蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນເຄິ່ງສະຕະວັດມານີ້, ຈີນໄດ້ປະຕິບັດຕາມລັດທິຫຼາຍຝ່າຍ, ຮັກສາຄວາມຍຸຕິທໍາ ແລະຄວາມເປັນທໍາດ້ວຍການກະທໍາຕົວຈິງ

2021-10-26 15:28:31 CRI

ວັນທີ 25 ຕຸລາ ປີ 1971, ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 26 ໄດ້ຮັບຮອງມະຕິ 2758 ໂດຍໄດ້ຕົກລົງຟື້ນຟູທີ່ນັ່ງຂອງ ສປ ຈີນທີ່ຖືກຕ້ອງຕາມກົດໝາຍຢູ່ອົງການສະຫະປະຊາຊາດ.

ໃນກອງປະຊຸມດັ່ງກ່າວ, ທ່ານສຽວກວ້ານຮວາ, ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນໃນເວລານັ້ນ ໄດ້ປະກາດວ່າ: “ພວກເຮົາມີຈຸດຢືນ​ຄື: ບໍ່ວ່າວຽກງານຂອງປະເທດໃດ ຕ້ອງຄຸ້ມຄອງໂດຍປະເທດນັ້ນ, ວຽກງານຂອງໂລກ ຕ້ອງຄຸ້ມຄອງໂດຍບັນ​ດາປະເທດໃນໂລກ, ວຽກງານຂອງອົງການສະຫະ​ປະຊາຊາດ ຕ້ອງຄຸ້ມຄອງໂດຍບັນດາປະເທດ​ສະ​ມາ​ຊິກຂອງອົງການສະຫະປະຊາຊາດ.” ຈີນໄດ້ສະແດງ​ຈຸດ​ຢືນຂອງຕົນຕໍ່ໂລກຢ່າງຈະແຈ້ງ ກ່ຽວກັບການຮັກສາລັດທິຫຼາຍຝ່າຍ ແລະການຮັກສາຄວາມຍຸຕິທໍາ ແລະຄວາມເປັນທໍາຂອງສາກົນ.

ໜັງສືພິມຟ​ຣອງ​ຊົວ (France Soir) ສະບັບວັນທີ 26 ຕຸລາ ປີ 1971 ໄດ້ລົງພິມບົດຄວາມທີ່ພາດຫົວຂໍ້ວ່າ: “ອາເມຣິກາປະສົບຄວາມຫຼົ້ມເຫຼວ ຢູ່ອົງການສະຫະປະຊາຊາດຢ່າງໜັກໜ່ວງ ແລະ ເປັນການປະກາດໄຊຊະນະຂອງ ປັກກິ່ງ” ໂດຍໄດ້ລະບຸວ່າ: ອົງການສະຫະປະຊາຊາດໄດ້ຟື້ນຟູທີ່ນັ່ງຂອງ ສປ ຈີນທີ່ຖືກຕ້ອງຕາມກົດ​ໝາຍຢູ່ອົງການສະຫະປະຊາຊາດ ເປັນການ​ເປີດຍຸກສະໄໝໃໝ່.

ໃນໄລຍະເວລາເຄິ່ງສະຕະວັດພາຍຫຼັງໄດ້ຟື້ນຟູທີ່ນັ່ງທີ່ຖືກຕ້ອງຕາມກົດ

ໝາຍຢູ່ອົງການສະຫະປະຊາຊາດ​ແລ້ວ, ຈີນໄດ້ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຂອງອົງການສະຫະປະຊາຊາດໃນຂົງເຂດການຮັກສາສັນຕິພາບ, ການພັດທະນາ, ສິດທິມະນຸດ, ການອະນຸລັກສິ່ງແວດລ້ອມ ແລະອື່ນໆ, ປະຕິບັດຕາມລັດທິຫຼາຍຝ່າຍ ແລະຮັກສາຍຸຕິທໍາ ແລະຄວາມເປັນທໍາດ້ວຍການກະທໍາຕົວຈິງ.

