覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງ​ກະ​ໂປ​ແລະ​ມາ​ເລ​ເຊ​ຍ​ເປີດ​ແລວ​ທ່ອງ​ທ່ຽວລະ​ຫວ່າງ​ກັນ​ສຳ​ລັບ​ຜູ້​ທີ່​ໄດ້​ສັກ​ວັກ​ຊີນ​ແລ້ວ​

2021-11-29 15:21:36 cri

ສິງ​ກະ​ໂປ​ແລະ​ມາ​ເລ​ເຊ​ຍ​ເປີດ​ແລວ​ທ່ອງ​ທ່ຽວລະ​ຫວ່າງ​ກັນ​ສຳ​ລັບ​ຜູ້​ທີ່​ໄດ້​ສັກ​ວັກ​ຊີນ​ແລ້ວ​_fororder_新马走廊
 

  ວັນ​ທີ 29 ພະ​ຈິກ​ນີ້, ທ່ານ​ລີ​ຊຽນ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ ແລະ​ທ່ານ​ອີ​ສ​ເມວ ຊາ​ບ​ຣີ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ມາ​ເລ​ເຊຍ​ທີ່​ເດີນ​ທາງ​​ຢ້ຽມ​ຢາມ​ສິງ​ກະ​ໂປ​ນັ້ນ​ໄດ້​ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ກັບ​ພິ​ທີ​ເປີດ​ແລວ​ທ່ອງ​ທ່ຽວລະ​ຫວ່າງ​ກັນ​ສຳ​ລັບ​ຜູ້​ທີ່​ໄດ້​ສັກ​ວັກ​ຊີນ​ແລ້ວ, ນີ້ຖື​ວ່າ ສອງ​ປະ​ເທດ​ໄດ້​ຟື້ນ​ຟູ​ການ​ເປີດ​ຊາຍ​ແດນ​ລະ​ຫວ່າງ​ກັນ​ຢ່າງ​ເປັນ​ທາງ​ການ.
 

   ຕາມ​ສັນ​ຍາ​ລະ​ຫວ່າງ​ສອງ​ປະ​ເທດ​ສິງ​ກະ​ໂປ​ແລະ​ມາ​ເລ​ເຊຍ, ນັບ​ແຕ່ວັນ​ທີ 29 ພະ​ຈິກ​ນີ້​ເປັນ​ຕົ້ນ​ໄປ,  ພົນ​ລະ​ເມືອງ​ຂອງ​ສອງ​ປະ​ເທດ​ທີ່​ໄດ້​ສັກ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ແລ້ວ​ນັ້ນ​ສາ​ມາດ​ເດີນ​ທາງ​ທາງອາ​ກາດ​ແລະ​ທາງ​ບົກ​ເຂົ້າ​ປະ​ເທດ​ຂອງ​ກັນ​ແລະ​ກັນ​ໄດ້​ໂດຍ​ບໍ່​ຕ້ອງ​ກັກ​ບໍ​ລິ​ເວນ. ແຕ່​ວ່າ, ເພື່ອ​ປ້ອງ​ກັນການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພ​ະ​ຍາດ​ໂຄວິດ-19 ສາຍ​ພັນ​ໃໝ່ ໂອ​ມິ​ຄຼອນ​, ວັນ​ທີ 28 ພະ​ຈິກ​ນີ້, ສິງ​ກະ​ໂປ​ໄດ້​ເພີ່ມ​ເງື່ອນ​ໄຂ​ໃໝ່​ຕື່ມ​ອີກ​ໂດຍ​ຮຽກ​ຮ້ອງ​ໃຫ້​ຕ້ອງກວດ​ຫາ​ເຊື້ອ​ແບບ​ວ່ອງ​ໄວ​ສຳ​ລັບພົນ​ລະ​ເມືອງ​ມາ​ເລ​ເຊຍ​ທີ່​​ຈະເຂົ້າ​ປະ​ເທດ​ສິງ​ກະ​ໂປ​ຜ່ານ​ດ່ານ​ທາງ​ບົກ.
 

   ພາຍຫຼັງ​ພະ​ຍາດ​ໂຄວິດ-19ໄດ້​ແຜ່​ລະ​ບາດ​ຢ່າງ​ຂະ​ໜາດ​ໃຫຍ່​ຢູ່​ມາ​ເລ​ເຊຍ​,  ລັດ​ຖະ​ບານ​ຈຳ​ເປັນ​ຕ້ອງ​ປິດ​ຊາຍ​ແດນ​ຢ່າງ​ຮອບ​ດ້ານ, ຊາຍ​ແດນ​ທາງ​ບົກ​ລະ​ຫວ່າງ​ສອງ​ປະ​ເທດ​ສິງ​ກະ​ໂປ​ແລະ​ມາ​ເລ​ເຊຍ​ໄດ້​ຖືກ​ປິດ​ເປັນ​ການ​ຊົ່ວ​ຄາວ, ​ພຽງ​ແຕ່ອະ​ນຸ​ຍາດ​ໃຫ້​ບຸກ​ຄະ​ລ​າ​ກອນ​ທີ່​ສະ​ໜອງ​ສິນ​ຄ້າ​ຫຼື​ການ​ບໍ​ລິ​ການ​ອັນ​ຈຳເປັນ​ນັ້ນ​ເຂົ້າ​ອອກ​ເມືອງໄດ້​ເທົ່າ​ນັ້ນ. ວັນ​ທີ 8 ພະ​ຈິກ​ປີ2021ນີ້, ໄປ​ຄຽງ​ຄູ່​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ສອງ​ປະ​ເທດ​ໄດ້​ຜ່ອນ​ຄາຍ​ລົງ​​ຢ່າງ​ຕໍ່​ເນື່ອງ, ອັດ​ຕາ​ການ​ສັກ​ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19​ໄດ້​ເພີ່ມ​ຂຶ້ນ​​ຢ່າງ​ບໍ່​ຢຸດ​ຢັ້ງ, ຜູ້​ນຳ​ສອງ​ປ​ະ​ເທດ​ສິງ​ກະ​ໂປ-ມາ​ເລ​ເຊຍ​ຈິ່ງ​ເປັນ​ເອ​ກະ​ພາບ​ກັນ​ເຫັນ​ດີ​ນຳ​ໃຊ້​ນະ​ໂຍ​ບາຍຍົກ​ເວັ້ນ​ການ​ກັກ​ບໍ​ລິ​ເວນ​ສຳ​ລັບ​ຜູ້​ທີ່​ໄດ້​ສັກ​ວັກ​ຊີນ​ແລ້ວ ເພື່ອ​ຟື້ນ​ຟູ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ຜ່ານ​ທາງ​ອາ​ກາດ​ແລະ​ທາງ​ບົກ.

ຄຳ​ເຫັນ

0