郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານວາງຕ້າຈົ່ງ ຜູ້ໄດ້ຮັບລາງວັນວິທະຍາສາດ-ເຕັກໂນໂລຊີແຫ່ງຊາດຈີນ ສູງສຸດປະຈຳປີ 2020

2021-11-08 17:44:07 cri

ຕອ​ນ​ເຊົ້າ​ວັນ​ທີ 3 ພະ​ຈິກນີ້, ພິທີມອບ​ລາງວັນ​ວິ​ທະ​ຍາ​ສາດ-​ເຕັກໂນໂລຊີ ແຫ່ງ​ຊາດ​ຈີນສູງສຸດປະຈຳ​ປີ 2020 ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ນີ້​ແມ່ນ​ງານ​ມະ​ໂຫລານ​ປະ​ຈຳ​ປີ​ໃນ​ວົງ​ການ​ວິ​ທະ​ຍາ​ສາດ-​ເຕັກໂນ ໂລຊີຈີນ, ສ່ວນ​ລາງວັນ​ວິ​ທະ​ຍາ​ສາດ-​ເຕັກໂນໂລຊີແຫ່ງ​ຊາດຈີນສູງສຸດ​ທີ່ມອບ​ໃນ​ພິທີ​ດັ່ງ​ກ່າວ​ແມ່ນ​ກຽດ​ຕິ​ຍົດ​ອັນສູງສົ່ງ​ໃນ​ວົງ​ການ​ວິ​ທະ​ຍາ​ສາດ​ຈີນ. ມື້ນີ້ ພວກ​ເຮົາ​ຈະ​ເລົ່າ​ເລື່ອງລາວ​ຂອງ​ທ່ານ​ວາງ​ຕ້າ​ຈົ່ງ ນັກ​ວິທະຍາສາດ​ຜູ້​ມີ​ຊື່​ສຽງ​ໃນ​ຂົງ​ເຂດ​ພະ​ລັງ​ງານ​ນິວ​ເຄລຍ​ສາ​ກົນ, ບຸກ​ຄົນ​ຜູ້​​ຄົ້ນ​ຄວ້າ​ເຕັກ​ນິກ​ເຕົາ​ປະ​ຕິ​ກອນ​ທີ່​ຫຼຸດ​ຄວາມ​ຮ້ອນ​ດ້ວຍ​ອາ​ກາດໃນອຸນຫະພູມສູງ (high temperature gas cooled reactor) ​ຜູ້ດຽວ​ຂອງ​ຈີນ​ ເຊິ່ງ​ເປັນ​ໜຶ່ງ​ໃນ​ບັນ​ດາ​ນັກວິທະຍາສາດທີ່ໄດ້​ຮັບ​ລາງວັນ​ດັ່ງ​ກ່າວສູ່ຟັງ.

ທ່ານວາງຕ້າຈົ່ງ ຜູ້ໄດ້ຮັບລາງວັນວິທະຍາສາດ-ເຕັກໂນໂລຊີແຫ່ງຊາດຈີນ ສູງສຸດປະຈຳປີ 2020_fororder_王大中

ພະ​ລັງ​ງານ​ນິວ​ເຄລຍ​ແມ່ນ​ພະ​ລັງ​ງານ​ສະ​ອາດ​ທີ່​ມີ​ຈຳ​ນວນ​​ມະຫາສານ, ມີ​ອະ​ນາ​ຄົດອັນ​ກວ້າງ​ຂວາງ​​. ແຕ່​ວ່າ ຈາກ​ອຸ​ບັດ​ເຫດຂອງ​​ເຕົາ​ປະ​ຕິ​ກອນ​​ໂຮງ​ໄຟ​ຟ້າ​ນິວ​ເຄລຍ​ທີ່ເກາະ Three Mile ປະ​ເທດ​ອາ​ເມ​ຣິ​ກາ​,​ ມາ​ຮອດ​ອຸ​ບັດ​ເຫດ​ນິວ​ເຄລຍຂອງໂຮງໄຟຟ້າເຊີໂນບີນ ແລະ ​ໂຮງ​ໄຟ​ຟ້າ​ນິວ​ເຄລຍ​ຟຸ​ຄຸ​ຊິ​ມະ, ບັນ​ຫາ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄລຍ​ ເປັນ​ອຸ​ປະ​ສັກ​ຕົ້ນ​ຕໍ​ໃນ​ດ້ານ​ການ​ນຳ​ໃຊ້​ພະ​ລັງ​ງານ​ນິວ​ເຄລຍ​ໂດຍ​ສັນ​ຕິ​ມາ​ໂດຍຕະ​ຫຼອດ.

