尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຳທີ່​ວ່າ “ກອງ​ປະ​ຊຸມ​ສຸດຍອດ​ປະ​ຊາ​ທິ​ປະ​ໄຕ” ​ທີ່​ປະ​ເທດຖອຍ​ຫຼັງດ້ານ​ປະ​ຊາ​ທິ​ປະ​ໄຕ​ຈັດ​ຂຶ້ນ​ນັ້ນ​ຈັ່ງແມ່ນ​ເລື່ອງ​ຕະ​ຫຼົກ​​ແທ້ໆ

2021-11-25 17:18:52 cri

ຄຳທີ່​ວ່າ “ກອງ​ປະ​ຊຸມ​ສຸດຍອດ​ປະ​ຊາ​ທິ​ປະ​ໄຕ” ​ທີ່​ປະ​ເທດຖອຍ​ຫຼັງດ້ານ​ປະ​ຊາ​ທິ​ປະ​ໄຕ​ຈັດ​ຂຶ້ນ​ນັ້ນ​ຈັ່ງແມ່ນ​ເລື່ອງ​ຕະ​ຫຼົກ​​ແທ້ໆ_fororder_641

      ເດືອ​ນ​ສິງ​ຫາ​ປີ​ນີ້, ເວັບ​ໄຊ​ທຳ​ນຽບ​ຂາວ​​ຂອງອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ຂ່າວ​​ວ່າ: ທ່ານ ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ອຸ​ປະ​ໂຫຼກຈະ​ຈັດ “ກອງ​ປະ​ຊຸມ​ສຸດຍອດ​ປະ​ຊາ​ທິ​ປະ​ໄຕ”​ຂຶ້ນແຕ່​ວັນ​ທີ 9 ຫາວັນ​ທີ 10 ທັນ​ວາ​ໜ້າ​ນີ້, ຮອດ​ເວ​ລາ​ນັ້ນ, ທ່ານ ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ຈະ​ເຊື້ອ​ເຊີນ​ຜູ້​ນຳ​ຈາກ​ລັດ​ຖະ​ບານ,​ຈາກວົງ​ການ​ທາງ​ສັງ​ຄົມແລະ​ພາກ​ສ່ວນ​ເອ​ກະ​ຊົນ​ຈຳ​ນວນ​ໜຶ່ງ​ເຂົ້າ​ຮ່ວມກອງ​ປະ​ຊຸມ,ພ້ອມ​ທັງ​ຈະ​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສິ່ງ​ທ້າ​ທາຍ​ແລະ​ກາ​ລະ​ໂອ​ກາດ​ທີ່​ປະ​ເທດປະ​ຊາ​ທິ​ປະ​ໄຕ​ພວມ​ຜະ​ເຊີນ​ຢູ່.

      ເຖິງວ່າ​ອາ​ເມ​ຣິ​ກາ​ໄດ້​ເອີ້ນກອງ​ປະ​ຊຸມ​ຄັ້ງ​ນີ້ວ່າ​ເປັນ“ກອງ​ປະ​ຊຸມ​ສຸດຍອດ​ປະ​ຊາ​ທິ​ປະ​ໄຕ” ກໍ​ຕາມ, ແຕ່​ເມື່ອ​ເບິ່ງ​ບັນ​ຊີ​ລາຍ​ຊື່​ປະ​ເທດ​ທີ່​ອາດ​ຈະ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ທີ່​ເວັບ​ໄຊ​ຂ່າວ “ນັກ​ການ​ເມືອງ” ຂອງ​ອາ​ເມ​ຣິ​ກາ​ເປີດ​ເຜີຍ​ໃນ​ວັນ​ທີ 4 ພະ​ຈິກ​ນີ້​ແລ້ວ​ກໍ່​ສາ​ມາດ​ເຫັນ​ໄດ້​ວ່າ: ອາ​ເມ​ຣິ​ກາ​ບໍ່​ມີ​​ຄວາມ​ໃຈ​ກວ້າງ​ທີ່​ປະ​ເທດ​ໃຫຍ່​ຄວນ​ມີ,ຫາກ​ແຕ່​ມີ​ກົນ​ອຸ​ບາຍ​​ເພື່ອ​ຫວັງ​ຜົນ​ໃນ​ເກມ​ການ​ເມືອງ​ຂອງ​ຕົນ.

