尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ແລະ​ສະ​ຫະ​ພາບ​ເອີ​ຣົບ​ຈະ​ສືບ​ຕໍ່​ປຶກ​ສາ​ຫາ​ລືກັນ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​​ວ່າ​ດ້ວຍບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ​ໃນ​ອາ​ທິດ​ນີ້

2021-10-26 16:38:19 cri

      ວັນ​ທີ 25 ຕຸ​ລາ​ນີ້, ທ່ານ ໂມ​ຮຳ​ມັດ ບາກ​ເຮ​ຣີ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ໄດ້ກ່າວ​ວ່າ: ຕົນ​ຈະ​​ສືບ​ຕໍ່ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​​ກັບ​ຜູ້​ຕາງ​ໜ້າ​ສະ​ຫະ​ພາບ​ເອີ​ຣົບກ່ຽວ​ກັບ​ການ​ເຈ​ລະ​ຈາ​​ວ່າ​ດ້ວຍ​ບັນ​ຫາ​ນິວ​ເຄ​ລຍ​​ອີ​ຣານ​ຢູ່​ນະ​ຄອນ​ຫຼວງບ​ລຸກ​ແຊນ​ປະ​ເທດ​ແບນ​ຊິກ​ໃນ​ວັນ​ທີ 27 ຕຸ​ລາ​ນີ້ໂດຍ​ຖື​ເອົາ​ຜົນ​ການ​ເຈ​ລະ​ຈາ​ເປັນ​ຫຼັກ.
 

     ໃນ​ມື້​ດັ່ງ​ກ່າວ, ທ່ານ ບາກ​ເຮ​ຣີ ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​ຜ່ານ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ອີ​ຣານ​ໄດ້​ຕັດ​ສິນ​ໃຈ​ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ,ແຕ່​ການ​ເຈ​ລະ​ຈາ​ຄວນມຸ່ງ​ເນັ້ນ​ຍົກ​ເລີກ​ການ​ຂວ້ຳ​ບາດ​ອີ​ຣານ​ທີ່​ຜິດ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ​ແລະ​ມີ​ປະ​ສິດ​ທິ​ຜົນ​ກ່ອນ, ເພື່ອ​ຮັບ​ປະ​ກັນ​ໃຫ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ແລະ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ອີ​ຣານ​ຫັນ​ເປັນ​​ປົກ​ກະ​ຕິ,ພ້ອມ​ທັງໃຫ້​ການ​ຮັບ​ປະ​ກັນ​ຄວາມ​ໜ້າ​ເຊື່ອ​ຖື​​ວ່າ​ຈະ​ບໍ່​ປະ​ຕິ​ບັດ​ການ​ໃດໆ​ທີ່​ຈະ​ລະ​ເມີດ​ຄຳ​ໝັ້ນ​ສັນ​ຍາ​ອີກ. ທ່ານ​ກ່າວ​ວ່າ: ບັນ​ຫາ​ໃນ​ປັດ​ຈຸ​ບັນ​ແມ່ນ​ຄູ່​ເຈ​ລະ​ຈາ​ໄດ້​ກຽມ​ພ້ອມ​ເປັນ​ຢ່າງ​ດີ​ແລ້ວ​ຫຼື​ບໍ່​ທີ່​ຈະ​ປະ​ຕິ​ບັດ​ຕາມຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ,ລວມ​ທັງ​​ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ປະຖິ້ມ​ນະ​ໂຍ​ບາຍ​ທີ່​ມີ​ເຈດ​ຕະ​ນາ​ຮ້າຍ​ໃນ​ໄລ​ຍະ​ຜ່ານ​ມາ.
 

      ການ​ເຈ​ລະ​ຈາ​ລະ​ຫວ່າງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ກັບ​ສັນ​ຍາ​​​ວ່າ​ດ້ວຍ​ບັນ​ຫານິວ​ເຄ​ລຍ​ຂອງ​ອີ​ຣານ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽນ​​ປະ​ເທດ​ໂອ​ຕ​ຣິ​ສ໌​ແຕ່​ເດືອນ​ເມ​ສາ​ປີ​ນີ້​ເປັນ​ຕົ້ນ​ມາ, ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ການ​ຟື້ນ​ຟູ​ການ​ປະ​ຕິ​ບັດ​ສັນ​ຍາ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ອີ​ຣານ,ຈົນ​ມາ​ຮອດ​ປັດ​ຈຸ​ບັນ​ນີ້​ໄດ້​ຈັດ​ຂຶ້ນ​ແລ້ວ 6 ຮອບ. ເນື່ອງ​ຈາກ​ຄວາມ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ອີ​ຣານ​ມີ​ຄວາມ​ຮ້າຍ​ແຮງ,ກໍ​ຄື​​ການ​ປ່ຽນ​ຜູ້​ນຳ​ໃນ​ລັດ​ຖະ​ບານ​​ຊຸດ​ໃໝ່​ຂອງ​ອີ​ຣານ,ຈຶ່ງ​​ເຮັດ​ໃຫ້​ການ​ເຈ​ລະ​ຈາ​ຮອບ​ໃໝ່​ບໍ່​ໄດ້​ຈັດ​ຂຶ້ນ​ຕາມ​ເວ​ລາ​ທີ່ກຳ​ນົດ​ໄວ້.

ຄຳ​ເຫັນ

0