何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍຶດ​ໝັ້ນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ອາ​ຊີ​ປາ​ຊີ​ຟິກ

2021-11-11 11:41:20 CRI

ຍຶດ​ໝັ້ນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ອາ​ຊີ​ປາ​ຊີ​ຟິກ_fororder_1128052466_16365758986331n

ວັນ​ທີ 11 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປ​ະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ ​ທີ່​ມີ​ຫົວ​ຂໍ້​ວ່າ “ຍຶດ​ໝັ້ນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ອາ​ຊີ​ປາ​ຊີ​ຟິກ” ຕໍ່​ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳດ້ານ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຂອງ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ ຫຼື APEC ຜ່ານ​ທາງວີ​ດີ​ໂອ​​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ​ຕາມ​ຄຳ​ເຊື້ອ​ເຊີນ.

ທ່ານ​ສີ​ຈິ້ນ​ຜິງກ່າວວ່າ, ປະ​ຈຸ​ບັນ​ນີ້, ພະ​ຍາດ​ໂ​ຄວິດ-19 ຍັງ​ແຜ່​ລະ​ບາດ​ຢ່າງ​ໜັກ​ໜ່ວງ​ຢູ່​ທົ່ວ​ໂລກ, ເສດ​ຖະ​ກິດ​ໂລກ​ຟື້ນ​ຄືນ​ຢ່າງ​ລຳ​ບາກ. ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ຄວນ​ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຍຸກ​ສະ​ໄໝ​ຢ່າງ​ກ້າ​ຫານ, ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ, ເດັດ​ດ່ຽວ​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ອາ​ຊີ​ປາ​ຊີ​ຟິກ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ວາງ​ຂໍ້​ສະ​ເໜີ 4 ຂໍ້, ຄື:

ໜຶ່ງ, ພະ​ຍ​າ​ຍາມ​ສຸດ​ຂີດ​ເພື່ອ​ຕ້ານ​ກັບ​ພະ​ຍາດ. ຍິ່ງ​ເປັນ​ໄລ​ຍະ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ລຳ​ບາກ, ຍິ່ງ​ຕ້ອງ​ຮັກ​ສາ​ຄວາມ​ໝັ້ນ​ໃຈ​ໃຫ້​ເດັດ​ດ່ຽວ​ໜຽວ​ແໜ້ນ, ແລະ​ຍິ່ງ​ຕ້ອງ​ມີ​ຄວາມ​ສຸ​ຂຸມ ແລະ ມາ​ນະ​ຈິດ​ອົດ​ທົນ. ເມື່ອ​ປະ​ເຊີນ​ໜ້າ​ກັບ​ການ​ທົດ​ສອບ​ທີ່​ພົວ​ພັນ​ເຖິງ​ອະ​ນາ​ຄົດ ແລະ ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ກຸ່ມ​ເສດ​ຖະ​ກິດ​ຕ່າງໆ ແລະ ວົງ​ການ​ຕ່າງໆ​ຂອງ​ອາ​ຊີ​ຟາ​ຊີ​ຟິກ​ຕ້ອງ​ຍຶດ​ໝັ້ນ​ໃນຫຼັກ​ການ​ທີ່​ຖື​ປະ​ຊາ​ຊົນ ແລະ ຊີ​ວິດ​ໄວ້​ໃນ​ລະ​ດັບ​ສູງ​ສຸດ, ເຊີດ​ຊູ​ນ້ຳ​ໃຈ​ວິ​ທະ​ຍາ​ສາດ, ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ພະ​ຍາ​ຍາມ​ຍາດ​ເອົາ​ໄຊ​ຊະ​ນະ​ສຸດ​ທ້າຍ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໃຫ້​ໄດ້​ໃນ​ທີ່​ສຸດ.

ສອງ, ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ການ​ຮ່ວມ​ມື. ຝ່າຍ​ຕ່າງໆ​ຄວນ​ກຳ​​ແໜ້ນທ່າ​ອ່ຽງ​ລວມ, ເປັນ​ເຈົ້າ​ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຕັ້ງ​ໜ້າ, ຊຸກ​ຍູ້​​ໃຫ້ການ​ຄ້າ ແລະ ການ​ລົງ​ທຶນ​ຫັນ​ເປັນ​ເສ​ລີ ແລະ ມີ​ຄວາມ​ສະ​ດວກ, ​ເຮັດ​ໃຫ້​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ ແລະ ຕ່ອງ​ໂສ້​ການ​ສະ​ໜອງ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ໂລ່​ງ​ລ່ຽນ, ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ, ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ປະ​ສ​ານ​ສົມ​ທົບ​ກັນ.

