尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ຄວນ​ປະ​ຖິ້ມ​ນະ​ໂຍ​ບາຍ​ດ້ານ​ເສດ​ຖະ​ກິດ​ທີ່​​ມີ​ຜົນ​ຮ້າຍ​ຕໍ່​ຈີນ​ແລະ​ປະ​ເທດ​ຕົນ​ໂດຍ​ໄວ

2021-10-25 17:02:55 cri

ອາ​ເມ​ຣິ​ກາ​ຄວນ​ປະ​ຖິ້ມ​ນະ​ໂຍ​ບາຍ​ດ້ານ​ເສດ​ຖະ​ກິດ​ທີ່​​ມີ​ຜົນ​ຮ້າຍ​ຕໍ່​ຈີນ​ແລະ​ປະ​ເທດ​ຕົນ​ໂດຍ​ໄວ_fororder_F77E5BA11D76F31BDBCF88E8F96509F39D74D411_size21_w550_h366

      ປີ 2018, ລັດ​ຖະ​ບານ​ໂດ​ໂນ ທ​ຣຳ​ໄດ້​ກໍ່​ສົງ​ຄາມ​ການ​ຄ້າກັບຈີນ​ແຕ່​ຝ່າຍ​ດຽວ​ເພື່ອ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ຂອງ​ຈີນ. 3 ປີ​ຜ່ານ​ໄປ​ແລ້ວ, ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ,ຈົນ​ໄດ້​ເຮັດ​ໃຫ້​ເສດ​ຖະ​ກິດ​ໂລກ​​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ.

      ເຖິງວ່າ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​ໄດ້​ຮັບ​ຜົນ​ກະ​ທົບ​ຕ່າງ​ໆ​ນາໆຍ້ອນ​ສາ​ເຫດ​ດັ່ງ​ກ່າວ, ແຕ່​ວ່າ, ບໍ່​ພຽງ​ແຕ່​ວິ​ສາ​ຫະ​ກິດ​ຈີນ​ໄດ້​ຮັບ​ຜົບ​ກະ​ທົບ​ຈາກ​ສົງ​ຄາມ​ການ​ຄ້າ​ຄັ້ງ​ນີ້​ເທົ່າ​ນັ້ນ, ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ກໍ່​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ເຊັ່ນ​ດຽວ​ກັນ. ອີງ​ຕາມ​ການປະ​ເມີນ​ຜົນ​ຂອງ​ບໍ​ລິ​ສັດມູ​ດິ​ຂອງ​ອາ​ເມ​ຣິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ: ສົງ​ຄາມ​ການ​ຄ້າກັບ​ຈີນ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ບໍ່​ມີ​ວຽກ​ເຮັດ​ງານ​ທຳປະ​ມານ 3 ແສນ​ຕຳ​ແໜ່ງ, ສະ​ເລ່ຍ​ແລ້ວແຕ່​ລະ​ຄອບ​ຄົວ​ມີ​ລາຍ​ຮັບ​ຫຼຸດ​ລົງ​ປະ​ມານ 600 ໂດ​ລາ.​ສະ​ນັ້ນ, ໜັງ​ສື​ພິມ​ເດີ​ກາ​ດຽນ​ຂອງ​ອັງ​ກິດ​ຈຶ່ງ​ໄດ້​ວິ​ເຄາະ​ເລື່ອງ​ນີ້​ວ່າ: ສົງ​ຄາມ​ການ​ຄ້າກັບ​ຈີນ​ທີ່ອາ​ເມ​ຣິ​ກາ​ກໍ່​ຂຶ້ນ​ເກືອບ​ວ່າໄດ້​ທຳ​ລາຍ​ທຸກ​ຂົງ​ເຂດ​ດ້ານ​ເສດ​ຖະ​ກິດ​​ຂອງອາ​ເມ​ຣິ​ກາ​ເອງ.

