吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ WHO ກ່າວ​ວ່າ: ກຳ​ລັງ​ຄົ້ນ​ຄວ້າ​ລັກ​ສະ​ນະ​ຕິດ​ແປດ ແລະ​​ຄວາມ​ຮ້າຍ​ແຮງຂອງເຊື້ອພະ​ຍາດ​ໂຄວິດ-19​ສາຍ​ພັນ “​ໂອ​ມີ​ຄຼອນ”

2021-11-29 11:44:21 cri

ອົງ​ການ WHO ກ່າວ​ວ່າ: ກຳ​ລັງ​ຄົ້ນ​ຄວ້າ​ລັກ​ສະ​ນະ​ຕິດ​ແປດ ແລະ​​ຄວາມ​ຮ້າຍ​ແຮງຂອງເຊື້ອພະ​ຍາດ​ໂຄວິດ-19​ສາຍ​ພັນ “​ໂອ​ໄມ​ຄຼອນ”_fororder_微信图片_20211129114301

    ​ອົງ​ການ​ອະ​ນາ​ໄມ​ໂລກ ຫລື WHO ໄດ້​ລະ​ບຸ​ໃນ “​ຂໍ້​ມູນ​ຂ່າວ​ສານ​ທີ່​ໄດ້​ພົບ​ເຫັນ​ໃນ​ປັດ​ຈຸ​ບັນ”​ ທີ່​ໄດ້ປະ​ກາດ​ໃນ​ວັນ​ທີ 28 ພະ​ຈິກ​ນີ້​ວ່າ: ​​ການ​ປ່ຽນ​ແປງ​ສ່ວນ​ໜຶ່ງ​ຂອງ ເຊື້ອພະ​ຍາດ​ໂຄວິດ-19​ສາຍ​ພັນ “​ໂອ​​ມີຄຼອນ” ອາດ​ຈະ​ກະ​ທົບ​ເຖິງ​ລັກ​ສະ​ນະ​ຕິດ​ແປດ ແລະ​ຄວາ​ມ​ຮ້າຍ​ແຮງ​ຂອງ​ມັນ, ແຕ່​ປັດ​ຈຸ​ບັນ, ຍັງ​ບໍ່​ທັນຮູ້​ວ່າ​ລັກ​ສະ​ນະ​ຕິດ​ແປດ​ຂອງເຊື້ອພະ​ຍາດ​ໂຄວິດ-19​ສາຍ​ພັນ “​ໂອ​ມີຄຼອນ” ຈະ​ຮ້າຍ​ແຮງກວ່າ​​ເກົ່າຫລື​ບໍ ແລະ​​ຈະ​ເຮັດ​ໃຫ້​ເປັນ​ພະ​ຍາດ​ມີ​ຄວາມ​ຮ້າຍ​ແຮງ​ກວ່າ​ເກົ່າ​ຫລື​ບໍ ເມື່ອ​ທຽບ​ໃສ່​ເຊື້ອພະ​ຍາດ​ໂຄວິດ-19​ສາຍ​ພັນອື່ນ.

    ກ່ອນ​ໜ້າ​ນີ້, ອົງ​ການ WHO ໄດ້​ກ່າວ​ວ່າ: ຄວາມ​ສ່ຽງ​ໃນ​ການ​​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19​ສາຍ​ພັນ “​ໂອ​ມີ​ຄຼອນ” ອາດ​ຈະ​ເພີ່ມ​ຂຶ້ນ, ແຕ່​ວ່າ​ຂໍ້​ມູນ​ມີ​ຄວາມ​ຈຳ​ກັດ, ອົງ​ການ WHO ກຳ​ລັງ​ຮ່ວມ​ກັບ​ຄູ່​ຮ່ວມ​ມື​​ເພື່ອດຳ​ເນີນ​ການ​ຄົ້ນ​ຄວ້າ, ​ຊອກ​ຮູ້​ຜົນ​ກະ​ທົບ​​ຈາກເຊື້ອ​ພະ​ຍາດ​ໂຄວິດ-19​ສາຍ​ພັນ “​ໂອ​​ມີ​ຄຼອນ” ​ທີ່​ມີ​ຕໍ່​ປະ​ສິ​ດ​ທິ​ພາບ​ຂອງວັກ​ຊີນ​ໂຄວິດ-19 ແລະ​ອຸ​ປະ​ກອນກວດ​ຫາ​ເຊື້ອ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ.

ຄຳ​ເຫັນ

0