吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ຍິນ​ດີ​ຕ້ອນ​ຮັບ​ຄູ່​ຮ່ວມ​ມື​ທີ່​ມີ​​ຄວາມ​ຄິດ ແລະ​​ອຸ​ດົມ​ກາ​ນຄື​ກັນ​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່ມ​ພັດ​ທະ​ນາ​ທົ່ວ​ໂລກ

2021-11-30 14:13:50 cri

图片默认标题_fororder_微信图片_20211130141224

    ວັນ​ທີ 29 ພະ​ຈິກ​ນີ້, ທ່ານ​ຫວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ແນະ​ນຳ​ສະ​ພາບ​ການ​ກ່ຽວ​ກັບ​ຂໍ້​ລິ​ເລີ່ມ​ພັດ​ທ​ະ​ນາ​ທົ່ວ​ໂລກ​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ປະ​ຈຳ​ໂດຍ​ກ່າວ​ວ່າ: ຂໍ້​ລິ​ເລີ່ມ​ພັດ​ທະ​ນາ​ທົ່ວ​ໂລກ​ໄດ້​ຍຶດ​ຖື​ເປີດ​ປະ​ຕູ, ໂອບ​ເອື້ອ​ອາ​ລີ, ໂປ່ງ​ໃສ, ຍິນ​ດີ​ຕ້ອນ​ຮັບ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ຄິດ ແລະ​ອຸ​ດົມ​ການ​ຄື​ກັນ​ນັ້ນ​ເຂົ້າ​ຮ່ວມ, ຮ່ວມ​ກັນ​ເຕົ້າ​ໂຮມ​ພະ​ລັງ​ແຮງອັນ​ເຂັ້ມ​ແຂງ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​​ການພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

    ທ່ານ​ຫວ່າງ​ເວີນ​ປິ່ນ​ແນະ​ນຳ​ວ່າ: ສອງ​ເດືອນ​ທີ່​ຜ່າ​ນ​ມາ, ປະ​ຊາ​ຄົມ​ໂລກໄດ້​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເ​ຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ: ຂໍ້​ລິ​ເລີ່ມ​ພັດ​ທະ​ນາ​ທົ່ວ​ໂລກ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ, ​ສະ​ເໝີ​ພາບ ແລະ​ດຸນ​ດ່ຽງ​ຂອງທົ່ວ​ໂລກ, ອົງ​ການສະ​ຫະ​ປະ​ຊາ​ຊາດ​ສະ​ໜັບ​ສະ​ໜູນ​ຢ່າງ​ເຕັມ​ປ່ຽມ, ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ຈີນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ. ເດືອນ​ຕຸ​ລາ​ປີ​ນີ້, ຖະ​ແຫລງ​ການ​ຮ່ວມ​ຂອງກອງ​ປະ​ຊຸ​ມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຈີນ-​ປະ​ເທດ​ເກາະ​ດອນ​ໃນ​ມະ​ຫາ​ສະ​​ໝຸດປາ​ຊີ​ຟິກ​ໄດ້​ລະ​ບຸ​ວ່າ: ​ປະ​ເທດ​ເກາະ​ດອນ​ໃນ​​ມະ​ຫາ​ສະ​​ໝຸດປາ​ຊີ​ຟິກ​ຊົມ​ເຊີຍ​ຂໍ້​ລິ​ເລີ່ມ​ພັດ​ທະ​ນາ​ທົ່ວ​ໂລກ, ຍິນ​ດີ​ສະ​ໜັບ​ສະ​ໜູນ ແລະ​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່ມ​ສຳ​ຄັນ​ນີ້, ທັງ​ຈະ​ເຮັດ​ໃຫ້​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ​ເຊື່ອມ​ຕໍ່​ກັບ​ແລ​ວ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ​​ໃນມະ​ຫາ​ສະ​​ໝຸດ​ປາ​ຊີ​ຟິກ ແລະ​ຍຸດ​ທະ​ສາດ​​ມະ​ຫາ​ສະ​​ໝຸດ​ປາ​ຊີ​ຟິກ​ສີ​ຟ້າປີ 2050. ກອງ​ປະ​ຊຸມ​ສຸດຍອດ​ເພື່ອ​ສະ​ເຫລີມ​ສະ​ຫລອງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຈີນ-ອາ​ຊຽນຄົບ​ຮອບ 30 ປີ​ກໍ​ໄດ້​ຈັດ​​ເອົາຂໍ້​ລິ​ເລີ່ມ​ພັດ​ທະ​ນາ​ທົ່ວ​ໂລກ​ເຂົ້າ​ໃນ​ເອ​ກະ​ສານ​ໝາກ​ຜົນ​ຂອງ​ກອງ​ປະ​ຊຸມ​ອີກ​ຄັ້ງ​ໜຶ່ງ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຂໍ້​ລິ​ເລີ່ມ​ພັດ​ທະ​ນາ​ທົ່ວ​ໂລກ​ສອດ​ຄ່ອງ​ກັບ​ທ່າ​ອ່ຽງ​​ການພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ, ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ທັງ​ຫລາຍ, ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຊີ​ວິດ​ຊີ​ວາ ແລະ​ຄວາມສາ​ມາດ​ດຶງ​ດູດ​​ຄວາມ​ສົນ​ໃຈອັນ​ເຂັ້ມ​ແຂງ​ຂອງ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ, ໂດຍ​ໄດ້​ຮັບ​ການ​ຮັບ​ຮອງຈາກ​ປະ​ຊາ​ໂຄມ​ໂລກ​ຢ່າງ​ສູງ.

ຄຳ​ເຫັນ

0