ໃນຂົງເຂດການຮັກສາສັນຕິພາບ,ຈີນເປັນປະເທດທີ່ໄດ້ສົ່ງຈໍານວນເຈົ້າໜ້າທີ່ຮັກສາສັນຕິພາບຫຼາຍທີ່ສຸດໃນບັນດາປະເທດ​ສະ​ມາ​ຊິກ​ຖາ​ວອນ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ ອົງການສະຫະປະຊາຊາດ, ເປັນປະເທດທີ່ຈ່າຍ​ເງິນ​ອຸດ​ໜູນ​ຕາມ​ການ​ແບ່ງ​ສ່ວນ ເພື່ອຮັກສາສັນຕິພາບຫຼາຍ ​ເປັນອັນດັບສອງຂອງໂລກ; ໃນບັນຫານິວເຄລຍຂອງ ສປປ ເກົາຫຼີ ແລະບັນຫານິວເຄລຍຂອງອີຣານ, ຈີນໄດ້ເສີມຂະຫຍາຍທ່າແຮງຂອງຕົນ, ປະສານງານກັບຝ່າຍຕ່າງໆຢ່າງຕັ້ງໜ້າ, ຮັກສາສັນຕິພາບ ແລະຄວາມໝັ້ນຄົງຂອງພາກພື້ນ; ໃນຂົງເຂດ​ການຊ່ວຍເຫຼືອຫຼຸດ​ຜ່ອນຄວາມທຸກຍາກ, ຈີນໄດ້ບັນລຸເປົ້າໝາຍ​ທີ່ເຮັດໃຫ້ປະຊາກອນ​ຈີນ​ຜູ້ທຸກຍາກ​ຕາມ​ມາດ​ຕະ​ຖານ​ໃນ​ປັດ​ຈຸ​ບັນ ສາ​ມາດຫຼຸດພົ້ນອອກຈາກຄວາມທຸກຍາກ​ທັງໝົດ ກ່ອນເວລາກໍານົດ 10 ປີ ເຊິ່ງ​ໄດ້ປະກອບສ່ວນເຂົ້າໃນວຽກງານ​ການຫຼຸດຜ່ອນຄວາມທຸກຍາກຂອງໂລກ​ກວມຫຼາຍກວ່າ 70%; ໃນຂົງເຂດການພັດທະນາ, ຈີນໄດ້​ສະ​ເໜີ​ຂໍ້ລິເລີ່ມ “ໜຶ່ງ​ແລ​ວ​ໜຶ່​ງ​ເສັ້​ນ​ທາງ”, ​ເປັນ​ການແບ່ງ​ປັນ​ໂອ​ກາດ​ການ​ພັດ​ທະ​ນາ​ໃຫ້​ກັບ​ປະ​ເທດ​ອື່ນໆ; ໃນ​ດ້ານ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຈີນ​ໄດ້​ວາງ​ເປົ້າ​ໝາຍ “ການລະ​ບາຍກາກບອນດິອອກຊິດໃຫ້ເຖິງລະດັບສູງສຸດ​ໃນ​ປີ 2030” ແລະ “ບັນລຸ​ເປົ້າ​ໝາຍການປອດການລະບາຍກາກບອນດິອອກຊິດໃນ​ປີ 2060” ພ້ອມ​ທັງ​ໄດ້​​ສຸມ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ ເພື່ອ​ບັນ​ລຸ​ເປົ້າ​ໝ​າຍ​ດັ່ງ​ກ່າວ; ໃນ​ຂະ​ນະທີ່​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດໃນ​ຂອບ​ເຂດ​ທົ່ວ​ໂລກ, ຈີນ​ໄດ້​ຖື​ເອົາ​ວັກ​ຊິນ​ໂຄວິດ-19 ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ ແລະ​ສະ​ໜອງ​ໃຫ້​ແກ່​ປະ​ເທດ​​ກຳ​ລັງ​ພັດ​ທະ​ນາ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຈີນ.

ໃນ​ພິ​ທີ​ລະ​ນຶກ​ການ​ຟື້ນ​ຟູ​ທີ່​ນັ່ງ​ຂອງ ສ​ປ ຈີນ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຢູ່​ອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດຄົບ​ຮອບ 50 ປີ, ທ່ານ​ສີ​ຈິ້ນ​ຜິງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ ໂດຍກ່າວ​ເນັ້ນ​ວ່າ:​ “ພວກ​ເຮົາ​ຄວນ​ປົກ​ປ້ອງ​ຄວາມ​ສັກ​ສິດ ແລະ​ຖາ​ນະ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ຮ່ວມ​ກັນ​ປະ​ຕິ​ບັດ​ຕາມ​ລັດ​ທິຫຼາຍ​ຝ່າຍ​​ຢ່າງ​ແທ້​ຈິງ.”

ເຄິ່ງ​ສະ​ຕະ​ວັດ​ໄດ້​ຜ່ານ​ໄປ​ແລ້ວ, ປັດ​ຈຸ​ບັນ, ຈີນ​ໄດ້​ກາຍ​ເປັນ​ກຳ​ລັງ​ແກນ​ກາງ​ໃນ​ການ​ຮັກ​ສາ​ຄວາມ​ຍຸ​ຕິ​ທຳ ແລະ​ສັນ​ຕິ​ພາບ​ຂອງ​ໂລກ. ເມື່ອ​ໂລກ​ກຳ​ລັງ​ຢືນ​ຢູ່​ທາງ​​ແບ່ງ​ຂອງປະ​ຫວັດ​ສາດ​ອີກ​ຄັ້ງ​ໜຶ່ງ, ຈີນ​ຈະ​ຍຶດ​ໝັ້ນ​ໃນ​ລັດ​ທິຫຼາຍ​ຝ່າຍ ແລະ​ອຸ​ດົມ​ການ​ແຕ່​ຫົວ​ທີ​​ໃນ​ການ​ຮັກ​ສາ​ຄວາມ​ຍຸ​ຕິ​ທຳ  ແລະ​ຄວາມ​ເປັນ​ທຳ​ຂອງ​ໂລກ, ຊຸກ​ຍູ້​​ການ​ສ້າງປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳຂອງມວນ​ມະ​ນຸດ​ໃຫ້​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0