蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການແຂ່ງຂັນສະກີທ່າຟຣີສະ​ໄຕເໝືອນ​ດັ່ງ​​ການ​ຟ້ອນ​​ເທິງອາ​ກາດ

2021-11-29 15:59:57 CRI

ການແຂ່ງຂັນສະກີທ່າຟຣີສະ​ໄຕເໝືອນ​ດັ່ງ​​ການ​ຟ້ອນ​​ເທິງອາ​ກາດ_fororder_adfseargvaegga

 

ການແຂ່ງຂັນສະກີທ່າຟຣີສະ​ໄຕ (Freestyle Skiing) ຖືກເອີ້ນວ່າເປັນ “ການຟ້ອນ​​ເທິງອາ​ກາດ”ເຊິ່ງນັກກິລາ​ໄດ້ສະແດງ​ລີ​ລາ​ທີ່​ດີ​ເລີດ ແລະ ເຕັກ​ນິກ​ທີ່​ຊຳ​ນານຢູ່ສະໜາມກິລາປະເພດຕ່າງໆ, ​ເປັນ​ປະ​ເພດ​ກິ​ລາ​ທີ່​ມີຄວາມຕື່ນເຕັ້ນ ແລະໜ້າຊົມ​ທີ່​ສຸດ.

ການແຂ່ງຂັນສະກີທ່າຟຣີສະ​ໄຕເໝືອນ​ດັ່ງ​​ການ​ຟ້ອນ​​ເທິງອາ​ກາດ_fororder_aewrgejnrtfestgfesa

ລາຍການແຂ່ງຂັນສະກີທ່າຟຣີສະ​ໄຕ (Freestyle Skiing) ໃນງານກິລາໂອລິມປິກລະດູໜາວປັກກິ່ງ 2022 ຈະມີຫຼຽນຄໍາ 13 ຫຼຽນ​ໃຫ້​ຊີງ ແລະຈະແຂ່ງຂັນ​ກັນໃນ 6 ປະເພດ ຄື​ລີລາກະໂດດ​ເທິງອາ​ກາດ (Aerials), ລີລາກະໂດດຂ້າມກອງຫິມະ (Moguls), ການແຂ່ງຄວາມໄວວິ​ບາກ (Ski Cross), ​ການ​ແຂ່ງລີລາຢູ່ສະໜາມຮູບ​ໂຕ U (Ski halfpipe), ລີລາ​ຫຼີກ​ອຸ​ປະ​ສັກ​ຕາມຄ້ອຍ(Ski slopestyle) ແລະລານສະກີ​ກະໂດດ (big air).

ການແຂ່ງຂັນສະກີທ່າຟຣີສະ​ໄຕເໝືອນ​ດັ່ງ​​ການ​ຟ້ອນ​​ເທິງອາ​ກາດ_fororder_asrfawergreafgergtftr

   ລາຍການລານສະກີ​ກະໂດດ​ເພດຊາຍ, ລານສະກີ​ກະໂດດ​ເພດຍິງ ແລະລີລາ​ກະໂດດ​ທີມປະສົມ ຂອງການແຂ່ງຂັນສະກີທ່າຟຣີສະໄຕ ເປັນລາຍການທີ່ເພີ່ມໃໝ່​ໃນງານກິລາໂອລິມປິກລະດູໜາວປັກກິ່ງ 2022.

ການແຂ່ງຂັນສະກີທ່າຟຣີສະ​ໄຕເໝືອນ​ດັ່ງ​​ການ​ຟ້ອນ​​ເທິງອາ​ກາດ_fororder_argaerghaertfgear

ຄຳ​ເຫັນ

0