郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃຊ້ໄກ່ປະກອບເປັນຮູບຕ່າງໆທີ່ຊາວເນັດສົນໃຈ ແລະ ກໍ່ສາມາດຂາຍໄກ່ໄດ້

2021-10-27 11:08:10 cri

ໃຊ້ໄກ່ປະກອບເປັນຮູບຕ່າງໆທີ່ຊາວເນັດສົນໃຈ ແລະ ກໍ່ສາມາດຂາຍໄກ່ໄດ້_fororder_1649367838

ຫວ່າງ​ກ່ອນນີ້​ບໍ່​ດົນ, ໃນ​ທາງ​ອິນ​ເຕີ​ເນັດ ມີວິ​ດີ​ໂອ​ສັ້ນຕອນ​ໜຶ່ງ​ທີ່​ມີ​ໄກ່​ເກືອບ 4 ພັນ​ໂຕ​ປະ​ກອບ​ເປັນ​ອັກສອນ​ຈີນສອງໂຕຄື: “ສຽວ​ຄ່າງ” ເຊິ່ງແປວ່າ “ອີ່ມໜຳ ສຳລານໃນລະດັບປານກາງ” ເຊິ່ງໄດ້​ຮັບການກົດໄລ໌ກ​ຈາກ​ຊາວເນັດ​ຈຳ​ນວນ​ຫຼວງ​ຫຼາຍ. ​ຜູ້​ລ້ຽງ​ໄກ່​ເຫຼົ່າ​ນີ້ ແມ່ນ​ທ້າວ ຊ້າງ​ຢວີ້​ຄ່າງ ມີອາ​ຍຸ​ພຽງແຕ່ 25 ປີ.  ສິ່ງ​ທີ່​ຕ່າງ​ກັບ​ຊາວ​ໜຸ່ມ​ໃນ​ບ້ານ​ດຽວ​ກັນທີ່​​ອອກ​ໄປ​ເຮັດ​ວຽກ​ຢູ່ຕ່າງຖິ່ນກໍ່ແມ່ນ ລາວ​​ກັບບ້ານ ເພື່ອໄປລ້ຽງ​ໄກ່​ເປັນ​ເວ​ລາ 6 ປີ​. ເປັນ​ຫຍັງ​ລາວ​ຈຶ່ງ​ເລືອກ​ກັບ​ໄປລ້ຽງໄກ່ຢູ່ບ້ານ​ເກີດ? ເປົ້າ​ໝາຍ​ຊີ​ວິດ​ຂອງ​ລາວ​ແມ່ນ​ຫຍັງ​ກັນແທ້?

   ຊ້າງ​ຢວີ້​ຄ່າງ​ ເກີດ​ຢູ່​ບ້ານ​ປາຍ​ໝ້າ​ຊື້​, ເມືອງ​​ເຊີງຊ້ຽນ​, ແຂວງ​ກັ່ນ​ຊູ້, ປະ ເທດຈີນ, ພໍ່​ແມ່​ອອກ​ໄປ​ເຮັດ​ວຽກ​ຢູ່ຕ່່າງຖິ່ນ​ເປັນ​ເວ​ລາ​ຫຼາຍປີແລ້ວ, ລາວເຕີບໃຫຍ່ ແລະ ອາໄສຢູ່ກັບ​​ປູ່​ຍ່າ. ຫຼັງ​ຈາກ​ຮຽນ​ຈົ​ບ​ມັດ​ທະ​ຍົມ​ແລ້ວ, ຕອນນັ້ນ ຊ້າງ​ຢວີ້ຄ່າງ ​ມີ​ອາ​ຍຸໄດ້ 17 ປີ ​ກໍໄດ້​ເລີ່ມ​ຫາ​ວຽກ​ເຮັດ​ງານ​ທຳ​ຢູ່ຕ່າງຖິ່ນ, ລາວ​ເຄີຍ​ເຮັດ​ວຽກ​ໃນ​ຮ້ານ​ອາ​ຫານ, ເຄີຍ​ເປັນ​ກຳ​ມະ​ກອນ, ແຕ່​ລາວ​ຄຶດ​ວ່າ ​ບໍ່​ຄວນ​ເຮັດ​ວຽກ​ໃຫ້​ຄົນ​ອື່ນ​ຕະ​ຫຼອດໄປ.

