郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານນາງ ວາງຢ້າພີງ ນັກບິນອະວະກາດ ຜູ້ມີຫຼາຍຢ່າງເປັນອັນດັບ 1

2021-10-28 11:02:41 cri

  ທ່ານ​ທີ່​ຕິດຕາມຂ່າວ​ຈາກປະເທດຈີນ​ອາດ​ຈະ​ຮູ້​ແລ້ວ​ເນາະວ່າ: ໃນ​ເວ​ລາ 6:56 ຂອງວັນ​ທີ 16 ຕຸ​ລາ​ ປີ 2021 ນີ້, ຍານອະ​ວະ​ກາດ​ບັນທຸກ​ຄົນ “ເຊີນໂຈ່ວ 13” ໄດ້​ສົ່ງ​ນັກ​ບິນ​ອະ​ວະ​ກາດ​ຈີນ​ 3 ທ່ານ ຄື: ທ່ານ​ໄຈ​ຈື້​ກ່າງ, ທ່ານ​ນາງວາງ​ຢ້າ​ພີງ​ ແລະ ​ທ່ານ​ເຢ້ກວ່າງ​ຟູ້​ ຂຶ້ນ​ສູ່​ອະ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ, ທັງ​ໄດ້​ເຊື່ອມ​ຕໍ່​ກັບ​ສະຖານີອະ​ວະ​ກາດ “ທ່ຽນເຮີ” ຢ່າງອັດ​ຕະ​ໂນ​ມັດ​​ ແລະ ວ່ອງ​ໄວ​​.

ທ່ານນາງ ວາງຢ້າພີງ ນັກບິນອະວະກາດ ຜູ້ມີຫຼາຍຢ່າງເປັນອັນດັບ 1_fororder_525325340

ຫຼັງ​ຈາກ​ນັ້ນ, ນັກ​ບິນ​ອະ​ວະ​ກາດ 3 ທ່ານ ໄດ້ອອກຈາກ​ຍານອະ​ວະ​ກາດ​ບັນທຸກ​ຄົນ “​ເຊີນໂຈ່ວ 13” ເຂົ້າ​ໄປ​ໃນຍານອະວະກາດ “​ທ່ຽນ​ເຮີ” ເພື່ອ​ປະ​ຕິ​ບັດ​ພາລະກິດຕາມແຜນ​ການ. ໃນ​ໄລ​ຍະ​ໂຄຈອນ​ຕາມ​ວົງໂຄ​ຈອນ, ຈຸນັກ​​ບິນ ອະວະ ກາດດັ່ງກ່າວ ​ຈະດຳ​ເນີນ​ການ​ທົດ​ລອງ​ທາງວິ​ທະ​ຍາ​ສາດ-ເຕັກ​ໂນໂລຊີໃນອ​ະ​ວະ​ກາດຫຼາຍ​ຢ່າງ.

​    ໃນ​ການ​ປະ​ຕິ​ບັດ​ພາລະກິດ​ຄັ້ງນີ້, ນັກ​ບິນ​ອະວະກາດທັງ 3 ທ່ານ ຈະ​ພັກ ແລະ ເຮັດວຽກ​ຢູ່​ສະ​ຖາ​ນີ​ອະ​ວະ​ກາດ​ຕາມວົງໂຄຈອນເປັນ​ເວ​ລາ 6 ເດືອນ, ສ່ວນທ່ານ​ນາງວາງ​ຢ້າ​ພີງ​ ໄດ້​ກາຍ​ເປັນ​ຜູ້​ຍິງ​ຄົນທຳ​ອິດ​ທີ່​ໄປ​ປະ​ຈຳ​ຢູ່​ສະ​ຖາ​ນີ​ອະ​ວະ​ກາດ​ຈີນ, ຍັງຈະກາຍ​ເປັນ​ນັກ​ບິນ​ອະ​ວະ​ກາດ​​ຍິງ​ຄົນ​ທຳ​ອິດ​ທີ່​ອອກ​ນອກຍານ ອະວະກາດ​ຂອງ​ຈີນ.

