເຮັດ​​ໃນແບບ​ເກມ​ຜົນ​ລວມ​ເປັນ​ສູນ, ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິ​ເຈົ້າ​ອຳ​ນາດ​ແລະ​ການ​ເມືອງ​ມະ​ຫາ​ອຳ​ນາດ​ໃນ​ທຸກ​ຮູບ​ແບບ, ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິ​ຝ່າຍ​ດຽວ​ແລະ​ລັດ​ທິ​ປົກ​ປ້ອງ​ໃນ​ທຸກ​ຮູບ​ແບບ. ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ຍຶດ​ໝັ້ນ​ໃນ​ທັດ​ສະ​ນະ​ທີ່​ປຶກ​ສາ​ຫາ​ລື​ຮ່ວມ​ກັນ ສ້າງ​ສາ​ຮ່ວມ​ກັນ ແລະ ຊົມ​ໃຊ້​ຮ່ວມ​ກັນ, ເຊີດ​ຊູ​ຄ່າ​ນິ​ຍົມ​ຮ່ວມ​ຂອງມວນ​ມະ​ນຸດ, ປະ​ຕິ​ບັດ​ຕາມ​ລັດ​ທິຫຼາຍ​ຝ່າຍ​ທີ່​ແທ້​ຈິງ, ຢືນ​ຢູ່​ໃນ​ຝ່າຍ​ທີ່​ຖືກ​ຕ້ອງ​ຂອງ​ປະ​ຫວັດ​ສາດ, ແລະ​ຝ່າຍ​ທີ່​ກ້າວ​ໜ້າ​ຂອງມວນ​ມະ​ນຸດ, ສູ້​ຊົນ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ບັນ​ລຸ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຖາ​ວອນ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ວ່າ, ໃນ​ໄລ​ຍະ 50 ປີ​ທີ່​ຟື້ນ​ຟູ​ທີ່​ນັ່ງ​ຂອງ​ສ​ປ​ຈີນ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ຈີນ​ໄດ້​ປະ​ກອບ​ສ່ວນ​ທີ່​ນັບ​ມື້​ນັບ​ສຳ​ຄັນ​ກວ່າ​ເກົ່າ​ໃຫ້​ກັບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ເປັນ​ຄູ່​ຮ່ວມ​ມື​ທີ່​ໜ້າ​ໄວ້​ວາງ​ໃຈ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທັງ​ເປັນ​ກຳ​ລັງຫຼັກ​ແຫຼ່ງ​ໃນ​ການ​ຮ່ວມ​ມື​ສາ​ກົນ. ທ່ານ​ກູ​ເຕີ​ເຣັ​ສ​ໄດ້​ຊົມ​ເຊີຍ​ປະ​ເທດ​ຈີນ​ທີ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​​ການພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດ, ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ ແລະ ການ​ພັດ​ທະ​ນາ​ແບບ​ສີ​ຂຽວ ແລະ ກາ​ກ​ບອນ​ຕ່ຳ. ທ່ານ​ກ່າວ​ຕື່ມ​ວ່າ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະສືບ​ຕໍ່​ເປັນ​ຄູ່​ຮ່ວມ​ມື​ທີ່​ສະ​ໜິດ​ແໜ້ນ​​ກັບ​ປະ​ເທດ​ຈີນ, ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ມີ​ຄວາມ​ຍຸ​ຕິ​ທຳ ແລະ ​ມີລັກ​ສະ​ນະ​ຍືນ​ຍົງ​ກວ່າ​ເກົ່າ.

 

ຄຳ​ເຫັນ

0