ລາວເວົ້າວ່າ: “ແຕ່​ຍາມ​ນ້ອຍ ​ຂ້າພະເຈົ້າກໍ​ມັກ​ສັດໂຕ​ນ້ອຍ, ໃນເວລາທີ່ຍັງ ໜຸ່ມຢູ່, ຂ້າພະເຈົ້າກໍຢາກ​ເຮັດ​ໃນສິ່ງ​ທີ່​ຕົນ​ເອງ​ມັກ.”

ໃຊ້ໄກ່ປະກອບເປັນຮູບຕ່າງໆທີ່ຊາວເນັດສົນໃຈ ແລະ ກໍ່ສາມາດຂາຍໄກ່ໄດ້_fororder_1100425839

ທ້າຍ​ປີ 2015, ຊ້າງ​ຢວີ້​ຄ່າງ ​ໄດ້ຕັດ​ສິນ​ໃຈ​ລ້ຽງ​ໄກ່​ຢູ່ໃນ​ບ້ານ, ກາຍ​ເປັນ​ຊາວ​ໜຸ່ມ​ຜູ້​​ສ້າງທຸລະກິດ​ທີ່​ພົບເຫັນໜ້ອຍ​ຢູ່ໃນ​ບ້ານ.

    ມີມື້ໜຶ່ງ, ໂດຍບັງ​ເອີນ ລາວ​ໄດ້​ເຫັນ​ໄກ່ຂົນຫົວ​ຍາວຜ່ານ​ທາງ​ໂທ​ລະ​ພາບ, ມັນ​ຕ່າງ​ກັບ​ໄກ່​​ທຳ​ມະ​ດາ​ທີ່​ຂາຍ​ໃນ​ຕະ​ຫຼາດທ້ອງຖິ່ນຕົນ. ໄກ່​ປະ​ເພດນີ້​ທັງ​ງາມ​ທັງ​ມີ​ທາດ​ບຳ​ລຸງ​ສູງ, ລາວ​ຄຶດ​ວ່າ ຖ້າ​ນຳ​ເຂົ້າ​ໄກ່​ປະ​ເພດນີ້, ກໍ​ຈະ​ເປັນ​ຜະ​ລິດ​ຕະ​ພັນ​ພຽງ​ຢ່າງ​ດຽວ​ໃນ​ຕະ​ຫຼາດ​ທ້ອງ​ຖິ່ນ​ຕົນ. ສະ​ນັ້ນ, ລາວ​ຈຶ່ງໃຊ້​ເງິນ 4 ໝື່ນຢວນ​ທີ່​ຕົນ​ເອງ​​ສະ​ສົມ​ໄວ້ມາຈາກການເຮັດວຽກຢູ່ຕ່າງຖິ່ນນັ້ນ ສັ່ງ​ຊື້​ໄກ່ນ້ອຍ​  500 ໂຕ.

