尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອິ​ສ​ລາ​ແອນໄດ້​ປະ​ກາດ​ຈະ​ສ້າງ​​​ຈຸດ​ຕັ້ງ​ຖິ່ນ​ຖານ​ອີກ​ຕື່ມ​ຢູ່​ແຄມ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ

2021-10-25 15:03:28 cri

      ​ວັນ​ທີ 24 ຕຸ​ລາ​ນີ້, ອົງ​ການ​ຄຸ້ມ​ຄອງ​ທີ່​ດິນ​​ແຫ່​ງ​ຊາດ​ອິ​ສ​ຣາ​ແອນ​ໄດ້​ປະ​ກາດວ່າ: ຈະ​ສ້າງ​ໂຄງ​ການ​ເຮືອນ​ໃໝ່ 1.355 ຊຸດ​ຢູ່​ແຄ​ມ​ຝັ່ງ​ແມ່​ນ້ຳ​ຈໍ​ແດນແລະ​​ໄດ້ເລີ່ມ​ການ​ປະ​ມູນແລ້ວ. ທ່ານ​ ​ໂມ​ຊີ​ ຣັ​ສ ສະ​ມາ​ຊິກ​ສະ​ພາ​ຈາກ​ພັກ​ເມ​ຣິດ​ສ໌​ທີ່​ເປັນ​ພັກ​ການ​ເມືອງ​ຝ່າຍ​ຊ້າຍ​ຂອງ​ອິ​ສ​ຣາ​ແອນ​ກ່າວ​ວ່າ: ການ​ສ້າງ​ຈຸດ​ຕັ້ງ​​ຖິ່ນ​ຖານ​ແຫ່ງໃໝ່​ຢູ່ນອກ​ດິນ​ແດນ​ຂອງ​ປະ​ເທດ​​ຕົນ​ຈະ​ເປັນ​ການທຳ​ລາຍ​ປະ​ເທດ​ຕົນ.

      ບັນ​ຫາ​ຈຸດ​ຕັ້ງຖິ່ນ​ຖານຂອງ​ຊາວ​​ອີວ​ແມ່ນ​ໜຶ່ງ​ໃນ​ອຸ​ປະ​ສັກ​ທີ່​ສຳ​ຄັນ​ໃນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ລະ​ຫວ່າງ​ປາ​ແລັ​ສ​ຕິນ​ກັບອິ​ສ​ຣາ​ແອນ​. ປາ​ແລັ​ສ​ຕິນ​​ໄດ້ຍຶດ​ໝັ້ນ​ວ່າ: ​ມີ​ແຕ່​ຝ່າຍ​ອິ​ສ​ຣາ​ແອນ​ຢຸດ​ຕິ​ການ​ສ້າງ​ຈຸດ​ຕັ້ງ​​ຖິ່ນ​ຖານ​ຊາວ​ຢີວຢ່າງ​ເຖິງ​ຖອງ​ເທົ່າ​ນັ້ນ,ຖ້າ​ບໍ່​ດັ່ງ​ນັ້ນການ​ຟື້ນ​ຟູ​ການ​ເຈ​ລະ​ຈາ​​ສັນ​ຕິ​ພາບ​ຈະ​ຖືກ​ປະ​ຕິ​ເສດ​.

      ນອກ​ນີ້,ສື່ມວນ​ຊົນ​ອິ​ສ​ຣາ​ແອນຍັງ​ໄດ້​ລາຍ​ງານ​ວ່າ: ຄະ​ນະ​ກຳ​ມະ​ການ​ສູງ​ສຸດ​ເພື່ອ​ວາງ​ແຜນ​ແລະ​ກໍ່​ສ້າງ​ດ້ານ​ປະ​ຊາ​ສົງ​ເຄາະ​ຈະ​ຈັດ​ກອງ​ປະ​ຊຸມ​ໃນອີກ​ບໍ່​ດົນ​ນີ້, ຄາດ​ວ່າ​ຈະ​ອະ​ນຸ​​ມັດໂຄງ​ການ​ສ້າງ​ເຮືອນ​ອີກ 3.144 ຊຸດ​ຢູ່​ແຄມ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ແລະ​ເຢ​ລູ​ຊາ​ເລັມ​ຕາ​ເວັນ​ອອກ.

ຄຳ​ເຫັນ

0