陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພົບເຫັນເຊື້ອພະຍາດໂຄວິດ-19 ສາຍພັນໃໝ່ “ໂອມິຄຼອນ” ຫຼາຍກວ່າ 20 ປະເທດໃຊ້ມາດຕະການຈຳກັດການເຂົ້າເມືອງ

2021-11-28 15:08:21 cri

ປາກົດເຫັນເຊື້ອພະຍາດໂຄວິດ-19 ສາຍພັນໃໝ່ “ໂອມິໂຄຼນ” ຫຼາຍກວ່າ 20 ປະເທດໃຊ້ມາດຕະການຈຳກັດການເຂົ້າເມືອງ_fororder_微信图片_20211128

ການປ້ອງກັນບໍ່ໃຫ້ເຊື້ອພະຍາດໂຄວິດ-19 ສາຍພັນໃໝ່ “ໂອມິຄຼອນ”ແຜ່ລະບາດ ໄດ້ກາຍເປັນເປົ້າໝາຍໃໝ່ແຫ່ງການປ້ອງກັນພະຍາດດ່ັງກ່າວໃນທົ່ວໂລກ.ແຕ່ວັນທີ 26 ຮອດວັນທີ 27 ພາຍໃນ 2 ມື້ນີ້ໄດ້ມີຫຼາຍປະເທດໄດ້ປະຕິບັດຄຳສັ່ງຫ້າມ ຖ້ຽວບິນແລະການເດີນທາງຂ້າມປະເທດໂດຍແນໃສ່ປະເທດອາຟຣິກາໃຕ້ພ້ອມ ດ້ວຍຫຼາຍປະເທດອ້ອມຂ້າງທີ່ໄດ້ລາຍງານເຊື້ອພະຍາດສາຍພັນໃໝ່ດັ່ງກ່າວກ່ອນໝູ່,ຮູບຂອງເຊື້ອພະຍາດສາຍພັນໃໝ່ດັ່ງກ່າວກໍ່ໄດ້ເຜີຍແຜ່ແລ້ວ.ບຸກຄົນໃນວົງ ການສາທາລະນະສຸກກ່າວວ່າ,ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໂດຍ ທົ່ວໄປຍັງຄົງແມ່ນວິທີທີ່ບັງເກີດຜົນໃນການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ,ປະຊາຊົນຄວນຮັບການສັກວັກຊິນໂດຍໄວ.

 

ອົງການອະນາໄມໂລກສະເໜີໃຫ້ດຳເນີນການຮ່ວມມືລະຫວ່າງຊາດ,ຜ່ານການສຳຫຼວດພາກສະໜາມແລະການປະເມີນໃນຫ້ອງທົດລອງ,ເພື່ີອຊອກຮູ້ຜົນສະທ້ອນ ຂອງເຊື້ອພະຍາດສາຍພັນໃໝ່ດ່ັງກ່າວໃນດ້ານຕ່່າງໆທີ່ “ຕ້ອງການໃຫ້ຄວາມເອົາ ໃຈໃສ່”ນັ້ນໃຫ້ໄດ້ດີກວ່າເກົ່າ.ອີງຕາມຂໍ້ມູນຂ່າວສານໃນປັດຈຸບັນ,ນັກວິຊາການ ເຫັນວ່າ,ເຊື້ອພະຍາດສາຍພັນໃໝ່ດັ່ງກ່າວມີຄວາມສາມາດແຜ່ລະບາດສູງກວ່າ ເກົ່າເມື່ອທຽບກັບເຊື້ອພະຍາດເດວຕາເຊິ່ງເປັນເຊື້ອພະຍາດຕົ້ນຕໍໃນປັດຈຸບັນ, ແລະອາດຈະເຮັດໃຫ້ວັກຊິນສ່ວນຫຼາຍໃນປັດຈຸບັນມີປະສິດທິຜົນຕ່ຳລົງ.

 

ການພົບເຫັນເຊື້ອພະຍາດໂຄວິດ-19 ສາຍພັນໃໝ່ໂອມິຄຼອນຢູ່ປະເທດ ອາຟຣິກາໃຕ້ແລະປະເທດອື່ນໆໄດ້ພາໃຫ້ທົ່ວໂລກມີສະຕິລະວັງຕົວໃນລະດັບສູງ.ນັບມາຮອດປັດຈຸບັນໄດ້ມີລັດຖະບານຂອງປະມານ 20 ປະເທດແລະເຂດ ແຄວ້ນໄດ້ທະຍອຍກັນປະກາດຫຼືກຽມອອກມາດຕະການຈຳກັດການເຂົ້າເມືອງ ໂດຍແນໃສ່ຖ້ຽວບິນແລະຜູ້ໂດຍສານຂອງປະເທດໃນທະວີບອາຟຣິກາພາກໃຕ້.

ຄຳ​ເຫັນ

0