何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ຢ້ຽມ​ຢາມ​ສິງ​ກະ​ໂປເພື່ອປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​​ຟື້ນ​ຟູ​ການ​ສ້າ​ງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງຄືນ​ໃໝ່

2021-11-29 17:22:09 CRI

 

ວັນ​ທີ 29 ພະ​ຈິກ​ນີ້, ທ່ານ​ອິ​ສ​ມາຍ ຊາບ​ຣີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ສິງ​ກະ​ໂປ. ​ຖື່າ​ເປັນ​ຄັ້ງ​ທຳ​ອິດ​ທີ່ທ່ານ​ຢ້ຽມ​ຢາມ​ສິງ​ກະ​ໂປ​ ຫຼັງ​ຈາກ​ທ່ານ​ຂຶ້ນ​ຮັບ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ຕົ້ນ​ມາ.

ທ່ານ​ອິ​ສ​ມາຍ ຊາບ​ຣີ ແລະ ທ່ານຫຼີ​ຊຽນ​ລຸງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ ໄດ້​ຮ່ວມ​ກັນ​ຖະ​ແຫຼງ​ຂ່າວ. ທ່ານຫຼີ​ຊຽນ​ລຸງກ່າວ​ວ່າ, ໃນ​ການ​ພົບ​ປະ​ຄັ້ງ​ນີ້, ຝ່າຍ​ມາ​ເລ​ເຊຍ​ໄດ້​ສ​ະ​ເໜີ​ວ່າ​ຈະ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ໂຄງ​ການ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ທີ່​ເຊື່ອມ​ຈອດ​ກົວ​ລາ​ລຳ​ເປີ ກັບ ສິງ​ກະ​ໂປ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານຫຼີ​ຊຽນ​ລຸງ​ເຫັນ​ວ່າ, ເຖິງວ່າ​ກ່ອນ​ໜ້າ​ນີ້​ມາ​ເລ​ເຊຍ​ໄດ້​ຕົກ​ລົງ​ຢຸດ​ຕິ​ແຜນ​ການ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ດັ່ງ​ກ່າວ​ແລ້ວ, ແຕ່​ສິງ​ກະ​ໂປ​ກໍ​ຍັງ​ມີ​ທ່າ​ທີ​ທີ່​ເປີດກວ້າງ​ເພື່ອ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ຄືນ​ໃໝ່. ຜູ້​ນຳ​ສອງ​ທ່ານ​ໄດ້ມອບ​ໝາຍ​ໃຫ້​ກະ​ຊວງ​ຄົມ​ມະ​ນາ​ຄົມ​ສອງ​ປະ​ເທດ​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ການ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ເລື່ອງ​ດັ່ງ​ກ່າວ.

ຄຳ​ເຫັນ

0