ທ່ານນາງ ວາງຢ້າພີງ ນັກບິນອະວະກາດ ຜູ້ມີຫຼາຍຢ່າງເປັນອັນດັບ 1_fororder_319029186

ທ່ານ ນາງວາງ​ຢ້າ​ພີງ​ເກີດ​ໃນປີ 1980 ຢູ່​ບ້ານ​ຈ່າງ​ເກີ້​ຈ່ວງ​ທີ່​ຖືກເອີ້ນວ່າ “ບ້ານແຫ່ງໝາກເຊີຣີ” ຂອງ​ນະ​ຄອນ​ຢ່ຽນ​ໄທ, ​ແຂວງ​ຊ່ານ​ຕົ່ງ. ໃນເວລາ​ຍັງ​ນ້ອຍ​ນາງ​ກໍ​ມັກ​ຫຼິ້ນ​ກິ​ລາ, ເມື່ອ​ອາ​ຍຸໄດ້ 6 ປີ​ກໍ່​ເຂົ້າຮ່ວມການແຂ່ງຂັນແລ່ນເຕັ້ນເຊືອກ​ໄປພ້ອມ 60 ແມັດໂດຍໄດ້ເປັນທີ​ໜຶ່ງ​; ເລີ່ມ​ແຕ່​ອາ​ຍຸ 7 ປີ ນາງ​ກໍ່​ເລີ່ມ​ເຂົ້າ​ຮ່ວມ​ການແຂ່ງຂັນ​ແລ່ນທົນ ​800 ແມັດ, 1.500ແມັດ ​ແລະ​ ອື່ນໆ. ເດັກ​ນ້ອຍ​ບາງຄົນ​ແລ່ນ​ແລ້ວ ​ຫາຍໃຈໂຟໆ, ບາງ​ຄົນກໍ່ຮູ້ສຶກແໜ້ນເອິກຫາຍໃຈ​ຍາກ, ແຕ່​ນາງ​ພັດ​ບໍ່​ເມື່ອຍປານໃດ. ອາ​ຈານ​ກິ​ລາ​ຂອງ​ນາງຢູ່​ໃນ​ໂຮງ​ຮຽນ​ປະ​ຖົມຈຶ່ງ​ຕີ​ລາ​ຄາ​ວ່າ: ນາງ​​ມີ​ພອນ​ສະ​ຫວັນໃນດ້ານກິລາ, ທັງມີນິດໄສບໍ່​ຍອມ​ຄົນ, ແຂ່ງຂັນເທື່ອໃດ ກໍຢາກເປັນ​ທີ​ໜຶ່ງໂລດ.

ໃນ​ສາຍ​ຕາ​ຂອງ​ແມ່, ວາງ​ຢ້າ​ພີງ​ແມ່ນ​ລູກ​ສາວ​ທີ່​ຮູ້ໃຈ​ພໍ່​ແມ່​ທີ່ສຸດ, ຕອນອາ​ຍຸ​ໄດ້ 7-8​ ປີ​ ນາງກໍ່ສາ​ມາ​ດຊ່ວຍ​ພໍ່​ແມ່​ເຮັດ​ໄຮ່ໄຖ​ນາແລ້ວ,​ ທັງເປັນຄົນທີ່ດຸໝັ່ນ ຂະຫຍັນພຽນໃນການ​ຮ່ຳຮຽນ ແລະ ກໍ່ໄດ້ຄະແນນດີຫຼາຍ, ນາງເຄີຍ​ເປັນ​ຜູ້ຊ່ວຍຄູ ດ້ານ​ການ​ຮຽນ.

