蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຫຼີ​ເຄີ້​ສ​ຽງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​-ເອີ​ຣົບຄັ້ງ​ທີ 13

2021-11-26 10:22:10 CRI

ທ່ານຫຼີ​ເຄີ້​ສ​ຽງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​-ເອີ​ຣົບຄັ້ງ​ທີ 13_fororder_10dfa9ec8a136327ce3a080294bcdbe509fac7ed

ວັນ​ທີ 25 ພະ​ຈິກ​ນີ້, ທ່ານຫຼີ​ເຄີ​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ສຸດຍອດອ​າ​ຊີ​-ເອີ​ຣົບ​ຄັ້ງ​ທີ 13 ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໂດຍ​ຜ່ານ​ທາງວິ​ດີ​ໂອ, ກອງ​ປະ​ຊຸມ​ຄັ້ງ​ນີ້​ມີຫົວ​ຂໍ້​ວ່າ: “ເພີ່ມ​ທະ​ວີ​ລັດ​ທິຫຼາຍ​ຝ່າຍ ແລະ ຊຸກ​ຍູ້​ການ​ເຕີບ​ໂຕ​ຮ່ວມ​ກັນ” ເຊິ່ງ​ມີ​ຄວາມ​ໝາຍ​ຕົວ​ຈິງ​ຢ່າງ​ເລິກ​ເຊິ່ງ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ວ່າ: ນັບ​ແຕ່​ສ້າງ​ຕັ້ງ​ກົນ​ໄກ​ກອງ​ປະ​ຊຸມ​ອາ​ຊີ-​ເອີ​ຣົບເປັນ​ເວ​ລາ 25 ປີ​ມາ​ນີ້, ​ຝ່າຍ​ຕ່າງໆ​ໄດ້​ເພີ່ມຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​, ໄດ້​ລົງ​ເລິກ​ການ​ແລ​ກ​ປ່ຽນ ແລະ ຮ່ວມ​ມື​ກັນ. ປະ​ເທດ​ຕ່າງໆ​ຄວນ​ປົ​ກ​ປ້ອງ​ລະ​ບົບ​ສາ​ກົນ​ທີ່​ຖື​ເອົາ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ແກນ​ກາງ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ. ໂດຍ​ປະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ວັກ​ຊິນ ແລະ ຢາ​ປິ່ນ​ປົວ, ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ​ໃນ​ດ້ານ​ສາ​ທາ​ລະ​ນະ​ສຸກ. ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ໃນ​ຂົງ​ເຂດ​ການ​ສຶກ​ສາ, ວັດ​ທະ​ນະ​ທຳ ແລະ ກິ​ລາ, ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ, ສະ​ແຫວງ​ຫາ​ສິ່ງ​ທີ່​ຄື​ກັນ ແລະ ສະ​ຫງວນ​ສິ່ງ​ທີ່​ຕ່າງ​ກັນ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ຕື່ມ​ວ່າ: ໂດຍ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ​, ຂໍ​ພຽງ​ແຕ່​ປະ​ເທດ​ອາ​ຊີ​-ເອີ​ຣົບ​ຍຶດ​ໝັ້ນ​ໃນ​ຈິດ​ໃຈ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ແລະ ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຈັບ​ມື​ກັນ​ເພື່ອ​ສ້າງ​ຫົວ​ຈັກ​​ທີ່ແຂງ​ແຮງ​ເພື່ອ​ນຳ​ພາ​ການ​ພັດ​ທະ​ນາ​ແລະ​​ສ້າງ​ຄວາມຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ, ກໍ​ຍ່ອມ​ຈະ​ສາ​ມາດ​​ສ້າງ​ສະ​ພາບ​​ການ​ໃໝ່​​ໃຫ້​ແກ່ການ​ຮ່ວມ​ມື​ອາ​ຊີ​-ເອີ​ຣົບໄດ້.

ຄຳ​ເຫັນ

0