何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ຈີນ ແລະ ລັດ​ຖະ​ບານ​ລາວ​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ຂົນ​ສົ່ງ​ທາງລົດ​ໄຟ​ຂ້າມ​ຊາຍ​ແດນ

2021-11-30 15:29:17 CRI

ວັນ​ທີ 30 ພະ​ຈິກ​ນີ້, ພິ​ທີ​ລົງ​ນາມ “​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ຂົນ​ສົ່ງ​​ທາງລົ​ດ​ໄຟ​ຂ້າມ​ຊາຍ​ແດນລະ​ຫວ່າງ​ສ​ປ​ຈີນ ແລະ ສ​ປ​ປ​ລາວ” ໄດ້​ຈັດ​ຂຶ້ນ​ໂດຍ​ຜ່ານ​ທາງວີ​ດີ​ໂອ. ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ແມ່ນ​​ສົນ​ທິ​ສັນ​ຍາ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ສະ​ບັບ​ທຳ​ອິດ​ລະ​ຫວ່າງ​ລັດ​ຖະ​ບານ​ສອງ​ປະ​ເທດ​ຈີນ-ລາວ.

ໃນ​ພິ​ທີ​ລົງ​ນາມ, ທ່ານ​ເລິວ​ເຈີ້ນ​ຟ່າງ ຫົວ​ໜ້າ​ອົງ​ການ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນ ແລະ ທ່ານ​ວຽງ​ສະ​ຫວັດ ສີ​ພັນ​ດອນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ​​​ລາວໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ຂອງ​ປະ​ເທດ​ຕົນ​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ.

​“ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ຂົນ​ສົ່ງ​​ທາງລົດ​ໄຟ​ຂ້າມ​ຊາຍ​ແດນລະ​ຫວ່າງ​ສ​ປ​ຈີນ ແລະ ສ​ປ​ປ​ລາວ” ມີ​ຈຸດ​ປະ​ສົງເພື່ອ​ກຳ​ນົດ​ໜ້າ​ວຽກ​ສຳ​ຄັນ​ຕ່າງໆ​ຂອງ​ສະ​ຖາ​ນີ​ລົດ​ໄຟ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ ກໍ​ຄື ຂອບ​ເຂດ​ລະ​ຫວ່າງ​ສະ​ຖາ​ນີ​ລົດ​ໄຟ​ຊາຍ​ແດນ​ສອງ​ຝ່າຍ, ແມ່ນ​ກົດ​ລະ​ບຽບ​ພື້ນ​ຖານ​ທີ່​ສອງ​ຝ່າຍ​ດຳ​ເນີນ​ການ​ຂົນ​ສົ່ງ​ທາງ​ລົ​ດ​ໄຟ​ຂ້າມ​ຊາຍ​ແດນ, ເຊິ່ງ​ໄດ້​ສ້າງ​ພື້ນ​ຖານ​ທີ່​ໜັກ​ແໜ້ນ​ໃຫ້​ແກ່​ການ​ຂົນ​ສົ່ງ​ຂ້າມ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ-ລາວ.

 

ຄຳ​ເຫັນ

0