覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານທວງ​ໃຫ້​ອາ​ເມ​ຣິ​ກາ​ປະ​ຖິ້ມ​ນະ​ໂຍ​ບາຍ​​ກົດ​ດັນ​ສຸດ​ຂີດ​ໃນ​ການ​ເຈ​ລະ​ຈາ​​ກ່ຽວ​ກັບນີວ​ເຄ​ລຍ​ຮອບ​ໃໝ່

2021-11-30 12:02:31 cri

ວັນ​ທີ 29 ພະ​ຈິກ​ນີ້,  ທ່ານ​ຄາ​ຕິບ​ຊາ​ເດ   ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ກ່າວ​ວ່າ: ​ໃນ​ການ​ເຈ​ລະ​ຈາ​​ກ່ຽວ​ກັບນີວ​ເຄ​ລຍ​ອີ​ຣານ​ຮອບ​ໃໝ່, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຄວນ​ປະ​ຖິ້ມ​ນະ​ໂຍ​ບາຍ​ກົດ​ດັນ​ສຸດ​ຂີດ​ທີ່​ມີ​ຕໍ່​ອີ​ຣານ​ທີ່ປະ​ຕິ​ບັດ​ໃນ​ສະ​ໄໝ​ທ່ານ​ໂດ​ໂນ ທ​ຣຳ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ຣິ​ກາ.
 

   ທ່ານ ​ຄາ​ຕິບ​ຊາ​ເດ     ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ດຽວ​ກັນ​ວ່າ: ​ອາ​ເມ​ຣິ​ກາ​ໄດ້ຮັກ​ສາ​ນະ​ໂຍ​ບາຍ​ກ່ຽວ​ກັບອີ​ຣານ​ທີ່​ບໍ່​ມີ​ຜົນ​ໃນ​ສະ​ໄໝ​​ທ່ານໂດ​ໂນ​ທ​ຣຳ, ​ເປັນ​ການ​ສິ້ນເປືຶອງ​ເວ​ລາ​ຢ່າງຫຼວງຫຼາຍ​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ນີວ​ເຄ​ລຍ​ອີ​ຣານ 6 ຮອບ​ກ່ອນ. ອີ​ຣານ​ມີ​ຄວາມ​ຈິງ​ໃຈ​ແລະ​ຄວາມ​ຕັດ​ສິນ​ໃຈ​​ຢາກໄດ້ ​ຜົນ​ສຳ​ເລັດ​ໃນ​ການ​ເຂົ້າ​ຮ່ວມ​ການ​ເຈ​ລ​ະ​ຈາ​ຮອບ​ໃໝ່. ຫວັງ​ວ່າ ບັນ​ດາ​ຝ່າຍ​ຈົ່ງ​ກຳ​ແໜ້ນ​ໂອ​ກາດ​ນີ້, ເພາະ ໂອ​ກາດ​ຈະ​ບໍ່​ເປີດ​ໃຫ້​ຕະ​ຫຼອດ​ການ.
 

  ທ່ານ​ຄາ​ຕິບ​ຊາ​ເດ     ຍັງ​ກ່າວ​ຕື່ມ​ວ່າ: ອີ​ຣານ​ກຳ​ລັງ​ກ້າວ​ໄປ​ຕາມ​ທິດ​ທາງ​ຢາກ​ໃຫ້ຍົກ​ເລີກ​ການ​ລົງ​ໂທດ​ອີ​ຣານ.ໜ່ວຍ​ງານ​ເຈ​ລະ​ຈາ​ອີ​ຣານ​ທີ່​ຢູ່​ນະ​ຄອນຫຼວງວຽນ​ປະ​ເທດ​ໂອ​ຕ​ຣິ​ສ​ກໍ​ຈະ​ສຸມ​ໃສ່​ບັນ​ຫາ​ກ່ຽວ​ກັບ​ການ​ຍົກ​ເລີກ​ການ​ລົງ​ໂທດ​​ອີ​ຣານ.

ຄຳ​ເຫັນ

0