黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບຸນ​ຂອບ​ໃຈ​ພະ​ເຈົ້າ​ທີ່​ຈິງ​ແລ້ວແມ່ນ​ວັນ​ບຸນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ

2021-11-29 20:47:36 cri

ວັນ​ພະ​ຫັດ​ໃນ​ອາ​ທິດ​ທີ​ສ 4 ຂອງ​ເດືອນ​ພະ​ຈິກ​ໃນ​ແຕ່​ລະ​ປີ​ແມ່ນ​ບຸນ​ຂອບ​ໃຈ​ພະ​ເຈົ້າ​ເຊິ່ງ​ເປັນ​ບຸນ​ປະ​ເພ​ນີ​ຂອງ​ອາ​ເມ​ຣິ​ກາ. ແຕ່​ວ່າ​ສຳ​ລັບຊົນ​ເຜົ່າ​ພື້ນ​ເມືອງອິນ​ເດຍ​ແດງແລ້ວ​​ພັດ​ແມ່ນ​ວັນ​ເສົ້າ​ສະ​ຫຼົດ​ໃຈ​ທີ່​ສຸດ.

​ຕາມ​ຫາງ​ສຽງ​ຕົ້ນ​ຕໍ​ຂອງ​ອາ​ເມ​ຣິ​ກາ, ​ບຸນ​ຂອບ​ໃຈ​ພະ​ເຈົ້າ​ແມ່ນ​ກຳ​ເນີດ​ເກີດ​ຈາກວັນ​ທີ່​ພວກ​ລ່າ​ເມືອງ​ຂຶ້ນໃນ​ໄລ​ຍະ​ເບື້ອງ​ຕົ້ນ​ໄດ້​ຢູ່​ຮ່ວມ​ກັນ​ກັບ​ຊາວ​ອິນ​ເດຍ​ແດງ​ຢ່າງ​ກົມ​ກຽວ​ແລະ​ຮ່ວມ​ກັນ​ສະ​ເຫຼີມ​ສະ​ຫຼອງ​​ວັນ​ເກັບ​ກ່ຽວ. ທີ່​ຈິງ​ແລ້ວ, ພວກ​ລ່າ​ເມືອງ​​ຂຶ້ນ​ທີ່​ຫາ​ກໍ່​ເດີນ​ທາງ​ໄປ​ຮອດ​ດິນ​ແດນ​ອາ​ເມ​ຣິ​ກາ​ສາ​ມາດ​ຜ່ານ​ລະ​ດູ​ໜາວ​ແລະ​ຢູ່​ລອດ​ໄດ້​ທັງ​ສາ​ມາດ​ຕັ້ງ​ຫຼັກ​ບັກ​ຖານ​ຢູ່​ໄດ້​ໂດຍ​ອາ​ໄສ​ການ​ຊ່ວຍ​ເຫຼືອ​ຈາກ​ຊົນ​ເຜົ່າ​ພື້ນ​​ເມືອງ. ແ​ຕ່​ເປັນ​ໜ້າ​ເສົ້າ​ສະ​ຫຼົດ​ໃຈ​, ຈາກ​ນັ້ນ​ບໍ່​ດົນ, ​ພວກ​ລ່າ​ເມືອງ​ຂຶ້ນ​ກໍ​ເລີ່ມ​ຂັບ​ໄລ່​ແລະ​ສັງ​ຫານ​ໝູ່​ຊົນ​ເຜົ່າ​ພື້ນ​ເມືອງ, ວັນ​ບຸນ​​ທີ່​ເອີ້ນ​ວ່າ “ບຸນຂອບ​ໃຈ​ພະ​ເຈົ້າ” ນັ້ນ, ​ຈຶ່ງ​ແມ່ນ​ປະ​ຫວັດ​ສາດທີ່​ເຕັມ​ໄປ​ດ້ວຍເລືອດ​ເນື້ອ​ແລະ​ນ້ຳ​ຕາ​ຂອງ​ຊົນ​ເຜົ່າ​ພື້ນ​ເມືອງ​ທີ່​ຍືດ​ເຍື້ອ​ມາ​ເປັນ​ເວ​ລາ​ຫຼາຍ​ສັດ​ຕະ​ວັດ.