ໃນ​ເວ​ລາ​ຈົບ​ໂຮງ​ຮຽນ​ມັດ​ທະ​ຍົມ​ຕົ້ນ, ພໍ່​ແມ່​ຢາກ​ໃຫ້​ນາງ ວາງ​ຢ້າ​ພີງ ​ເສັງ​ເຂົ້າ​ວິ​ທະ​ຍາ​ໄລສ້າງ​ຄູ​, ແຕ່​ນາງພັດ​ລັກ​ໄປສະ​ເໜີ​ຊື່​ເພື່ອສອບ​ເສັງເຂົ້າ​ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ. ກໍ​ຍ້ອນ​ການ​ຕັດສິນໃຈ​ທີ່​ກ້າຫານເທື່ອນີ້,​ ເຮັດ​ໃຫ້​ວາງ​ຢ້າ​ພີງ​ໄດ້​ພໍໍ້​ໂອ​ກາດທີ່​ລັດ​ຖະບານຈີນ​ປະກາດຮັບສະໝັກ​ນັກ​ບິນ​ຜູ້​ຍິງຊຸດ​ທີ 7 ໃນ​ເວລາພໍດີລາວ​ຮຽນ​ຈົບ​ຈາກ​ໂຮງຮຽນ​ມັດ​ທະ​ຍົມ​ປາຍ.

ເວ​ລານັ້ນ,  8 ປີໃດ ລັດ​ຖະບານຈີນ​ຈຶ່ງ​ຈະ​ຮັບ​ສະໝັກນັກ​ບິນ​ເພດຍິງກຸ່ມ​ໜຶ່ງ. ໃນ​ຫ້ອງ​ຮຽນ​ຂອງວາງ​ຢ້າ​ພີງທີ່ໂຮງຮຽນມັດທະຍົມປາຍ, ​ມີ​ນັກ​ຮຽນ​ຍິງ 20 ຄົນ,​ ມີ​ແຕ່​ວາງ​ຢ້າ​ພີງ​ຄົນ​ດຽວ​ບໍ່​ໃສ່​ແວ່ນ​ຕາ. ໝູ່​ຮ່ວມ​ຮຽນຈຶ່ງ​ສະ​ເໜີ​ວ່າ: “ເຈົ້າ​ໄປ​ລອງ​ເບິ່ງແມ້, ອາດ​ຈະ​ຖືກ​ເລືອກ​​ກໍ​​ເປັນ​​ໄດ້​ໄດ.” ປີ 1997, ວາງ​ຢ້າ​ພີງ​ມີ​ອາ​ຍຸໄດ້ 17 ປີ, ລາວໄດ້ໄປ​ເຂົ້າ​ຮ່ວມ​ການ​ຄັດ​ເລືອກ​ນັກ​ບິນຂອງກອງທັບອາກາດ, ລາວ ກໍຄິດບໍ່ເຖິງເລີຍວ່າ: ຕົນເອງ​ຈະສາມາດ​ຜ່ານ​ການກວດ​​ສຸ​ຂະ​ພາບ​ ແລະ​ ຮ່າງກາຍ​ທຸກ​ຢ່າງໄດ້​ຢ່າງ​ສະ​ດວກ ແລະ​ເປັນເລື້ອງໂຊກ​ດີຫຼາຍ​​ທີ່​ໄດ້​ກາຍ​ເປັນ​ນັກ​ບິນ​ຍິງ​ຄົນ​ໜຶ່ງ​ໃນ​ຊຸດ​ທີ 7 ຂອງ​ຈີນ.