ທ່ານ​ວາງ​ຕ້າ​ຈົ່ງ ບັນດິດຂອງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ​ ໄດ້ນຳ​ພາ​ຄະ​ນະນັກວິທະຍາສາດ ​ບຸກ​ເບີກ​ເຕັກ​ນິກສຳຄັນ ດ້ວຍການສ້າງເຕົາ​ປະ​ຕິ​ກອນ​ທົດ​ລອງ ຕະຫຼອດຮອດ​ການ​ສ້າງ​​ໂຄງ​ການ​ສາທິດ, ດ້ວຍຄວາມພະຍາຍາມຢ່າງ​ບໍ່​ລົດ​ລະ​ແລະ​​ການ​ປະ​ດິດ​ສ້າງ​ດ້ວຍຕົນ​ເອງ, ໃນທີ່ສຸດ ກໍ່ໄດ້​ບຸກ​ທະ​ລຸ​ບັນ​ຫາ​ຍາກລະດັບ​ໂລກດັ່ງກ່າວ, ທັງໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ແບບກ້າວ​ກະ​ໂດດ​ໃນ​ດ້ານ​ເຕັກ​ນິກ​ພະ​ລັງ​ງານ​ນິວ​ເຄລຍ​ທີ່​ກ້າວ​ໜ້າ​ຂອງ​ຈີນ. ສະ​ນັ້ນ ​ທ່ານ​ຈຶ່ງ​ຖືກ​ເອີ້ນວ່າ ​ເປັນ “ຜູ້ນຳພາ​ໃຫ້​ເຕົາ​ປະ​ຕິ​ກອນ​ມີ​ຄວາມ​ປອດໄພໃນໂຕມັນເອງ”.

ຫຼັງ​ຈາກ​ໄດ້​ຮູ້​ວ່າ​ ຕົນ​ເອງ​ໄດ້​ຮັບ​ລາງວັນ​ວິ​ທະ​ຍາ​ສາດ-ເຕັກໂນໂລຊີ​ແຫ່ງ​ຊາດ​ສູງສຸດແລ້ວ, ທ່ານ​ວາງ​ຕ້າ​ຈົ່ງ​ກ່າວ​ວ່າ: ກຽດ​ຕິ​ຍົດ​ດັ່ງ​ກ່າວນີ້​ແມ່ນ​ເປັນຂອງ​ໂຄງ​ການ “ເລກ200​”​ ຂອງ​ໝົດ​ທຸກ​ຄົນທີ່ໄດ້ບຸກບືນເພື່ອຄວາມກ້າວໜ້າ ເຖິງຈະ ຜະເຊີນກັບ​ຄວາມ​ຫຍຸ້ງ​ຍາກ​​ແຕ່ກໍ່ໄດ້​ຮ່ວມ​ຈິດ​ຮ່ວມ​ໃຈກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ທັງເປັນຂອງ​ຜູ້​ເຮັດ​ວຽກ​ງານ​ວິ​ທະ​ຍາ​ສາດ​ເຕັກ​ນິກທີ່ຮັກຊາດ​ໝົດ​ທຸກ​ຄົນ​ ທີ່ໄດ້ອຸ ທິດຕົນ ​ແລະ​ ພະ​ຍາ​ຍາມ​ບຸກ​ບືນ​ສູ້​ຊົນ.​ ໂຄງ​ການ “ເລກ 200​” ດັ່ງ​ກ່າວນີ້ ກໍ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງພາ​ລະ​ກິດ​ດ້ານນິວ​ເຄລຍ​ຂອງ​ທ່ານ​ວາງ​ຕ້າ​ຈົ່ງ​.

