尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປ​ຊ ແຕ່ງ​ຕັ້ງ​ທ່ານ​ນາງ​ ເນ​ລີນ ເຮ​ເຊີ ດຳ​ລົງ​ຕຳ​ແໜ່ງ​ເປັນ​ທູດ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ມຽນ​ມາ​ຄົນ​ໃໝ່

2021-10-26 16:38:53 cri

      ວັນ​ທີ 25 ຕຸ​ລາ​ນີ້, ທ່ານ​ ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣ​ສ໌ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ປະ​ກາດ​ແຕ່ງ​ຕັ້ງ​ທ່ານ​​ນາງ ເນ​ລີນ ເຮ​ເຊີ ສັນ​ຊາດ​ສິງກ​ະ​ໂປ​ໃຫ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ທູດ​ພິ​ເສດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ບັນ​ຫາ​ມຽນ​ມາ​ຄົນ​ໃໝ່.
 

      ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ທ່ານ​ນາງ ເນ​ລີນ ເຮ​ເຊີ ອາ​ຍຸ 73 ປີ ເຄີຍ​​ດຳ​ລົງ​ຕຳ​ແໜ່ງ​ຂັ້ນ​ສູງ​ຫຼາຍ​ຕຳ​ແໜ່ງ​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ນາງ​ຈະ​ເຂົ້າ​ຮັບ​ໜ້າ​ທີ່​​ແທນ​ທ່ານ ຄ​ຣິ​ສ​ຕິນ ເບີກ​ເນີ ​ຄົນ​ສັນ​ຊາດສະ​ວິ​ສ,​ແລ້ວດຳ​ລົງ​ຕຳ​ແໜ່ງ​​ເປັນທູດ​ພິ​ເສດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ບັນ​ຫາ​ມຽນ​ມາ​ຄົນ​ໃໝ່​. ທ່ານ​ນາງ ເນ​ລີນ ເຮ​ເຊີ ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ເລ​ຂາຜູ້​ບໍ​ລິ​ຫານຂອງ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ສັງ​ຄົມ​ອາ​ຊີ​ປາ​ຊີ​ຟິກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ປີ 2007 ຫາ​ປີ 2014,ເປັນ​ແມ່​ຍິງ​ຄົນ​ທຳ​ອິດ​ທີ່​ໄດ້​ດຳ​ລົງ​ຕຳ​ແໜ່ງ​ດັ່ງ​ກ່າວ. ໃນ​ປີ 2013 ຫາ​ປີ 2015,ນາງ​ຍັງ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ທີ່​ປຶກ​ສາ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ຕີ​ມໍ​ເລັ​ສ​ເຕ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ຄຳ​ເຫັນ

0