ໃນ​ໄລ​ຍະ 400 ປີ​ຜ່ານ​ມາ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍການ​ດັບ​ສູນ​ເຊື້ອ​ຊາດ​ຊົນ​ເຜົ່າ​ພື້ນ​ເມືອງ​ທີ່​ທຸກ​ຍາກ​ແລະ​ຫຼ້າ​ຫຼັງ​ລວມ​ທັງ​ຊາວ​ອິນ​ເດຍ​ແດງ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ປະ​ຖິ້​ມ​ພັນ​ທະ​ແລະຄວາມ​ຮັບ​ຜິດ​ຊອບ​​ອັນ​ໜັກ​ໜ່ວງ​ຂອງ​ຕົນ​, ທັງ​ໄດ້ນຳ​ເອົາ​ດິນ​ແດນ​ທີ່ກວ້າງ​ໃຫຍ່​ໄພ​ສານຫຼາຍ​ລ້ານ​ກິ​ໂລ​​ຕາແມັດ​​ແລະ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ອຸ​ດົມ​ສົມ​ບູນ​ຈົນນັບ​ບໍ່​ຖ້ວນ​ຂອງ​ຊົນ​ເຜົ່າ​ພື້ນ​ເມືອງ​ມາ​ໃຊ້​ປະ​ໂຫຍດ​ປາ​ສະ​ຈາກ​ການ​ຊົດ​ເຊີຍ, ເຮັດ​ໃຫ້​ອາ​ເມ​ຣິ​ກາ​ສາມ​າດ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂດຍ​ບໍ່​ມີ​ພັນ​ທະ​ກ່ຽວ​ຂ້ອງ​ຫຍັງ​ເລີຍ.

ສ່ວນ​ໂຮງ​ຮຽນ​ກິນນອນ​ສຳ​ລັບ​ເດັກ​ນ້ອຍ​ຊາວ​ອິນ​ເດຍ​ແດງ​ທີ່​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ອະ​ນຸ​ມັດ​ໃຫ້ສ້າງ​ຕັ້ງ​ຂຶ້ນ​ນັ້ນ, ​ໄດ້​ໃຫ້ເດັກ​ນ້ອຍ​ອິນ​ເດຍ​ແດງ​ຕ້ອງ​ປະ​ຖິ້ມ​ເຄື່ອງ​ນຸ່ງ​ແລະຊົງ​ຜົມ​ທີ່​​ເປັນ​ເອ​ກະ​ລັດ​ພິ​ເສດ​ຂອງຊົນ​ເຜົ່າ​ຕົນ, ​ແລະ​ຫ້າມເວົ້າ​ພາ​ສາ​ແມ່​ຂອງ​ຕົນ, ນອກ​ນັ້ນ​ຍັງ​ຕ້ອງ​ໃຊ້​ຊື່​​ເປັນ​ພາ​ສາອັງ​ກິດ. ໂດຍ​ຜ່ານ​ການ​​ເຊື່ອມ​ສານ​ວັດ​ທະ​ນະ​ທຳ​ແບບ​ອາ​ເມ​ຣິ​ກາ​ໃຫ້​ກັບ​ເດັກ​ນ້ອຍ​ອິນ​ເດຍ​ແດງ​ແບບ​ບັງ​ຄັບ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ໄດ້​ມີເຈ​ຕະ​ນາ​ດັບ​ສູນ​ເຊື້ອ​ຊາດ​​ເຜົ່າ​ດິນ​ເດຍ​ແດງ​ຈາກ​ດ້ານ​ວັດ​ທະ​ນະ​ທຳ.

ນັກ​ປະ​ຫວັດ​ສາດ​ອາ​ເມ​ຣິ​ກາ​ປະ​ເມີນ​ວ່າ, ໃນ​ເມືອ​ກ່ອນ, ຊົນ​ເຜົ່າ​ພື້ນ​ເມືອງ​ທີ່​ອາ​ໄສ​ຢູ່​​ແຜ່ນດິນ​​ໃຫຍ່​ອາ​ເມ​ຣິ​ກາ​​ເໜືອເຄີຍ​ມີ​ປະ​ມານ 10 ລ້ານ​ຄົນ, ແຕ່​ມາ​ຮອດ​ທ້າຍ​ສະ​ຕະ​ວັດ​ທີ 19, ຊົນ​ເຜົ່າ​ພື້ນ​ເມືອງ​​ທີ່​ອາ​ໄສ​ຢູ່​ອາ​ເມ​ຣິ​ກາເຫຼືອ​ບໍ່​ຮອດ 2 ແສນ 5 ໝື່ນ​ຄົນ. ວັດ​ທະ​ນະ​ທຳ​ດັ້ງ​ເດີມ​ຢູ່​ທະ​ວີບ​ອາ​ເມ​ຣິ​ກາ​​ເໜືອ​ທີ່ທີ່​ພວມ​ເບັ່ງ​ບານ​ກໍ​ຖືກ​ທຳ​ລາຍ, ຊາວ​ອິນ​ເດຍ​ແດງ​ໃນ​ຖາ​ນະ​ເປັນໜຶ່ງ​ໃນ​ເຊື້ອ​ຊາດ​ໃຫຍ່​ຂອງ​ໂລກ, ຖືກ​​ດັບ​ສູນທັງ​ເຊື້ອ​ຊາດ​​ໂດຍ​ພື້ນ​ຖານ.