ທ່ານວາງຕ້າຈົ່ງ ຜູ້ໄດ້ຮັບລາງວັນວິທະຍາສາດ-ເຕັກໂນໂລຊີແຫ່ງຊາດຈີນ ສູງສຸດປະຈຳປີ 2020_fororder_王大中1

ປີ 1956, ເພື່ອ​ພັດ​ທະ​ນາ​ພາ​ລ​ະ​ກິດ​ດ້ານພະ​ລັງ​ງານ​ນິວ​ເຄລຍ​ຂອງ​ຈີນ, ມະ​ຫາ​ວິ​ທະ​ຍາ​ໄລ​ຊິ່ງ​ຮ​ວາ​ ໄດ້ສ້າງ​ຕັ້ງຄະນະ​ຟິ​ຊິກສາດ-ໂຍທາທິການ ແລະ​ ໄດ້ ເລືອກ​ເອົາ​ນັກ​ສຶກ​ສາ​ທີ່​ຮຽນ​ເກັ່ງ​ຈຳ​ນວນ​ໜຶ່ງ​ຈາກຄະນະ​ອື່ນໆ ໃຫ້ເຂົ້າມາຮຽນຢູ່ຄະ ນະນີ້, ໃນ​ນັ້ນ​ກໍ​ມີ​ທ່ານ​ວາງ​ຕ້າ​ຈົ່ງ​ທີ່​ກຳ​ລັງ​ຮຽນ​ຢູ່​ຄະນະກົນ​ຈັກ​ປີ​ທີ​ສອງ.

ປີ 1960, ໄດ້ເລີ່ມລົງມືສ້າງສູນ​ຄົ້ນ​ຄວ້າ​ພະ​ລັງ​ງານປະ​ລະ​ມາ​ນູຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິ່ງ​ຮ​ວາ ທີ່​ເປັນໂຄງ​ການ “​ເລກ 200”, ຈາກນັ້ນ, “ເລກ 200” ຈຶ່ງໄດ້ ກາຍເປັນຄຳແທນນາມຂອງສະຖາບັນຄົ້ນຄວ້າເຕັກນິກພະລັງງານນິວເຄລຍ ແລະ ພະລັງງານໃໝ່ຂອງມະຫາວິທະຍາໄລຊິ່ງຮວາ.

ປີ 1985, ທ່ານ​ວາງ​ຕ້າ​ຈົ່ງ​ໄດ້ຂຶ້ນ​ຮັບຕຳ​ແໜ່ງເປັນຜູ້ອຳນວຍການໃຫຍ່​ສະຖາ ບັນດັ່ງກ່າວ, ວຽກທຳອິດພາຍຫຼັງເພິ່ນຂຶ້ນຮັບຕຳແໜ່ງ​ແລ້ວ​​ກໍ່​ແມ່ນ​ເປັນຫົວໜ້ານຳ​ພາການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕົາ​ປະ​ຕິ​ກອນ​ນິວ​ເຄລຍອຸນຫະພູມ​ຕ່ຳ. ເວ​ລານັ້ນ, ເພິ່ນ​ໄດ້​ເຈາະ​ຈົງ​ເອົາ​ໃຈ​ໃສ່​​ການ​ຍົກ​ສູງ​ລະ​ດັບຄວາມ​ປອດ​ໄພ.

ທ່ານ​ວາງ​ຕ້າ​ຈົ່ງ​ເວົ້າ​ວ່າ: “ເວ​ລານັ້ນ ​ພວກ​ເຮົາ​ໄດ້​ພົບ​ບັນ​ຫາທຳອິດກໍ່​ແມ່ນ​ຕ້ອງ​​ເລືອກວິ​ທີ​ທາງ ​ແລະ​ ແຜນ​ການ​ເຕັກ​ນິກ​ທີ່​ຖືກ​ຕ້ອງ, ໂດຍ​ຜ່ານ​ການວິໄຈ​ແລະ ​ຄົ້ນ​ຄວ້າພິຈາລະນາ​ມາເປັນ​ເວ​ລາ​ໜຶ່ງ​ປີ​ປາຍ, ພວກ​ເຮົາ​ຈຶ່ງຕັດສິນໃຈ​ເລືອກ​ເອົາ​ເຕົາ​ປະ​ຕິ​ກອນ​ນິວ​ເຄລຍ​ທີ່​ມີໂຄງສ້າງເນື້ອດຽວກັນ. ມັນ​ເປັນ​ເຕົາ​ປະ​ຕິ​ກອນ​ທີ່​ກ້າວ​ໜ້າ, ຂ້າ​ພະ​ເຈົ້າ​ຖືກ​ໃຈ​ລະດັບຄວາມປອດໄພທີ່ມີຢູ່ໃນໂຕ​ມັນເອງ.”