ໃນ​ໄລ​ຍະ​ 9 ປີ​ຄື: ແຕ່​ປີ 2001-2010, ວາງ​ຢ້າ​ພີງ​ໄດ້ໄປ​ປະ​ຕິ​ບັດ​ໜ້າ​ທີ່​ສຳ​ຄັນ​ຫຼາຍ​ຄັ້ງ ເຊັ່ນ: ຂັບເຮືອບິນເຂົ້າຮ່ວມການກູ້​ໄພແຜ່ນ​ດິນ​ໄຫວ​ທີ່​ນະ​ຄອນ​ເວີ້ນ​ຊ່ວນ, ຂັບເຮືອບິນກຳຈັດ​ເມກ​ຝົນ​ເພື່ອ​​ງານ​ກິ​ລາ​ໂອ​ລິມ​ປິກ​​ປັກ​ກິ່ງ, ຂັບເຮືອບິນ ເຂົ້າຮ່ວມການ​ຊ້ອມ​ຮົບ​ຂອງກອງທັບ ແລະ​ອື່ນ​ໆ, ໄດ້​ຂັບ​ເຮືອບິນ​ເປັນ​ເວ​ລາ​ເກືອບ 1.600 ຊົ່ວ​ໂມງ​ຢ່າງ​ປອດ​ໄພ.

ທ່ານ​ນາງວາງ​ຢ້າ​ພີງ​ເຄີຍ​ເວົ້າ​ວ່າ: ຄວາມ​ຝັນ​ຂອງຕົນທຳອິດກໍ່ຢາກ ເປັນນັກ ບິນ, ພາຍ​ຫຼັງ​ມາ​ແມ່ນ​ຢາກເປັນນັກບິນ​ອະ​ວະ​ກາດ. ນາງ​ເວົ້າ​ວ່າ: “ໃນ​ເວລາ​​ອາ​ຍຸ ໄດ້ 23 ປີ, ຂ້າພະເຈົ້າໄດ້ເຫັນ​ທ່ານ​ ຢາງ​ລີ້​ເຫວີຍ​ ຖືກສົ່ງຂຶ້ນ​ອະ​ວະ​ກາດ​ຜ່ານ​ທາງ​ໂທ​ລະ​ພາບ, ເວ​ລານັ້ນ ຂ້າພະເຈົ້າ​ກໍມີຄວາມ​ຝັນ​ຢາກ​ເປັນ​ນັກ​ບິນ​ອະ​ວະ​ກາດ ເພດຍິງ.” ແຕ່​ບໍ່​ນຶກ​ບໍ່​ຝັນ​ວ່າ, ເວ​ລາ​ຜ່ານ​ໄປ 10 ປີ, ວາງ​ຢ້າ​ພີງ​ໄດ້ຖືກສົ່ງ​ຂຶ້ນ​​ອະ​ວະ​ກາດ​ໃນ​ຖານະ​ເປັນ​ນັກ​ບິນ​ອະ​ວະ​ກາດເພດຍິງ​ສົມດັ່ງປາຖະໜາ.

ປີ 2010, ໂດຍ​ຜ່ານ​ການ​ຄັດ​ເລືອກ​ຢ່າງ​ເຂັ້ມ​ງວດ, ວາງ​ຢ້າ​ພີງ​ໄດ້​ກາຍ​ເປັນ​ນັກ​ບິນ​ອະ​ວະ​ກາດຜູ້ໜຶ່ງໃນຊຸດ​ທີ​ສອງ​ຂອງ​ຈີນ​ຢ່າງ​ເປັນ​ທາງ​ການ. ສາມີ​ຂອງ​ນາງ ຄື​ທ່ານ ​ຈ້າວ​ເພີງ ​ກໍ່​ເປັນ​ນັກ​ບິນ​ຄື​ກັນ, ລາວເປັນສາມີທີ່ອຸທິດຕົນເຮັດວຽກ​ເຮືອນເກືອບທັງ​ໝົດ ຍົກຕົວຢ່າງ: ​ຊັກ​ເຄື່ອງ ອະ​ນາ​ໄມ​ເຮືອນ ຈົນເຖິງການ​ຮຽນ​​ແຕ່ງ​ກິນ, ອາ​ຫານ​ເຍື່ອງໃດທີ່​ເມຍ​ມັກ​ກິນ ລາວ​ກໍ​ຮຽນ​ແຕ່ງ​ໃຫ້​ເມຍ​ກິນ, ຄິດວ່າມີມື້​ໃດ​ມື້​ໜຶ່ງ ສອງ​ຄົນ​ກໍ່ຈະສາ​ມາດ​ບັນ​ລຸ​ຄວາມ​ໄຝ່​ຝັນ​​ຮ່ວມກັນ ນັ້ນ​ກໍ​ຄື:​ ໃນອະ​ນາ​ຄົດ ​ສອງ​ຄົນກໍ່ອາດຈະ​ຂັບຍານອະວະກາດ​ລຳ​ດຽວຮ່ວມ​ກັນ.