ໃຊ້ໄກ່ປະກອບເປັນຮູບຕ່າງໆທີ່ຊາວເນັດສົນໃຈ ແລະ ກໍ່ສາມາດຂາຍໄກ່ໄດ້_fororder_562791068

   ຕອນທີ່ຫາກໍ່​ເລີ່ມ​ລ້ຽງ​ໄກ່, ຊ້າງ​ຢວີ້ຄ່າງ ​ໄດ້​ເອົາເຮືອນ​ໃໝ່​ຂອງ​ຕົນ​ເປັນລົກ​ໄກ່​, ທັງ​ເຮັດ​ເຕົາ​ໄຟ ແລະ ຕິດຕັ້ງອາຍ​ອຸ່ນ​ໃນ​ຫ້ອງ, ຮອດ​ຍາມ​ຄ່ຳຄືນ ລາວກໍ​ບໍ່​ນອນ​​ເພື່ອ​ເຝົ້າ​ເບິ່ງໄກ່​ນ້ອຍ 500 ໂຕ​ດ້ວຍຄວາມເອົາໃຈໃສ່. ຈົນສາມາດ​ລ້ຽງ​ໄກ່​ງວດນີ້​ໃຫ້​ໃຫຍ່​ຂຶ້ນ​ ແລະ ຮອດຍາມຂາຍອອກ, ແຕ່ຊ້າງ​ຢວີ້ຄ່າງ ​ກໍ່ພົບ​ວ່າ: ເຖິງວ່​າ​ໄກ່​ປະ​ເພດນີ້​ງາມ​ຢູ່, ​​ມີ​ຄົນ​ສົນ​ໃຈມາເບິ່ງຢູ່ ແຕ່ພັດ​ບໍ່​ມີ​ໃຜ​ສົນໃຈມາ​ຊື້. ສຸດ​ທ້າຍ ໂດຍ​ຜ່ານ​ກຸ່ມ​ຄົນລ້ຽງໄກ່ທາງສື່ສັງຄົມອອນລາຍ, ລາວ​ຈຶ່​ງສາມາດຂາຍ​ໄກ່​ເຫຼົ່າ​ນີ້​ອອກ​ໄດ້.

ຄົນໃນຄອບ​ຄົວ​ເຫັນ​ວ່າ, ເມື່ອຊ້າງ​ຢວີ້​ຄ່າງ​ພົບ​ຄວາມ​ຫຍຸ້ງ​ຍາກ​ແລ້ວ​ ຍ່ອມ ຈະ​ປະ​ຖິ້ມມັນໄປ, ແຕ່​ລາວ​ພັດບໍ່ໄດ້ເຮັດແບບນັ້ນ ແລະ ​ເຫັນ​ວ່າ: “ຕົນສາມາດລ້ຽງ​ໄກ່​ໃຫ້ໃຫຍ່ຂຶ້ນໄດ້, ທັງສາມາດ​ຂາຍ​ອອກ​ໄດ້, ນັ້ນກໍໝາຍຄວາມວ່າ ບໍ່​​ຂາດ​ທຶນ. ຖ້າ​ວ່າ​ເຮັດ​ວຽກນີ້​ໄປດົນໆ, ຈະຕ້ອງ​ເຮັດ​ໄດ້​ດີແນ່ນອນ​.”

ໃນ​ຍາມ​ທີ່ຊ້າງ​ຢວີ້​ຄ່າງ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງເຕັມປ່ຽມ ​ເພື່ອຂະຫຍາຍຂະ​ໜາດ​ການ​ລ້ຽງ​ໄກ່, ພັດ​ມີ​ພະ​ຍາດ​ຕິດ​ແປດ​ແຜ່​ລະ​ບາດ​ຂຶ້ນ, ຈົນ​ເຮັດ​ໃຫ້​ໄກ່​ນ້ອຍຂອງ ລາວ 2 ພັນ​ໂຕ​ຕາຍໄປ 1.500 ກວ່າ​ໂຕ. ແຕ່ການ​ຂາດ​ທຶນ​ຫລາຍ​ແບບນີ້​ ບໍ່​ໄດ້​ທຳ​ລາຍ​ຄວາມໝັ້ນໃຈຂອງລາວ. ລາວບອກວ່າ: “ຍາມນັ້ນ​ຂ້າພະເຈົ້າ​ມີ​ແຕ່​ອົດ​ທົນ ແລະ ອົດທົນ​, ​ເມື່​ອ​ຍັງສືບຕໍ່ເຮັດ ​ກໍ່​ສາມາດ​ຜ່ານ​ຜ່າ​ມັນໄປ​ໄດ້.”