ທ່ານວາງຕ້າຈົ່ງ ຜູ້ໄດ້ຮັບລາງວັນວິທະຍາສາດ-ເຕັກໂນໂລຊີແຫ່ງຊາດຈີນ ສູງສຸດປະຈຳປີ 2020_fororder_王大中3

​ຫາກໍມາ​ຮອດ​ປີທີສອງ, ກໍຄືປີ 1986, ​ອຸ​ບັດ​​ເຫດ​ນິວ​ເຄລຍຢ່າງ​ໜັກ​ໜ່ວງ​ທີ່ໂຮງໄຟຟ້າເຊີໂນບີນ ໄດ້​ເຮັດ​ໃຫ້​ການ​ພັດ​ທະ​ນາ​ພະ​ລັງ​ງານ​ນິວ​ເຄລຍ​ຂອງ​ໂລກ​ຕົກ​ເຂົ້າ​ສູ່ເຫວເລິກ​ຢ່າງ​ໄວ​ວາ, ບັນ​ຫາ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄລຍ ​ກໍ່ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ. ແຕ່​ອັນນີ້ບໍ່​ໄດ້​ເຮັດໃຫ້ການ​ຕັດ​ສິນ​ໃຈ​ໃນການ​ຄົ້ນ​ຄວ້າ​ຜະ​ລິດ​ເຕົາ​ປະ​ຕິ​ກອນ​ທີ່​ກ້າວ​ໜ້າຂອງທ່ານ​ວາງ​ຕ້າ​ຈົ່ງ​ນັ້ນ ຫວັ່ນໄຫວຄອນແຄນ, ເພິ່ນ​ຕົກ​ລົງ​ຄົ້ນຄວ້າພັດ​ທະ​ນາ​ເຕົາ​ປະ​ຕິ​ກອນ​ທີ່​ຫຼຸດ​ຄວາມ​ຮ້ອນ​ດ້ວຍ​ອາ​ກາດໃນອຸນຫະພູມສູງ. ການ​ຕົກ​ລົງ​ຄັ້ງນັ້ນ ໄດ້​ເກີດມີ​ຜົນ​ສະ​ທ້ອນ​ອັນ​ສຳ​ຄັນ​ຕໍ່​ທິດ​ທາງ​ການ​ພັດ​ທະ​ນາ​ເຕັກ​ນິກ​ເຕົາ​ປະ​ຕິ​ກອນ​ທີ່​ຫຼຸດ​ຄວາມ​ຮ້ອນ​ດ້ວຍ​ອາ​ກາດໃນອຸນຫະພູມສູງ​ຂອງ​ຈີນ​ ກໍຄື​ຂອງ​ໂລກ, ທັງ​ໄດ້​ຊີ້​ແຈງວິ​ທີ​ທາງການ​ພັດ​ທະ​ນາ​ເຕັກ​ນິກ​ຂອງ​ຈີນ​ໃນ​ດ້ານ​ເຕົາ​ປະ​ຕິ​ກອນ​ທີ່​ຫຼຸດ​ຄວາມ​ຮ້ອນ​ດ້ວຍ​ອາ​ກາດ​ໃນອຸນຫະພູມສູງ ນັບແຕ່​ເວ​ລານັ້ນໄປອີກ 30 ປີ​.

ເຕົາ​ປະ​ຕິ​ກອນ​ແບບ​ນີ້ ໄດ້​ໃຊ້​ເຕັກນິກທີ່ຖືເອົາ​ອາ​ກາດເປັນສານຫຼຸດຄວາມ ຮ້ອນ, ມີ​ລັກ​ສະ​ນະ​ພິເສດຫຼາຍຢ່າງ ເຊັ່ນ: ​ມີ​ຄວາມ​ປອດ​ໄພ​ທີ່ມີຢູ່ໃນໂຕມັນເອງ, ສາມາດ​ອອກ​ແບບ ​ແລະ​ ກໍ່​ສ້າງ​ໂດຍແບ່ງເປັນຕອນໆ, ສາມາດເກີດຜົນໄດ້ຫຼາຍ ຢ່າງ ແລະອື່ນໆ, ຖືວ່າເປັນຮູບ​ແບບ​ເຕົາ​ປະ​ຕິ​ກອນ​ລຸ້ນ​ທີ 4 ທີ່​ມີ​ອະ​ນາ​ຄົດສົດໃສ​ຫຼາຍ, ທັງ​ເປັນ​ລະ​ບົບ​ພະ​ລັງ​ງານ​ນິວ​ເຄລຍ​ລຸ້ນ​ທີ 4 ພຽງ​ລະ​ບົບ​ດຽວ​ທີ່​ສາ​ມາດໃຊ້ເຮັດທຸ​ລະ​ກິດໄດ້​ຢ່າງ​ເປັນ​ທາງ​ການ​​ໃນ​ທ້າຍ​ປີ 2021 ນີ້.