      ເດືອນ​ຕຸ​ລາ​ປີ​ນີ້, ທ່ານນາງ ​ຄາ​ເທ​ຣິນ ໄຕ ຜູ້​ຕາງ​ໜ້າ​ການ​ຄ້າ​ຂອງ​ອາ​ເມ​ຣິ​ກາ​ໄດ້​ບັນ​ລະ​ຍາຍ​ຄວາມ​ມຸ່ງ​ຫວັງ​ແລະ​ນະ​ໂຍ​ບາຍ​ດ້ານການ​ຄ້າຂອງ​ລັດ​ຖະ​ບານ​ໂຈ ໄບ​ເດັນ​ທີ່​ມີ​ຕໍ່​ຈີນ​ໃນ​ອະ​ນາ​ຄົດ​ໂດຍ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ບໍ່​ມີ​ເຈດ​ຕະ​ນາ​ຈະ​ເຮັດ​ໃຫ້ສະ​ຖາ​ນະ​ການ​ດ້ານ​ການ​ຄ້າ​ກັບ​ຈີນ​ທີ່​ມີ​ຄວາມ​ເຄັ່ງ​ຕຶງ​​ແລ້ວ​ນັ້ນ​ຮ້າຍ​ແຮງ​ຂຶ້ນ​ຕື່ມ,ແຕ່​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຊຸດ​ປັດ​ຈຸ​ບັນ​ຍັງ​ໄດ້​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ຂອງ​ລັດ​ຖະບານ​ໂດ​ໂນ ທ​ຣຳ ທີ່​ຂຶ້ນ​ພາ​ສີ​ສິນ​ຄ້າ​ຈີນ​ຄື​ເກົ່າ. ແຕ່​ວ່າ, ຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​​ໂດຍ​ກົງ​ທີ່​ສຸດຈາກ​ນະ​ໂຍ​ບາຍ​ການ​ຄ້າ​​ທີ່​ມີຕໍ່​ຈີນ​ຂອງ​ລັດ​ຖະ​ບານ​ໂຈ ໄບ​ເດັນ​ບໍ່​ແມ່ນ​ຈີນ,ຫາກ​ແມ່ນ​ວິ​ສາ​ຫະ​ກິດຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ເອງ. ປັດ​ຈຸ​ບັນ, ວິ​ສາ​ຫະ​ກິດ​ຫຼາຍ​ແຫ່ງ​ຂອງ​ອາ​ເມ​ຣິ​ກາ​ຍັງ​ໄດ້​ຮັບ​ຜົນ​ກະ​ທົບ​ຄື​ເກົ່າ​ຍ້ອນ​​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ຕົ້ນ​ທຶນ​ການ​ຜະ​ລິດ​ຄື: ໃນການ​ຂຶ້ນ​ພາ​ສີ​ສິນ​ຄ້າ​ນຳ​ເຂົ້າ​ຈາກ​ຈີນ,ມີ​ຫຼາຍກວ່າ 90% ແມ່ນ​ວິ​ສາ​ຫະ​ກິດ​ແລະ​ຜູ້​ບໍ​ລິ​ໂພກ​ຂອງ​ອາ​ເມ​ຣິ​ກາ​ເປັນ​ຜູ້​ແບກ​ຫາບ.

ອາ​ເມ​ຣິ​ກາ​ຄວນ​ປະ​ຖິ້ມ​ນະ​ໂຍ​ບາຍ​ດ້ານ​ເສດ​ຖະ​ກິດ​ທີ່​​ມີ​ຜົນ​ຮ້າຍ​ຕໍ່​ຈີນ​ແລະ​ປະ​ເທດ​ຕົນ​ໂດຍ​ໄວ_fororder_F77D0D2D4742DFED8103C3B5CE44903691C0F4F3_size62_w1080_h1138

      ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຂຶ້ນ​ພາ​ສີ​ສິນ​ຄ້າ​ນຳ​ເຂົ້າຈາກ​ຈີນ​ໄດ້​ເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ​ສູງ​ຂຶ້ນ​ແລະ​ຂາດ​ແຄນ​ການ​ສະ​ໜອງ​ຜະ​ລິດ​ຕະ​ພັນ,ສົ່ງ​ຜົນ​ເຮັດ​ໃຫ້​ໄພ​ເງິນ​ເຟີ້ຢູ່ອາ​ເມ​ຣິ​ກາ​ເພີ່ມ​ຂຶ້ນ​ຢູ່​ໃນ​ລະ​ດັບ​ທີ່​ມີ​ຄວາມ​ສ່ຽງ, ກະ​ຊວງ​ແຮງ​ງານ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ຕົວ​ເລ​ກ​ຂໍ້​ມູນ​ໃນ​ເດືອນ​ຕຸ​ລາ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ເດືອນ​ກັນ​ຍາ​ປີ​ນີ້, ລາ​ຄ​າ​ສິນ​ຄ້າ​ຢູ່​ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ 5,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ເລື່ອງ​ຈິງ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ: ສົງ​ຄາມ​ການ​ຄ້າ​ຂອງ​ອາ​ເມ​ຣິ​ກາ​ທີ່​​ກໍ່​ຂຶ້ນ​ກັບຈີນ​ບໍ່​ພຽງ​ແຕ່​ໄດ້​ທຳ​ລາຍ​ເສດ​ຖະ​ກິດ​ຈີນ​ເທົ່​າ​ນັ້ນ,ຫາກ​ຍັງ​ສ້າງ​ຜົນ​ຮ້າຍ​ໃຫ້​ກັບ​ອາ​ເມ​ຣິ​ກາ​ເອງ​ຫຼາຍກວ່າ.

      ໃນ​ຖາ​ນະ​ເປັນ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ໜຶ່ງ​ແລະ​ສອງ​ຂອງ​ໂລກ,ສົງ​ຄາມ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ມີ​ແຕ່​ຈະ​​ນຳ​ເອົາຄວາມ​ປະ​ຊາ​ໄລ​ມາ​ໃຫ້​ແກ່​ສອງ​ຝ່າຍ​ເທົ່າ​ນັ້ນ. ຫວັງ​ວ່າ​ລັດ​ຖະ​ບານ​ໂຈ ໄບ​ເດັນ ​ຈະ​ເອົາ​ໃຈ​ໃສ່​ຮັບ​ຟັງ​ສຽງ​ຮຽກ​ຮ້ອງ​ຈາກວົງ​ການ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ກ່ຽວ​ກັບ​ການ​ໃຫ້​ປ່ຽນ​ແປງມາດ​ຕະ​ການ​ຂຶ້ນ​ພາ​ສີ​ສິນ​ຄ້າ​ນຳ​ເຂົ້າ​ຈາກ​ຈີນ​ຫຼັງ​ຈາກ​ໄດ້​ຮູ້​ເລື່ອງ​ຈິງ​ກ່ຽວ​ກັບ​ການ​ປະ​ລາ​ໄຊ​ສອງ​ຝ່າຍ​ໃນ​ສົງ​ຄາມ​ການ​ຄ້າ, ແລ້ວເລືອກ​ນຳ​ໃຊ້​ນະ​ໂຍ​ບາຍ​ດ້ານ​ເສດ​ຖະ​ກິດ​ທີ່​ມີ​ຕໍ່​ຈີນ​​ຢ່າງ​ຖືກ​ຕ້ອງ​ໂດຍ​ໄວ,ເຄົາ​ລົບ​ຫຼັກ​ການ​ເສດ​ຖະ​ກິດ​​ຕະ​ຫຼາດ​ແລະ​ກະ​ຕິ​ກາ​ເສດ​ຖະ​ກິດ​ການ​ຄ້າ​ໃນ​ສາ​ກົນ,ຮ່ວມ​ກັບ​ປະ​ເທດຈີນ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ແລະ​ປອດ​ໃສ.

ຄຳ​ເຫັນ

0