ນັບ​ມາ​ຮອດ​ປີ 1924, ອາ​ເມ​ຣິ​ກາ​ຈຶ່ງ​ໄດ້​ປະ​ກາດ “ກົດ​ໝາຍ​ວ່າ​ດ້ວຍ​​ພົນ​ລະ​ເມືອງ​ຊາວ​ອິນ​ເດຍ​ແດງ”, ຮັບ​ຮອງ​ສິດ​​ເຜົ່າ​ອິນ​ເດຍ​ແດງເປັນ​ພົນ​ລະ​ເມືອງ​ອາ​ເມ​ຣິ​ກາ​. ຊາວ​ອິນ​ເດຍ​ແດງ​ທີ່​ມີປະ​ຊາ​ກອນ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ​ໄດ້​ຮ່ວມ​ກັນ​ອາ​ໄສ​ຢູ່​ເຂດ​ສະ​ຫງວນ​ທີ່​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ຈັດ​ສັນ​ໃຫ້, ເຂດ​ສະ​ຫງວນ​ເຫຼົ່າ​ນີ້​ສ່ວນ​ຫຼາຍ​ຕັ້ງ​ຢູ່​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ອາ​ເມ​ຣິ​ກາ​ເຊິ່ງ​ເປັນ​ເຂດ​ດິນ​ປູກ​ຝັງ​ຈືດ​ຈາງ, ຫຼາຍ​ແຫ່ງ​ຈົນ​ບໍ່​ສາ​ມາດ​ຮັບ​ປະ​ກັນ​ພື້ນ​ຖານ​ໂຄ່ງ​ລ່າງ​ແລະ​ເຄື່ອງ​ອຸ​ປະ​ກອນ​​ໃຊ້​ສຳ​ລັບ​ການດຳ​ລົງ​ຊີ​ວິດ​ຂັ້ນ​ພື້ນ​ຖານ​ເຊັ່ນ: ນ້ຳ​ປະ​ປາ, ໄຟ​ຟ້າ, ອາ​ຫານ​ແລະ​ອື່ນໆ.

ປີ 1863, ທ່ານ​ອາບ​ຣາ​ຮາມ ລີງ​ຄອນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາໃນ​ເວ​ລາ​ນັ້ນ​ໄດ້​ປະ​ກາດ​ວ່າ: ​ບຸນ​ຂອບ​ໃຈ​ພະ​ເຈົ້າ​ເປັນ​ວັນ​ບຸນ​ທົ່ວ​ປະ​ເທດ, ແຕ່​ໃນ​ຖະ​ແຫຼງ​ກາ​ນ​ຂອງ​ທ່ານ​ບໍ່​ໄດ້​ເວົ້າ​ເຖິງ​ຊົນ​ເຜົ່າ​ພື້ນ​ເມືອງ​ຈັກ​ປະ​ໂຫຍກເລີຍ, ພຽງ​​ແຕ່ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ສາ​ມັກ​ຄີ​ກັນ​​ຜ່ານ​ຜ່າ​ສົງ​ຄາມ​ກາງ​ເມືອງ, ສຳ​ລັບ​ຊົນ​ເຜົ່າ​ພື້ນ​ເມືອງ​ອາ​ເມ​ຣິ​ກາ​ແລ້ວ, ການ​ກຳ​ນົດ​ວັນບຸນ​ດັ່ງ​ກ່າວ​ເປັນ​ການເຍາະ​ເຍີ້ຍ​ຊົນ​ເຜົ່າ​ພື້ນ​ເມືອງ​ທີ່​ສຸດ. ປີ 1970, ທ່ານຟ​ຣັນ​ກ໌ ເຈມ​ສ໌ ນັກ​ເຄື່ອນ​ໄຫວ​ຊົນ​ເຜົ່າ​ພື້ນ​ເມືອງ​​ໄດ້ລິ​ເລີ່ມ​ຖື​ເອົາ​ວັນ​ບຸນ​ຂອບ​ໃຈ​ພະ​ເຈົ້າ​ເປັນ​ວັນ​ໄວ້​ອາ​ໄລ, ການ​ເຄື່ອນ​ໄຫວ​ລະ​ນຶກ​ດັ່ງ​ກ່າວ​ໄດ້​ສືບ​ທອບ​ມາ​ຈົນ​ຮອດ​ປັດ​ຈຸ​ບັນ​ນີ້.

ປັດ​ຈຸ​ບັນ, ໃນ​ທຸກໆ​ປີ​ໃນ​ວັນ​ບຸນ​ຂອບ​ໃຈ​ພະ​ເຈົ້າ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ຈະ​ຈັດ​ພິ​ທີ​ “ປ່ອຍ​ໄກ່​ງວງ”. ແຕ່​ວ່າ, ໃນ​ສະ​ໄໝລ່າ​ເມືອງ​ຂຶ້ນ, ໃຜ​ຈະ​ສາ​ມາດ​ປ່ອຍ​ໃຫ້​ຊາວ​ອິນ​ເດຍ​ແ​ດງ​ມີ​ຊີ​ວິດ​ໂດຍ​ປາ​ສະ​ຈາກ​ການຖືກ​ສັງ​ຫານ​?

ຄຳ​ເຫັນ

0