​ໂຮງ​ໄຟ​ຟ້າ​ນິວ​ເຄລຍ​ຊື​ເຕົາ​ວ່ານ ມີຄວາມສາມາດຜະລິດໄຟຟ້າໄດ້ 2 ແສນ ກິໂລວັດ, ຕັ້ງຢູ່ແຂວງຊ່ານຕົ່ງປະເທດຈີນ, ​ເປັນ​ໂຄງ​ການສາທິດ​ເຕົາ​ປະ​ຕິ​ກອນ​ທີ່ຫຼຸດ​ຄວາມ​ຮ້ອນ​ດ້ວຍ​ອາ​ກາດ​ໃນອຸນຫະພູມສູງ, ທັງ​ເປັນ​ໂຄງ​ການ​ສາທິດທີ່ນຳໃຊ້​ເຕັກ​ນິກ​ພະ​ລັງ​ງານ​ນິວ​ເຄລຍ​ລຸ້ນ​ທີ 4 ເຂົ້າ​ໃນ​ການ​ດຳເນີນທຸ​ລະ​ກິດ​ໂຄງການ​ທຳ​ອິດ​ຂອງ​ໂລກ. ໂຄງ​ການນີ້​ເລີ່ມ​ລົງມືກໍ່ສ້າງ​​ເມື່ອ​ປີ 2012, ຮອດ​ທ້າຍ​ເດືອນ​ກໍ​ລະ​ກົດ​ປີນີ້ ​ກໍ່ໄດ້ທົດ​ລອງ​ຜະລິດໄຟຟ້າ ແລະ ປັບປຸງຢ່າງຮອບ​ດ້ານ​, ຄາດວ່າ, ເມື່ອຮອດທ້າຍປີນີ້ ຈະເລີ່ມ​ຜະ​ລິດ​ໄຟ​ຟ້າປ້ອນ​ເຂົ້າຕາໜ່າງຢ່າງເປັນທາງການ.

ທ່ານວາງຕ້າຈົ່ງ ຜູ້ໄດ້ຮັບລາງວັນວິທະຍາສາດ-ເຕັກໂນໂລຊີແຫ່ງຊາດຈີນ ສູງສຸດປະຈຳປີ 2020_fororder_王大中2

ໃນ​ດ້ານ​ເຕັກ​ນິກ, ເຕົາ​ປະ​ຕິ​ກອນທີ່​ຫຼຸດ​ຄວາມ​ຮ້ອນ​ດ້ວຍ​ອາ​ກາດ​ໃນອຸນຫະ ພູມສູງ ແມ່ນ​ປອດ​ໄພ​ ແລະ​ ໄວ້​ໃຈ​ໄດ້, ການໃຊ້​ມັນ​ເຂົ້າ​ແທນ​ໂຮງ​ຜະ​ລິດ​ໄຟ​ຟ້າ​ດ້ວຍຖ່ານຫີນ​ຂະ​ໜາດ​ກາງ​ແລະ​ຂະ​ໜາດ​ນ້ອຍນັ້ນ ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ ແກ້ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ການ​ປະ​ຢັດ​ພະ​ລັງ​ງານ​ ແລະ ການ​ຫຼຸດການ​ປ່ອຍ​ກາກບອນ​ດີ​ອອກ​ຊິກໃຫ້​ໜ້ອຍ​ລົງ ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ​ແລະ​ ຄວາມໝັ້ນຄົງທາງ​ສັງ​ຄົມ​.