ສາມ, ຊຸກ​ຍູ້​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ພັດ​ທະ​ນາ​ຕາມ​ທິດ​ສີ​ຂຽວ. ຕ້ອງ​ຍຶດ​ໝັ້ນ​ໃນຫຼັກ​ການ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກັນ ແຕ່​ມີ​ພັ​ນ​ທະແຕກ​ຕ່າງ​ກັນ, ຈັດ​ຕັ້ງ​ປະ​ຕິ​ບັດ “ສັນ​ຍາ​ປາ​ຣີ” ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ໝາກ​ຜົນ​ຂອງກອງ​ປະ​ຊຸມ​ໃຫຍ່​ປະ​ເທດ​ພາ​ຄີ​ໃນ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ຊີ​ວະ​ນາ​ນາ​ພັນ​ຄັ້ງ​ທີ 15​ໃຫ້​ດີ, ຮ່ວ​ມ​ກັນ​ເດີນ​ຕາມ​ເສັ້ນ​ທາງ​​ການພັດ​ທະ​ນາ​ຕາມ​ທິດ​ສີຂຽວ ກາກບອນ​ຕ່ຳ ແລະ ຍືນ​ຍົງ.

ສີ່, ຊຸກ​ຍູ້​ການ​ປະ​ດິດ​ສ້າງ​ໃໝ່​ຢ່າງ​ຕັ້ງ​ໜ້າ. ຕ້ອງ​ເລັ່ງ​ລັດ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ລະ​ບ​ຽບ​ການ, ຊຸກ​ຍູ້​ໃຫ້​ໝາກ​ຜົນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຫັນ​ປ່ຽນ​ເປັນ​ກຳ​ລັງ​ການ​ຜະ​ລິດ, ​ເສີມສ້າງ​ແຮງ​ຂັບ​ເຄື່ອນ​ອັນ​ໃໝ່​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ. ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ໃນ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ລະ​ຫວ່າງ​ສະ​ມາ​ຊິກ​ອົງ​ການAPEC, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ເປີດກວ້າງ ຍຸ​ຕິ​ທຳ ​ເປັນ​ທຳ ແລະ ບໍ່​ມີ​ການ​ຈຳ​ແນກ​ໃຫ້​ແ​ກ່​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ. ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຄວນ​ພະ​ຍາ​ຍາມ​ໃຫ້​ກາຍ​ເປັນ​ກຳ​ລັງຫຼັກ​ແຫຼ່ງ​ໃນ​ການ​ທຸ່ມ​ເທ​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ ແລະ ຫັນ​ປ່ຽນ​ໝາກ​ຜົນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃຫ້​ກາຍ​ເປັນ​ກຳ​ລັງ​ການ​ຜະ​ລິດ​ຕົວ​ຈິງ.

ທ່ນ​ສີ​ຈິ້ນ​ຜິງ​ກ່າວ​ຕື່ມ​ວ່າ, ຈີນ​ໄດ້​ບັນ​ລຸ​ເປົ້າ​ໝາຍ​ທີ່​ສ້າງ​ສັງ​ຄົມ​​ທີ່ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ​ຕາມ​ເວ​ລາ​ກຳ​ນົດ, ໄດ້​ເປີດ​ຂະ​ບວນ​ການ​ໃໝ່​ທີ່​ສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​​ທີ່ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ, ​ສິ່ງນີ້​ຈະ​ສ້າງ​ໂອ​ກາດ​​ອັນ​ໃຫຍ່ຫຼວງກວ່າ​ເກົ່າ​ໃຫ້​ກັບ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ. ຈີນ​ຈະ​ເດັດ​ດ່ຽວ​ຊຸກ​ຍູ້​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ, ​ເພີ່ມ​ແຮງ​ຊຸກ​ດັນ​ໃຫ້​ແກ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ. ຊຸກ​ຍູ້​ການ​ຫັນ​ປ່ຽນ​ຮູບແບບ​ການ​ພັດ​ທະ​ນາ​ຕາມ​ທິດ​ສີ​ຂຽວ​ຢ່າງ​ຮອບ​ດ້ານ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ຂອງ​ອາ​ຊີ​ປາ​ຊີ​ຟິກ​ກໍ​ຄື ຂອງ​ໂລກ. ອອກ​ແຮງ​ຊຸກ​ຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ. ຍຶດ​ໝັ້​ນ​ໃນ​ລັດ​ທິຫຼາຍ​ຝ່າຍ​ທີ່​ແທ້​ຈິງ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງເສດ​ຖະ​ກິດ​ໂລກ, ຊຸກ​ຍູ້​ການ​ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດກວ້າງ.

 

ຄຳ​ເຫັນ

0