ຕໍ່​ມາ, ຊ້າງ​ຢວີ້​ຄ່າງ ​ໄດ້​ສະສົມ​ບົດ​ຮຽນ​ດ້ານບວກ ແລະ ດ້ານລົບ​ຢ່າງ​ບໍ່​ຢຸດຢັ້ງ, ແລ້ວ​ຄ່ອຍໆ​ເຂົ້າໃຈຈຸດ​ພິ​ເສດ​ໃນ​ການ​ລ້ຽງ​ໄກ່​ຂົນ​ຫົວ​ຍາວ.

ໃຊ້ໄກ່ປະກອບເປັນຮູບຕ່າງໆທີ່ຊາວເນັດສົນໃຈ ແລະ ກໍ່ສາມາດຂາຍໄກ່ໄດ້_fororder_1463762244

ລາວ​ຍັງໄດ້ນຳ​ພາຊາວບ້ານທັງຫຼາຍຮ່ວມກັນ​ສ້າງ​ຄວາມ​ຮັ່ງ​ມີ​ຂຶ້ນ ໂດຍ​ໄດ້​ຮຽນ​ຮູ້ເຕັກນິກການ​ລ້ຽງ​ໄກ່. ຈາກນັ້ນ ຊ້າງ​ຢວີ້ຄ່າງ ຈຶ່ງ​ເລີ່ມ​ມີຄວາມກັງ​ວົນກັບ ບັນຫາການ​ຂາຍ​. ມີ​ມື້​ໜຶ່ງ​ໃນ​ປີ 2017, ຊ້າງ​ຢວີ້​ຄ່າງ ​ຄຶດ​ໄດ້​ວິ​ທີໜຶ່ງ ໂດຍວາງ​ຫົວອາຫານໃຫ້​ເປັນ​ຮູບຫົວໃຈ, ເມື່ອ​ໄກ່​ໄປ​ກິນແລ້ວ ກໍ​ປະ​ກອບ​ເປັນ​ຮູບຫົວ​ໃຈ​ເລີຍ.

ລາວໄດ້ຖ່າຍເປັນວິ​ດີ​ໂອສັ້ນ ແລະພົສລົງອິນເຕີເນັດ​, ເມື່ອຊາວເນັດທັງຫຼາຍ ເຫັນວິດີໂອສັ້ນຕອນນີ້ແລ້ວ ຈຶ່ງພາກັນໃຫ້ຄວາມ​ສົນ​ໃຈ​ຮ້ານທາງ​ອິນ​ເຕີ​ເນັດຂອງ ລາວ, ຜູ້ຊື້ຜ່ານທາງອິນເຕີເນັດກໍນັບມື້ນັບຫຼາຍຂຶ້ນ,  ຊາວເນັດທັງຫຼາຍ ຍັງໄດ້ ເອີ້ນ ຊ້າງ​ຢວີ້​ຄ່າງ ແບບຫລີ້ນໆວ່າ: “​​ຜູ້​ບັນ​ຊາ​ການໄກ່”, ຕໍ່​ມາ ການ​ຖ່າຍ​ວິ​ດີ​ໂອ​ສັ້ນ​ຈຶ່ງຄ່ອຍໆ​ກາຍ​ເປັນ​ວຽກທີ່ລາວເຮັດເປັນ​ປົກ​ກະ​ຕິ​.

ໃຊ້ໄກ່ປະກອບເປັນຮູບຕ່າງໆທີ່ຊາວເນັດສົນໃຈ ແລະ ກໍ່ສາມາດຂາຍໄກ່ໄດ້_fororder_1161411070

ປີ 2019, ຊ້າງ​ຢວີ້​ຄ່າງ ​ໄດ້ໃຊ້​ໄກ່​ປະ​ກອບເປັນ​ຮູບ​ເພື່ອສະ​ຫຼອງວັນຊາດຈີນ​ຄົບ​ຮອບ 70 ປີ; ປີ2020, ລາວໄດ້​ໃຊ້ໄກ່​ປະ​ກອບເປັນ​ຮູບ​ເພື່ອ “ສະ​ແດງ​ຄວາມ​ເຄົາ​ລົບ​​ແພດ​ໝໍ;  ປີ 2021, ລາວຍັງ​ໃຊ້​​ໄກ່​ປະ​ກອບ​ເປັນຮູບ​ ເພື່ອສະ​ຫຼອງວັນ​ສ້າງ​ຕັ້ງ​ພັກກອມມູນິດຈີນ​ຄົບ​ຮອບ 100 ປີ.