ປີ 1994, ນອກ​ຈາກ​ຄົ້ນ​ຄວ້າເຕັກ​ນິກພະ​ລັງ​ງານ​ນິວ​ເຄລຍ​ແລ້ວ, ທ່ານ​ວາງ​ຕ້າ​ຈົ່ງ​ ຍັງໄດ້​ຮັບ​ຕຳແໜ່ງ​ໃໝ່ໆ​ ນັ້ນ​ກໍ​ຄື: ເປັນອະທິການບໍດີຂອງມະ​ຫາ​ວິ​ທະ​ຍາ​ໄລ​ຊິ່ງ​ຮ​ວາ.

ເວ​ລານັ້ນ, ທ່ານ​ໄດ້ນຳ​ພາ​ຄະ​ນະ​​ນຳ​ຂອງ​ໂຮງ​ຮຽນ ​ສະ​ເໜີ​ແນວ​ຄິດ​ໃໝ່ດ້ານ ການຮຽນການສອນ​, ເຈາະ​ຈົງສະ​ໜັບ​ສະ​ໜູນ​ວິ​ຊາ​ຊີ​ວະ​ພາບ ​ແລະ ​ວິ​ທະ​ຍາ​ສາດ​ກ່ຽວກັບສິ່ງມີຊີ​ວິດ​ ທັງ​ເອົາ​ໃຈ​ໃສ່​ການພັດ​ທະ​ນາ​ຄົ້ນ​ຄວ້າຂັ້ນ​ພື້ນ​ຖານ.

ບໍ່​ວ່າ​ທ່ານຈະເປັນ​ຜູ້​ນຳ​ພາໜ່ວຍງານ​ຄົ້ນ​ຄວ້າວິ​ທະ​ຍາ​ສາດ ຫຼື​ວ່າ​ເປັນ ອະທິ ການບໍດີຂອງ​ມະ​ຫາ​ວິ​ທະ​ຍາ​ໄລ, ທ່ານ​ວາງ​ຕ້າ​ຈົ່ງ​ລ້ວນ​ແຕ່​ມີ​​ຈິດ​ໃຈ​ທຸ້ມເທໃຫ້ກັບ ໜ້າ​ທີ່​ຄວາມຮັບຜິດຊອບທີ່ມີ​ຕໍ່​ພາ​ລະ​ກິດ​ຂອງຊາດຢ່າງຫລວງຫລາຍ ແລະ ສະເໝີຕົ້ນສະເໝີປາຍ. ການເບິ່ງກວ້າງມອງໄກ ​ແລະ ຄຸນນະທຳອັນ​ສູງ​ສົ່ງ​ຂອງ​ເພິ່ນ​ໄດ້​ຮັບ​ການ​ຍ້ອງ​ຍໍ​ໃນ​ລະ​ດັບ​ສູງ ​ຈາກ​ບັນດາອາຈານ ​ແລະ ​ນັກ​ສຶກ​ສາອັນ​ໄພ​ສານ ​ພ້ອມດ້ວຍ​ວົງ​ການ​ໃນຂະ​ແໜງ​ການ​​ທີ່​ກ່ຽວ​ຂ້ອງ. ນັກ​ສຶກ​ສາ​ໜຸ່ມ​ແໜ້ນ​ໄດ້ເອີ້ນ​ເພິ່ນ​ວ່າ: ທ່ານ​ເປັນ​ຜູ້​ອາ​ວຸ​ໂສ​ທີ່ເມດຕາປານີ​ ແລະ​ ໜ້າ​ເຄົາ​ລົບ​ນັບ​ຖື​ຢ່າງແທ້​ຈິງ, ທ່ານເປັນ​ຜູ້​ນຳ​ພາທີ່​ຕິດ​ແທດ​ຕົວ​ຈິງ​ ແລະ​ ສຸຂຸມຮອບຄອບ, ເປັນ​ອະທິການ ບໍດີທີ່​ສົມກັບຕຳ​ແໜ່ງ ​ທັງ​ມີ​ຄວາມ​ຮັກ​ແພງຢ່າງກວ້າງຂວາງ, ໃນ​ສາຍ​ຕາ​ຂອງ​ພວກ​ເຂົາເຈົ້າ, ທ່ານ​ອະທິການບໍດີ ວາງ​ຕ້າ​ຈົ່ງ​ ເປັນ​ແບບ​ຢ່າງທີ່ດີ​ຂອງ​ນັກສຶກສາ ຊີ່ງ​ຮ​ວາ​ທຸກລຸ້ນຕະ​ຫຼອດໄປ.

ຄຳ​ເຫັນ

0