陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວທີປຶກສາຫາລືການຮ່ວມມືດ້ານສື່ມວນຊົນ “ຄູ່ຮ່ວມອາຟຣິກາ”ປະຈຳປີ 2021 ໄດ້ຈັດຂຶ້ນ

2021-11-28 16:05:04 cri

ເວທີປຶກສາຫາລືການຮ່ວມມືດ້ານສື່ມວນຊົນ “ຄູ່ຮ່ວມອາຟຣິກາ”ປະຈຳປີ 2021 ໄດ້ຈັດຂຶ້ນດ້ວຍແບບວິທີອອນລາຍໃນວັນທີ 26 ພະຈິກນີ້,ທ່ານຫວງຄຸນໝິງ ກຳມະການກົມການເມືອງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມຸນິດ ຈີນໄດ້ກ່າວຄຳປາໄສຜ່ານທາງວີດີໂອ.ທ່ານກ່າວວ່າ,ໃນຫຼາຍປີມານີ້,ສື່ມວນຊົນຈີນ-ອາຟຣິກາໄດ້ເຂົ້າສູ່ໄລຍະພັດທະນາຢ່າງວ່ອງໄວ,ສອງຝ່າຍໄດ້ຍຶດໝັ້ນໃນຫຼັກ ການພາວະວິໄສແລະຍຸຕິທຳ,ຮ່ວມກັນເຜີຍແຜ່ສຽງແຫ່ງຄວາມເປັນທຳ,ຍຶດໝັ້ນ ການປະຕິບັດຕໍ່ກັນຢ່າງຈິງໃຈ,ຮ່ວມກັນຊຸກຍູ້ຄວາມເຂົ້າໃຈກັນລະຫວ່າງປະຊາຊົນ,ຍຶດໝັ້ນການຂັບເຄື່ອນດ້ວຍການປະດິດສ້າງໃໝ່,ຮ່ວມກັນຊຸກຍູ້ການສ້າງຜົນປະ ໂຫຍດດ້ານດີຈີຕອນໃຫ້ແກ່ປະຊາຊົນ,ພາບທີ່ມີຊີວິດຊີວາແລະເລື່ອງລາວທີ່ຕື້ນ ຕັນໃຈແຫ່ງມິດຕະພາບລະຫວ່າງຈີນ-ອາຟຣິກາໄດ້ປາກົດຂຶ້ນຢ່າງບໍ່ຢຸດຢັ້ງ.ກອງປະຊຸມຄົບຄະນະສູນກາງພັກກອມມຸນິດຈີນຄັ້ງທີ 6 ສະໄໝທີ 19 ທີ່ອັດລົງຫວ່າງ ບໍ່ດົນນີ້ໄດ້ສະຫຼຸບຜົນສຳເລັດອັນຍິ່ງໃຫຍ່ແລະບົດຮຽນທາງປະຫວັດສາດຂອງພັກໃນການສູ້ໍຊົນເປັນເວລາ 100 ປີນັ້ນຢ່າງຮອບດ້ານ,ເຊິ່ງເປັນການເປົ່າສຽງແກແຫ່ງ ການບຸກບືນໄປສູ່ເປົ້າໝາຍສູ້ຊົນ 100 ປີຄັ້ງທີ 2 ຂອງຈີນ.ບົນເສັ້ນທາງບຸກບືນ ອັນໃໝ່,ພວກເຮົາຈະຍຶດໝັ້ນເດີນຕາມເສັ້ນທາງພັດທະນາໂດຍສັນຕິ,ເສັ້ນທາງ ແຫ່ງການປະຕິຮູບໄຂປະຕູສູ່ພາຍນອກແລະເສັ້ນທາງແຫ່ງລັດທິຫຼາຍຝ່າຍ,ເພີ່ມ ທະວີການແລກປ່ຽນແລະຮ່ວມມືກັນໃນຂົງເຂດສື່ມວນຊົນ,ຄັງປັນຍາ,ວັດທະນະທຳແລະອື່ນໆ,ຮ່ວມກັນກັບເພື່ອນມິດອາຟຣິກາ,ຮ່ວມກັນສ້າງໂລກທີ່ສວຍງາມ ກວ່າເກົ່າ.

 

ເວທີປຶກສາຫາລືຄັ້ງນີ້ແມ່ນສະຖານີວິທະຍຸໂທລະພາບສູນກາງຈີນຫຼື CMG ເປັນເຈົ້າພາບຈັດຂຶ້ນໂດຍມີແຂກຜູ້ມີກຽດເກືອບ 100 ທ່ານຈາກ 40 ກວ່າປະເທດແລະເຂດແຄວ້ນເຂົ້າຮ່ວມ.

ຄຳ​ເຫັນ

0