ໃຊ້ໄກ່ປະກອບເປັນຮູບຕ່າງໆທີ່ຊາວເນັດສົນໃຈ ແລະ ກໍ່ສາມາດຂາຍໄກ່ໄດ້_fororder_1639400460

ໃຊ້ໄກ່ປະກອບເປັນຮູບຕ່າງໆທີ່ຊາວເນັດສົນໃຈ ແລະ ກໍ່ສາມາດຂາຍໄກ່ໄດ້_fororder_1976760976

ໃຊ້ໄກ່ປະກອບເປັນຮູບຕ່າງໆທີ່ຊາວເນັດສົນໃຈ ແລະ ກໍ່ສາມາດຂາຍໄກ່ໄດ້_fororder_1394425962

  ຄຽງ​ຄູ່​ກັບ​ຊື່ສຽງ​ນັບ​ມື້​ນັບ​ໂດ່ງດັງ​ຂຶ້ນ, ການ​ຈອງ​ຊື້​ໄກ່ຂອງ ​ຊ້າງ​ຢວີ້​ຄ່າງ ​ກໍ່​ນັບ​ມື້ຶ້​ນັບ​ຫຼາຍ​ຂຶ້ນ. ປີ​ກາຍນີ້, ລາວ​ມີລາຍໄດ້ສຸດທິ​ 1 ແສນກວ່າ​ຢວນຈາກການລ້ຽງໄກ່. ເມື່ອ​ໄດ້ຮັບການ​ຍ້ອງ​ຍໍຈາກຊາວເນັດ​ຈາກເລື້ອງດັ່ງ​ກ່າວ, ຊ້າງ​ຢວີ້​ຄ່າງ ​ເວົ້າ​ຢ່າງ ຖ່ອມຕົວວ່າ: “ຂ້າພະເຈົ້າບໍ່​ແມ່ນ​ເນັດໄອໂດ​ດອກ, ພຽງແຕ່ແມ່ນ​ຜູ້​ລ້ຽງ​ໄກ່​​ທຳ​ມະ​ດາຄົນໜຶ່ງເທົ່າ​ນັ້ນ.”

​   ເມື່ອ​ເຫັນ​ວ່າຊາວບ້ານຢູ່ໃກ້ຄຽງຫລາຍຄົນຍັງ​ບໍ່​ທັນຮັ່ງ​ມີຂຶ້ນເທື່ອ, ຊ້າງ​ຢວີ້​ຄ່າງ ​ຈຶ່ງໄດ້​ສ້າງ​ຕັ້ງ​ສະຫະກອນ​ຮ່ວມ​ມື​ລ້ຽງ​ໄກ່ ໂດຍໄດ້ແຈກຢາຍ​ໄກ່​ນ້ອຍ​ໃຫ້​ຄອບ​ຄົວ​ທຸກ​ຍາກ, ທັງ​ສອນ​ເຕັກ​ນິກ​ການ​ລ້ຽງ​ໄກ່​ຢູ່ກັບເຮືອນໃຫ້ພວກ​ເຂົາ​ເຈົ້າ, ເມື່ອ​ລ້ຽງ​ໄກ່​ໃຫຍ່​ຂຶ້ນມາ​ແລ້ວ ລາວກໍ​ເກັບ​ຊື້​ຄືນ​ ແລະ ​ຂາຍ​ໄປ​ທົ່ວ​ປະ​ເທດ​ໂດຍ​ຜ່ານ​ອິນ​ເຕີ​ເນັດ, ລາວ​ໄດ້​ນຳ​ພາ​​ຜູ້​ທຸກ​ຍາກ 27 ຄອບ​ຄົວ​ຮ່ວມ​ກັນ​ລ້ຽງ​ໄກ່​ເຖິງ 5 ພັນ​ກວ່າ​ໂຕ, ຈຳ​ນວນ​ລາຍຮັບຈາກ​ການຈຳໜ່າຍ ສາມາດບັນລຸ​ເຖິງ 1 ລ້ານກວ່າ​ຢວນ.

