刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງກ່າວວ່າ: ປະຊາຊົນຈີນປົກປ້ອງຄວາມຍຸດຕິທຳແລະຄວາມເປັນທຳສາກົນຢ່າງສະເໝີຕົ້ນສະເໝີປາຍ ໂດຍໄດ້ປະກອບສ່ວນອັນໃຫຍ່ຫຼວງແລະສຳຄັນເຂົ້າໃນສັນຕິພາບແລະການພັດທະນາຂອງໂລກ

2021-10-25 16:25:23 cri

ວັນ​ທີ 25 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນໄດ້​ເຂົ້າ​ຮ່ວມ​ພິ​ທີ​ລະ​ນຶກການຟື້ນ​ຟູ​ທີ່​ນັ່ງ​​ຂອງ ​ສ​ປ​ຈີນ ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຢູ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 50 ປີ ທັງ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ປະ​ຊາ​ຊົ​ນ​ຈີນ​ໄດ້​ສາ​ມັກ​ຄີ​ແລະ​ຮ່ວມ​ມື​ກັບ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ໄດ້​​ປົກ​ປ້ອງ​ຄ​ວາມ​ຍຸດ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ສາ​ກົນ ໂດຍ​ໄດ້​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ແລະ​ສຳ​ຄັນ​ເຂົ້າ​ໃນ​ສັນ​ຕິ​ພາບ​ແລະ​ການ​ພັດ​ທ​ະ​ນາ​ຂອງ​ໂລກ. ປະ​ຊາ​ຊົ​ນ​ຈີນ​ຮັກ​ຫອມ​ສັນ​ຕິ​ພາບ, ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ: ສັນ​ຕິ​ພາບ​ແລະ​ຄວາມ​ສະ​ຫງົບ​ເປັນ​ສິ່ງ​ລ້ຳ​ຄ່າທີ່​ສຸດ, ຈີນ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ທີ່​ເປັນ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົ້ນ​ເອງ ແລະ​ສັນ​ຕິ​ພາບ, ມີ​ຈຸດ​ຍືນ​ແລະ​ສົ່ງ​ເສີມຄວາມ​ເປັນ​ທຳ, ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິ​ເຈົ້າ​ອຳ​ນາດ​ແລະ​ການ​ເມືອງມະ​ຫາ​ອຳ​ນາດ. ປະ​ຊາ​ຊົນ​ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​​ການ​​ຕໍ່ສູ້​​ທີ່​ເປັນ​ທຳ​ຂອງປະ​ເທດ​ພວມ​ພັດ​ທະ​ນາ​ທັງຫຼາຍ​ ເພື່ອ​ຮັກ​ສາ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ, ຜົ​ນປະ​ໂຫຍດ​ແຫ່ງການ​ພັດ​ທະ​ນາຂອງ​ຕົນ. ປະ​ຊາ​ຊົນ​ໄດ້​ອອກ​ແຮງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ ເຊິ່ງ​ເລີ່ມຈາກ “ທາງ​ລົດ​ໄຟ​​ຕັງ​ຊາ​ນີ-​​ຊຳ​ບີ” ຕະຫຼອດ​ຮອດ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຈີນ​ໄດ້ຊ່ວຍ​ເຫຼືອປະ​ເທດ​ພວມ​ພັດ​ທ​ະ​ນາ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ, ​ໄດ້​ສ້າງ​ໂອ​ກາດ​ໃໝ່​ໃຫ້​ທົ່ວ​ໂລກ​ດ້ວຍ​ການ​ພັດ​

ທ​ະ​ນາ​ຂອງ​ຈີນ.

ຄຳ​ເຫັນ

0