ທ່ານນາງ ວາງຢ້າພີງ ນັກບິນອະວະກາດ ຜູ້ມີຫຼາຍຢ່າງເປັນອັນດັບ 1_fororder_1661957073

ໃນ​ວັນ​ທີ 11 ມິ​ຖຸ​ນາ​ປີ 2013, ຍານ​ອະ​ວະ​ກາດ​ເຊີນ​ໂຈ່ວ 10 ໄດ້​ຖືກສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ, ທ່ານ​ນາງ ວາງ​ຢ້າ​ພີງ ​ເປັນ​ຜູ້​ຍິງ​ພຽງ​ຄົນ​ດຽວ​ຂອງ​ຈຸ​ນັກ​ບິນ ອະວະກາດ, ເຂົາ​ເຈົ້າ​ໄດ້​ເຮັດຫລ້ອນໜ້າ​ທີ່​ທຸກ​ລາຍການ​ເຊິ່ງ​ລວມ​ທັງຈັດ​ລາຍການ​ສິດ​ສອນ​ທາງ​ອະ​ວະ​ກາດ.

ທ່ານນາງ ວາງຢ້າພີງ ນັກບິນອະວະກາດ ຜູ້ມີຫຼາຍຢ່າງເປັນອັນດັບ 1_fororder_1048816889

ໃນ​ພາລະກິດ​ການ​ບິນ​ເທື່ອນີ້, ວາງ​ຢ້າ​ພີງໄດ້​ເປັນ​ປະ​ທານ​ຈັດ​ລາຍການ​ສິດ​ສອນ​ທາງອ​ະ​ວະ​ກາດ, ໃນ​ວົງໂຄ​ຈອນ​ທີ່​ໄກ​ຈາກ​ໜ່ວຍ​ໂລກ 300 ກວ່າ​ກິ​ໂລ​ແມັດ, ນາງວາງ​ຢ້າ​ພີງ ​ໄດ້​ສິດ​ສອນ​ເປັນ​ເວ​ລາ 40 ນາ​ທີ​ໃຫ້ກັບ​ນັກ​ຮຽນ 60 ລ້ານກວ່າ​ຄົນ​ຂອງ​ໂຮງ​ຮຽນ 8 ໝື່ນກວ່າ​ແຫ່ງ. ການ​ສິດ​ສອນ​ທາງອ​ະ​ວະ​ກາດ​ເທື່ອນີ້, ແມ່ນ​ຈີນ​ຈັດ​ກິດ​ຈະ​ກຳຖ່າຍ​ທອດ​ສົດ​ກ່ຽວ​ກັບ​ການ​ສຶກ​ສາ​ໃຫ້ຄວາມ​ຮູ້​ທົ່ວ​ໄປ​ດ້ານອະ​ວະ​ກາດ​ສຳລັບຄົນ​ທົ່ວ​ປະ​ເທດ​ຈີນ​ ກໍ​ຄື​ທົ່ວ​ໂລກ​ເປັນ​ເທື່ອ​ທຳ​ອິດ, ເຮັດ​ໃຫ້​ນາງວາງ​ຢ້າ​ພີງ​ກາຍ​ເປັນ​ອາ​ຈານ​ອະ​ວະ​ກາດ​ຄົນ​ທຳ​ອິດ​ຂອງ​ຈີນ.