      ໃນ 27 ປະ​ເທດ​ຂອງ​ສະ​ຫະ​ພາບ​ເອີ​ຣົບ, ອາ​ເມ​ຣິ​ກາ​ໄດ້​ເຊື້ອ​ເຊີນ 26 ປະ​ເທດ,​ຍົກ​ເວັ້ນ​ຮົງ​ກາ​ຣີ. ສາ​ເຫດ​ກໍເປັນຍ້ອນ​​ວ່າ​ຮົງ​ກາ​ຣີ​ໄດ້​ມີນະ​ໂຍ​ບາຍ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ທີ່​ດີ​ກັບ​ຈີນ​ໃນ​ຊຸມ​ປີ​ຜ່ານ​ມາ. ຮົງ​ກາ​ຣີແມ່ນ​ປະ​ເທດ​ທຳ​ອິດ​ໃນ​ເອີ​ຣົບ​ທີ່​ໄດ້​ຢືນ​ຢັນ​ເຂົ້າ​ຮ່ວມ ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ທີ່​ຈີນ​ເປັນ​ຜູ້​ສະ​ເໜີ​, ພ້ອມ​ທັງ​ໄດ້​ກ່າວ​ຢ່າງ​ເປີດ​ເຜີຍ​​ຫຼາຍ​ຄັ້ງ​ວ່າຄັດ​ຄ້ານ​ອາ​ເມ​ຣິ​ກາ​ແລະ​ສະ​ຫະ​ພາບ​ເອີ​ຣົບ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ. ​​ທ່າ​ທີ​ແບບ​ນີ້,ໃນ​ສາຍ​ຕາ​ຂອງ​ອາ​ເມ​ຣິ​ກາແລ້ວ,ປະ​ເທດ​ທີ່​ບໍ່​ເຊື່ອ​ຟັງ​ຄວາມ​ອາ​ເມ​ຣິ​ກາກໍ່​ ແມ່ນ​ປະ​ເທດ​ທີ່​ບໍ່​ມີ​ປະ​ຊາ​ທິ​ປະ​ໄຕ.
ຄຳທີ່​ວ່າ “ກອງ​ປະ​ຊຸມ​ສຸດຍອດ​ປະ​ຊາ​ທິ​ປະ​ໄຕ” ​ທີ່​ປະ​ເທດຖອຍ​ຫຼັງດ້ານ​ປະ​ຊາ​ທິ​ປະ​ໄຕ​ຈັດ​ຂຶ້ນ​ນັ້ນ​ຈັ່ງແມ່ນ​ເລື່ອງ​ຕະ​ຫຼົກ​​ແທ້ໆ_fororder_a044ad345982b2b712c2661afbdcb2e677099b0e

      ຢູ່​ອາ​ຊີ, ອາ​ເມ​ຣິ​ກາ​ບໍ່​ໄດ້​ເຊື້ອ​ເຊີນ​ປະ​ເທດ​ຈີນ,ແຕ່​ເຂດ​ໄຕ້​ຫວັນ​ຂອງ​ຈີນ​ທີ່​ບໍ່​ມີ​ອະ​ທິ​ປະ​ໄຕ​ພັດ​​ຖືກ​ຈັດ​ເຂົ້າ​ຢູ່​ໃນ​ບັນ​ຊີ​ລາ​ຍ​ຊື່​ປະ​ເທດ​ທີ່​ຈະ​ໄດ້​ຮັບ​ການ​ເຊື້ອ​ເຊີນ,ນອກ​ນີ້, ອາ​ເມ​ຣິ​ກາ​ຍັງ​ໄດ້​ເຊື້ອ​ເຊີນ​ອິນ​ເດຍ,ອີ​ຣັກ​ແລະ​ປະ​ເທດ​ອື່ນໆ​ທີ່​ມີ​ຂໍ້​ບົກ​ຜ່ອງດ້ານ​ປະ​ຊາ​ທິ​ປະ​ໄຕ​ທີ່​ໜັກ​ໜ່ວງ. ​ເພື່ອ​ໃຫ້​ສົມ​ກັບ​ຄຳ​ທີ່​ວ່າກອງ​ປະ​ຊຸມ​ປະ​ຊາ​ທິ​ປະ​ໄຕ,ອາ​ເມ​ຣິ​ກາ​ໄດ້​ເຮັດ​ແບບ​ບໍ່​ມີ​ມາດ​ຕະ​ຖານ​ເລີຍ​ໃນການ​ຄັດ​ເລືອກ​ປະ​ເທດ​ທີ່​ຈະ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມກອງ​ປະ​ຊຸມ.

      ວາ​ລະ​ສານ“ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ”​ຂອງ​ອາ​ເມ​ຣິ​ກາ​ເຫັນ​ວ່າ: ບັນ​ຊີ​ລາຍ​ຊື່​ສະ​ບັບ​ດັ່ງ​ກ່າວ​ລວມມີ​ປະ​ເທດ​ທີ່​ມີ​ບັນ​ຫາ​​ດ້ານປະ​ຊາ​ທິ​ປະ​ໄຕ​ຫຼາຍ​ປະ​ເທດ, ຂ່າວ​ສານ​ລອຍ​ເຕີ​ຂອງ​ອັງ​ກິດ​ກໍ່​ໄດ້​ສະ​ແດງ​ຄວາມ​ສົງ​ໄສ​ໃນ​ວັນ​ທີ 7 ພະ​ຈິກ​ນີ້​ວ່າ​ເປັນ​ຫຍັງ​ປະ​ເທດ​ທີ່​ເປັນ​ໄພ​ຂົ່ມ​ຂູ່​​ຕໍ່ປະ​ຊາ​ທິ​ປະ​ໄຕ​ບາງ​ປະ​ເທດ​​ພັດໄດ້​ຮັບ​ການ​ເຊື້ອ​ເຊີນ. ຕໍ່​ເລື່ອງ​ນີ້, ມີ​ຊາວ​ເນັດ​ທີ່​ຮູ້​ເລື່ອງ​ໄດ້ວິ​ເຄາະ​ວ່າ: “ມາດ​ຕະ​ຖານ​ປະ​ຊາ​ທິ​ປະ​ໄຕແບບ​ອາ​ເມ​ຣິ​ກາ​ມີ​ພຽງ​ສິ່ງ​ດຽວ​ຄື: ຜູ້​ໃດ​ຟັງ​ຄວາມ,ຜູ້​ນັ້ນ​ກໍ່​ແມ່ນ ‘ປະ​ເທດ​ປະ​ຊາ​ທິ​ປະ​ໄຕ’”.