ປີ 2018, ຊ້າງ​ຢວີ້​ຄ່າງ ໄດ້​ຖືກ​ປະ​ເມີນໃຫ້​ເປັນ “ຊາວໜຸ່ມ​ຜູ້​ນຳ​ພາ​ສ້າງ​ຄວາມ​ຮັ່ງ​ມີທີ່ດີ​ເດັ່ນ​ປະ​ຈຳ​ບ້ານຂອງ​ເມືອງ​ເຊີງຊ້ຽນ”; ໃນ​ເດືອນ​ເມ​ສາ​ປີ 2019, ລາວ​ກໍໄດ້ຖືກ​ປະ​ເມີນໃຫ້​ເປັນໜຶ່ງໃນ 10 ​ນັກ​ທຸ​ລະ​ກິດ​ທາງອິນເຕີ​ເນັດ​ທີ່​ດີ​ເດັ່ນ​ໃນ​ການ​ລຶບລ້າງ​ຄວາມ​ທຸ​ກ​ຍາກ​ໂດຍ​ຜ່ານ​ການ​ເຮັດທຸ​ລະ​ກິດ​ທາງ​ອິນເຕີເນັດ​ຢູ່ເມືອງ ເຊີງຊ້ຽນ; ເດືອນ​ພະ​ຈິກ​ປີ 2019, ວິ​ດີ​ໂອ​ສັ້ນ​ຂອງ​ຊ້າງ​ຢວິ້​ຄ່າງ ​ທີ່​ໃຊ້ໄກ່​ປະກອບເປັນ​ຮູບ​​ສະ​ຫຼອງວັນ​ຊາດ​ ໄດ້ຮັບ “ລາງວັນ​ເກັບ​ກ່ຽວ​” ຈາກ​ໜັງ​ສື​ພິມ​ປະ​ຊາ​ຊົນ​​.

ໃຊ້ໄກ່ປະກອບເປັນຮູບຕ່າງໆທີ່ຊາວເນັດສົນໃຈ ແລະ ກໍ່ສາມາດຂາຍໄກ່ໄດ້_fororder_1584294880

ປັດ​ຈຸ​ບັນ, ມີ​ຊາວ​ໜຸ່ມ​ຄ້າຍຄື​​ກັບ​ຊ້າງ​ຢວີ້​ຄ່າງ ນັບມື້ນັບຫຼາຍ​ຂຶ້ນໄດ້​ເປັນ​ເຈົ້າ​ການສືບຕໍ່​ເຮັດວຽກຢູ່​ໃນບ້ານ​ຂອງ​ຕົນ, ໃຊ້​ຮູບ​ແບບຕ່າງໆເພື່ອ​ພັດ​ທະ​ນາ​ທຸລະ​ກິດ​ຂອງ​ຕົນ​ໃຫ້​ສາມາດເຊື່ອມ​ຕໍ່​ກັບການພັດທະນາ​ບ້ານ​ເກີດ ທັງເຮັດ​ໃຫ້ຜູ້​ຄົນຫຼາຍ ກວ່າເກົ່າ​ເຊື່ອ​ໝັ້ນ​ວ່າ: ຢູ່​ບ້ານ​ເກີດ​ກໍ່​ສາ​ມາດ​ສ້າງ​ທຸລະກິດຂອງ​ຕົນ​ໄດ້!

ຄຳ​ເຫັນ

0