尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ​ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາກ່າວ​ວ່າ: ພັກ​​ດີ​ໂມ​ເກ​ຣດຈະ​ບັນ​ລຸ​ສັນ​ຍາ​ກ່ຽວ​ກັບຍັດ​ຕິ​ວ່າ​ດ້ວຍ​ການໃຫ້​ເງິນ​ອຸດ​ໜູນໃນ​ອາ​ທິດ​ນີ້

2021-10-25 15:03:55 cri

      ວັນ​ທີ 24 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ນາງ ​ແນນ​ຊີ ເປ​ໂລ​ຊີ ປະ​ທານ​ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ໄດ້​ກ່າວ​ໃນ​ເວ​ລາ​ເຂົ້າ​ຮ່ວມ​​ໃນລາຍ​ການ​ເວັບ​ໄຊ​ຂ່າວ​ CNN ຂອງ​ອາ​ເມ​ຣິ​ກາ​ວ່າ: ພັກ​ດີ​ໂມ​ເກ​ຣດຈະ​ບັນ​ລຸ​ສັນ​ຍາ​ກ່ຽວ​ກັບ​ຍັດ​ຕິ​ວ່າ​ດ້ວຍການ​ໃຫ້​ເງິນ​ອຸດ​ໜູນໃນ​ອາ​ທິດ​ນີ້.

     ​ຍັດ​ຕິ​ດັ່ງ​ກ່າວ​ມີ​ຈຸດ​ປະ​ສົງ​ເພື່ອ​ສະ​ໜັບ​ສະ​ໜູນ​ຄອບ​ຄົວ​​​ທີ່​ມີຊົນ​ຊັ້ນ​ກາງ​ຂອງ​ອາ​ເມ​ຣິ​ກາ​ໂດຍ​ຜ່ານ​​ໂຄງ​ການ​ຝຶກ​ອົບ​ຮົມ​ແບບ​ບໍ່​ເສຍ​ຄ່າ​ຂອງມະ​ຫາ​ວິ​ທະ​ຍາ​ໄລ​ເຂດ​ຊຸມ​ຊົນ​,​ການເຜີຍ​ແຜ່ກາ​ນ​ສຶກ​ສາ​ກ່ອນ​​ໄວ​ຮຽນ,​ເລື່ອນ​ການ​ຍົກ​ເວັ້ນ​ພາ​ສີ​ເພື່ອ​ລ້ຽງ​ດູ​ເດັກ​ນ້ອຍ​ແລະ​ການ​ລົງ​ທຶນ​ດ້ານ​ພະ​ລັງ​ງານ​ສະ​ອາດ. ​ຈຳ​ນວນ​ເງິນ​ຕາມ​ຍັດ​ຕິ​ທີ່​ທ່ານ ໂຈ ໄບ​ເດັນ ສະ​ເໜີ​ໃນ​ເບື້ອງ​ຕົ້ນແມ່ນ 3.500 ຕື້​ໂດ​ລາ​ສະ​ຫະ​ລັດ, ປັດ​ຈຸ​ບັນ​ໄດ້​ຫຼຸດ​ລົງ​ເປັນ 1.750  ຕື້​ໂດ​ລາ​ສະ​ຫະ​ລັດ.

      ທ່ານ​ນາງ ແນນ​ຊີ ໂປ​ໂລ​ຊີ ກ່າວ​ວ່າ: ປັດ​ຈຸ​ບັນ, ສະ​ມາ​ຊິກ​ພັກ​ດີ​ໂມ​ເກ​ຣດ​ເຫັນ​ດີ 90% ​ຕໍ່ເນື້ອ​ໃນ​ຍັດ​ຕິ​ດັ່ງ​ກ່າວ. ທ່ານນາງ ແນນ​ຊີ ເປ​ໂລ​ຊີ ​ຍັງກ່າວ​ຕື່ມ​ວ່າ: ເຖິງວ່າ​ຈຳ​ນວນ​ເງິນ​ໃນ​ຍັດ​ຕິໄດ້​ຫຼຸດ​ລົງ​ເຄິ່ງ​ໜຶ່ງ​​ແລ້ວກໍ​ຕາມ,ແຕ່​​ເວ​ລາ​ກາ​ນ​ປ່ອນ​ບັດກ່ຽວ​ກັບ​ຍັດ​ຕິ​​ດັ່ງ​ກ່າວຂອງ​ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ຍັງ​ຈະ​ກຳ​ນົດ​ໃຫ້​ຈັດ​ຂຶ້ນ​ໃນ​ວັນ​ທີ 31 ຕຸ​ລາ​ນີ້​ຕາມ​ກຳ​ນົດ​ເດີມ.

ຄຳ​ເຫັນ

0