黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ​​ເຊັນ​ສັນ​ຍາ​ແລກ​ປ່ຽນ​ເງິນ​ຕາ​ກັບທະ​ນາ​ຄານ​ຍີ່​ປຸ່ນ

2021-10-26 14:43:37 cri

    ເມື່ອ​ບໍ່​ດົນ​ມາ​ນີ້, ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ​ໄດ້ສືບ​ຕໍ່​ເຊັນ​ສັນ​ຍາ​ແລກ​ປ່ຽນ​ເງິນ​ຕາກັບ​ທະ​ນາ​ຄານ​ຍີ່​ປຸ່ນ, ເປັນ​ຈຳ​ນວນ 200 ຕື້ຢວນ​​ຕໍ່ 3.400 ຕື້​ເຢັນ, ສັນ​ຍາ​ດັ່ງ​ກ່າວ​ຈະມີເວລາກຳນົດ 3 ປີ, ແລະສາມາດ​​ແກ່ຍາວ​ເວລາ​ຖ້າ​ສອງຝ່າຍ​ເຫັນ​ດີ.

    ທະ​ນາ​ຄານ​ກາງ​ສອງ​ປະ​ເທດ​​ໄດ້​ສືບ​ຕໍ່ເຊັນ​ສັນ​ຍາ​ແລກ​ປ່ຽນ​ເງິນ​ຕາ​ນຳ​ກັນ​ເປັນ​ມີ​ຜົນ​ດີ​ຕໍ່​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເງິນ​​ຂອງ​ສອງ​ປະ​ເທດ, ແລະ​ມີ​ຜົນ​ດີ​​ຕໍ່​ການສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເງິນ.

ຄຳ​ເຫັນ

0