ເວ​ລາ​ຜ່ານ​ໄປ​ 8 ປີ, ນັກ​ບິນອ​ະ​ວະ​ກາດ​ຍິງ​ທີ່​ເກີດຫຼັງຊຸມປີ 1980 ກໍ່ໄດ້​ຖືກສົ່ງ​​ຂຶ້ນສູ່ອ​ະ​ວະ​ກາດ​ເປັນເທື່ອ​ທີ​ສອງ. ກ່ອນ​ອອກເດີນ​ທາງ, ວາງ​ຢ້າ​ພີງ​ແລະ​ລູກ​ສາວທີ່ມີ​ອາ​ຍຸໄດ້ 5 ປີ​ ຕ່າງກໍໄດ້​ມອບ​ໜ້າ​ທີ່​ໃຫ້ແກ່​ກັນ ຄື: ວາງຢ້າພີງ ​ຢາກ​ໃຫ້​ລູກ​ສາວ​​ເບິ່ງ​ແຍງ​ຕົນ​ເອງ​ໃຫ້ດີໆ, ເບິ່ງ​ແຍງພໍ່ເຖົ້າແມ່ເຖົ້າ​ໃຫ້​ດີໆ ແລະ ​ຮຽນໜັງສື ໃຫ້​ດີໆ. ສ່ວນລູກ​ສາວ​ຢາກໃຫ້​ວາງຢ້າພີງ ເກັບເອົາດວງດາວຈາກອະວະກາດ ມາໃຫ້​ລູກ​ສາວ​ ແລະ​ ໝູ່​ຮ່ວມ​ຮຽນ​ຂອງ​ລາວ, ແຕ່ຕ້ອງ​ເກັບມາຫຼາຍດວງແດ່, ເພາະລູກ ສາວ​ຢາກ​ແບ່ງປັນ​ດວງດາວໃຫ້​ໝູ່​ຮ່ວມ​ຮຽນ​ຂອງ​ລາວ.

ທ່ານ​ນາງວາງ​ຢ້າ​ພີງ​ເຄີຍ​ເວົ້າ​ວ່າ: “ຍ້ອນ​ມີ​ຄວາມ​ມັກຮັກ ຈຶ່ງສາມາດ​ຍຶດ​ໝັ້ນ​ໄດ້; ຍ້ອນ​ມີ​ຄວາມ​ມັກຮັກ ຈຶ່ງ​ມີຄວາມໝັ້ນໜຽວ; ຍ້ອນ​ມີ​ຄວາມມັກຮັກ ຈຶ່ງເຮັດ​ໃຫ້​ຂ້າພະເຈົ້າ​ມີ​ຄວາມ​ອົງ​ອາດ​ກ້າ​ຫານທີ່​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງ​ໆນາໆ​ແລະ​ ສືບຕໍ່ຍຶດ​ໝັ້ນ​ມາ​ຈົນຮອດ​ປັດ​ຈຸ​ບັນນີ້.” “ຄວາມ​ໄຝ່​ຝັນ​ກໍ​ຄື​ກັບ​ດວງ​ດາວ​ໃນ​ອະ​ວະ​ກາດ, ເບິ່ງ​ແລ້ວ​ຄື​ຊິ​ໄກ​ແສນ​ໄກ, ແຕ່​ທະ​ແນມ​ວ່າພວກເຮົາ​ມີຄວາມ​ພະ​ຍາ​ຍາມແລ້ວ, ກໍ​ຍ່ອມຈະສາ​ມາດ​ບັນລຸເປົ້າໝາຍ​ນັ້ນໄດ້​ຢ່າງ​ແນ່ນອນ.”

ທ່ານນາງ ວາງຢ້າພີງ ນັກບິນອະວະກາດ ຜູ້ມີຫຼາຍຢ່າງເປັນອັນດັບ 1_fororder_730289981

 

ຄຳ​ເຫັນ

0