      ສິ່ງ​ທີ່​ເປັນ​ໜ້າຕະ​ຫຼົກ​ກໍ່​ແມ່ນ,ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ຊ່ວຍ​ເຫຼືອ​ການ​ເລືອກ​ຕັ້ງ​ແລະ​ປະ​ຊາ​ທິ​ປະ​ໄຕ​ສາ​ກົນ​​ຫຼື International IDEA ກໍ່ໄດ້ກ່າວ​ໃນ​ວັນ​ທີ 22 ພະ​ຈິກ​ເຊິ່ງ​ເປັນ​ວັນ​ທີ່​ເປີດ​ເຜີຍ​ບັນ​ຊີ​ລາຍ​ຊື່ “ປະ​ເທດ​ທີ່​ຖອຍ​ຫຼັງ​ດ້ານ​ປະ​ຊາ​ທິ​ປະ​ໄຕ​”​ປະ​ຈຳ​ປີ​ວ່າ: ອາ​ເມ​ຣິ​ກາ​ໄດ້​​ຖືກຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ດັ່ງ​ກ່າວ,ປະ​ຊາ​ທິ​ປະ​ໄຕ​ຂອງ​ອາ​ເມ​ຣິ​ກາ​ມີ​ຄວາມ​ຮ້າຍ​ແຮງ​ຢ່າງ​ຈະ​ແຈ້ງ​ໂດຍ​ເລີ່ມ​ມາແຕ່​ປີ 2019. ຄຳວ່າ​ກອງ​ປະ​ຊຸມ​ສຸດຍອດ​ປະ​ຊາ​ທິ​ປະ​ໄຕ​ທີ່ປະ​ເທດ​ມີ​ການ​ຖອຍ​ຫຼັງ​ດ້ານ​ປະ​ຊາ​ທິ​ປະ​ໄຕ​​​ເປັນ​ເຈົ້າ​ການ​ນຳ​ໜ້າ​ຈັດ​ຂຶ້ນ​ນັ້ນ​ຈັ່ງ​ແມ່ນ​ເລື່ອງ​ຕະ​ຫຼົກ​​ແທ້ໆ.

      ປະ​ຊາ​ທິ​ປະ​ໄຕ​ແມ່ນ​ຄ່າ​ນິ​ຍົມ​ຮ່ວມ​ຂອງມວນ​ມະ​ນຸດ,ຫາກ​ບໍ່​ແມ່ນ​ອາ​ວຸດ​ທີ່​ປະ​ເທດ​ໃດ​ໜຶ່ງ​ນຳເອົາ​ມາ​​ເພື່ອໂຈມ​ຕີ​ປະ​ເທດ​ອື່ນ. ຄຳ​ທີ່​ວ່າກອງ​ປະ​ຊຸມ​ສຸດຍອດ​ປະ​ຊາ​ທິ​ປະ​ໄຕ​​ທີ່​ອາ​ເມ​ຣິ​ກາ​ຈະ​ຈັດ​ຂຶ້ນ​ນັ້ນ​ເປັນ​ພຽງ​ແຕ່​​ການຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​​ຂອງ​ມະ​ຫາ​ອຳ​ນາດ​ຂອງ​ຕົນ​ເທົ່າ​ນັ້ນ,ຫາກ​ບໍ່​ສາ​ມາດ​ຊຸກ​ຍູ້​ໃຫ້​ຂະ​ບວນ​ການ​ປະ​ຊາ​ທິ​ປະ​ໄຕ​ເບັ່ງ​ບານ​ໄດ້​ຢ່າງ​ແທ້​ຈິງ,ການ​ກະ​ທຳ​ທີ່​​ແຝງ​ຄວາມຊົ່ວ​ຮ້າຍ​ແບບ​ນີ້​ເປັນ​ການ​ບິດ​ເບືອນ​ແລະດູ​ໝິ່ນ​ປະ​ຊາ​ທິ​ປະ​ໄຕ​ຢ່າງ​​ເປີດ​ແປນແລະ​ຈະ​ມີ​ຜົນ​ຮ້າຍຢ້ອນ​ຫຼັງ​ຢ່າງ​ຫຼວງ​ຫຼາຍ.

ຄຳ​ເຫັນ

0