陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານກິລາໂອລິມປິກທີ່ສຳເລັດຜົນບໍ່ຊີ້ຂາດຢູ່ນຳເຈົ້າໜ້າທີ່ຂອງປະເທດໃດໜຶ່ງຈະ ເຂົ້າຮ່ວມຫຼືບໍ່

2021-11-30 15:43:59 cri

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 29 ພະຈິກນີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນຊີ້ອອກວ່າ,ງານກິລາໂອລິມປິກທີ່ສຳເລັດຜົນຕ້ອງການຄວາມພະຍາຍາມຮ່ວມກັນຂອງວົງຄະນະຍາດໂອລິມປິກລະດູໜາວ, ແຕ່ບໍ່ແມ່ນຊີ້ຂາດຢູ່ນຳເຈົ້າໜ້າທີ່ຂອງປະເທດໃດໜຶ່ງຈະເຂົ້າຮ່ວມຫຼືບໍ່.ຝ່າຍຈີນ ຫວັງໃຫ້ບາງປະເທດຈົ່ງວາງຖານະຂອງຕົນໃຫ້ຖືກຕ້ອງ.

 

ມີລາຍງານຂ່າວກ່າວວ່າ,ລັດຖະບານໄບເດັນອາດຈະປະກາດໃນທ້າຍເດືອນພະ ຈິກນີ້ວ່າ,ເຈົ້າໜ້າທີ່ລັດຖະບານໄບເດັນຈະບໍ່ເຂົ້າຮ່ວມງານກິລາໂອລິມປິກລະດູ ໜາວທີ່ປັກກິ່ງ,ເພື່ອ “ຕອບຮັບການກະທຳຂອງຝ່າຍຈີີນທີ່ລ່ວງລະເມີດສິດທິມະ ນຸດ”ພາຍໃຕ້ກໍລະນີທີ່ບໍ່ກະທົບເຖິງນັກກິລາອາເມຣິກາ.ບາງປະເທດຝ່າຍຕາເວັນ ຕົກກ່າວວ່າ,ພວມພິຈາລະນາຈະສ້າງຂະບວນການຂວ້ຳບາດຮ່ວມກັນຫຼືບໍ່.

 

ທ່ານວ່າງເວີນປິ່ນກ່າວວ່າ,ງານກິລາລະດູໜາວປັກກິ່ງແມ່ນງານມະຫະກຳສຳລັບ ນັກກິລາໂອລິມປິກລະດູໜາວແລະຜູ້ທີ່ມັກກິລາເທິງນ້ຳກ້າມແລະຫິມະໃນທົ່ວໂລກ,ບໍ່ແມ່ນເວທີສຳລັບໂຊທາງການເມືອງແລະຫຼິ້ນການເມືອງ.

ບາງປະເທດເຊັ່ນອາເມຣິກາເປັນຕົ້ນມີບາງຄົນສ້າງເລື່ອງລາວດ້ວຍງານກິລາໂອ

 

ລິມປິກ,ໂດຍຖືເອົາການທີ່ຈະສົ່ງເຈົ້າໜ້າທີ່ລັດຖະບານເຂົ້າຮ່ວມງານກິລາໂອລິມ ປິກລະດູໜາວປັກກິ່ງຫຼືບໍ່ຕິດພັນກັບອັນທີ່ເອີ້ນວ່າບັນຫາສິດທິມະນຸດ,ທາດແທ້ ແມ່ນຖືສິດທິມະນຸດເປັນຂໍ້ອ້າງເພື່ອໃສ່ຮ້າຍປ້າຍສີ,ຫັນກິລາເປັນການເມືອງ,ນີ້ ແມ່ນລະເມີດຫຼັກການໃນກົດບັດໂອລິມປິກໂດຍສະເພາະແມ່ນຫຼັກການທີ່ວ່າ “ການເຄື່ອນໄຫວກິລາເປັນກາງໃນທາງການເມືອງ”ນັ້ນຢ່າງເດັ່ນຊັດ,ເຊິ່ງຝືນກັບຄຳຂວັນໂອລິມປິກທີ່ວ່າ“ສາມັກຄີກວ່າເກົ່າ”. ນີ້ຍ່ອມຈະຖືກປະຊາຄົມໂລກຄັດ ຄ້ານຢ່າງເດັດດ່ຽວ.

ຄຳ​ເຫັນ

0